ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູ​ເຄ​ຣນ ເວົ້າ​ວ່າ ​ການ​ໂຈມ​ຕີ​ຂອງ ຣັດ​ເຊຍ ເຮັດ​ໃຫ້ 9 ຄົນ​ບາດ​ເຈັບ ​ໃນ​ເມືອງ ເຄີ​ສັນ


ຂຸມ​ລະ​ເບີດ​ຈາ​ກ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ ຢູ່​ສາງ​ການ​ຂົນ​ສົ່ງ​ສາ​ທາ​ລະ​ນະ, ທ່າມ​ກາງ​ການ​ໂຈມ​ຕີ ຢູ​ເຄ​ຣນ, ພາກ​ພື້ນ ຄາ​ກີບ, ຢູ​ເຄ​ຣນ, 20 ທັນ​ວາ 2023.
ຂຸມ​ລະ​ເບີດ​ຈາ​ກ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ ຢູ່​ສາງ​ການ​ຂົນ​ສົ່ງ​ສາ​ທາ​ລະ​ນະ, ທ່າມ​ກາງ​ການ​ໂຈມ​ຕີ ຢູ​ເຄ​ຣນ, ພາກ​ພື້ນ ຄາ​ກີບ, ຢູ​ເຄ​ຣນ, 20 ທັນ​ວາ 2023.

ບັນ​ດາ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ວັນ​ພຸດມື້ນີ້​ວ່າ ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ ຣັດ​ເຊຍ ໃສ່​ເມືອງ​ເຄີ​ສັນ​ທາງ​ພາກ​ໃຕ້​ຂອງ​ປະ​ເທດໄດ້​ເຮັດ​ໃຫ້ 9 ຄົນ​ບາດ​ເຈັບ, ລວມ​ທັງເດັກ​ນ້ອຍ 4 ຄົນ.

ກອງ​ທັບ​ອາ​ກາດ​ຂອງ ຢູ​ເຄ​ຣນ ໄດ້​ກ່າວ​ວ່າ​ກອງ​ກຳ​ລັງ ຣັດ​ເຊຍ ໄດ້​ແນ​ເປົ້າ​ໃສ່ ຢູ​ເຄ​ຣນ ດ້ວຍ​ການ​ໂຈມ​ຕີ​ຂອງ​ໂດ​ຣນ 19 ຄັ້ງ, ລວມ​ທັງ​ອັນ​ທີ່​ໄດ້​ແນ​ເປົ້າ​ໃສ່​ນະ​ຄອນຫຼວງ ກີ​ຢິບ, ໂອ​ເດ​ຊາ, ເຄີ​ສັນ ແລະ 6 ພາກ​ພື້ນ​ອື່ນໆ.

ກອງ​ທັບ ຢູ​ເຄ​ຣນ ໄດ້​ກ່າວ​ວ່າ ລະ​ບົບ​ປ້ອງ​ກັນໄພ​ທາງ​ອາ​ກາດ​ຂອງ ຢູ​ເຄ​ຣນ ໄດ້​ຍິງໂດ​ຣນ​ຕົກ 18 ຈາກ 19 ລຳ.

ທ່ານ ເຊີ​ຮີ ປັອບ​ໂກ, ຫົວ​ໜ້າ​ຫ້ອງ​ການກອງ​ທັບ​ຂອງ ກີ​ຢິບ, ໄດ້​ກ່າວ​ວ່າ​ມັນ​ບໍ່​ມີ​ລາຍງານ ກ່ຽວ​ກັບ ການ​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ໃນ​ນະ​ຄອນຫຼວງ ກີ​ຢິບ ແລະ ບໍ່​ມີ​ລາຍ​ງານ​ຄວາມ​ເສຍ​ຫາຍ​ໃນ​ນະ​ຄອນຫຼວງ.

ຣັດ​ເຊຍ ຍັງ​ໄດ້​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ໃສ່​ພາກ​ພື້ນ ຄາ​ກີບ ໃນ​ພາກ​ຕາ​ເວັນ​ອອກ​ຂອງ ຢູ​ເຄ​ຣນ, ອີງ​ຕາມ​ການ​ກ່າວ​ຂອງກອງ​ທັບ.

ປະ​ທານ​າ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ກອງ​ທັບ​ຂອງ​ປະ​ເທດ​ທ່ານ​ໄດ້​ຂໍ​ປະ​ຊາ​ຊົນ ຢູ​ເຄ​ຣນ ຕື່ມ​ອີກ 450,000 ຫາ 500,000 ຄົນ​ມາ​ເສີມກຳ​ລັງກອງ​ທັບ​ບົກ​ຂອງ​ປະ​ເທດ​ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ຕໍ່​ສູ້​ກັບ ຣັດ​ເຊຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG