ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູ​ເຄ​ຣນ​ ກ່າວ​ວ່າ ຣັດ​ເຊຍ ໂຈມ​ຕີ​ຖືກ​ໂຮງ​ໝໍ ຄາ​ກີບ


ນັກ​ໂທດ ຢູ​ເຄ​ຣນ ​ທີ່​ຫາ​ກໍ່​ຖືກ​ແລກ​ປ່ຽນ​ເມື່ອບໍ່​ດົນ​ມານີ້​ຮ້ອງ​ໄຫ ໃນ​ຂະ​ນະ​ທີ່​ລາວ​ລົມ​ກັບ​ພີ່​ນ້ອງ​ຂອງ​ລາວ ຫຼັງ​ຈາກ​ການ​ແລກ​ປ່ຽນ​ນັກ​ໂທດ​ຢູ່​ເຂດ​ຊາຍ​ແດນ ຢູ​ເຄ​ຣນ ແລະ ຣັດ​ເຊຍ, 31 ມັງ​ກອນ, 2024.
ນັກ​ໂທດ ຢູ​ເຄ​ຣນ ​ທີ່​ຫາ​ກໍ່​ຖືກ​ແລກ​ປ່ຽນ​ເມື່ອບໍ່​ດົນ​ມານີ້​ຮ້ອງ​ໄຫ ໃນ​ຂະ​ນະ​ທີ່​ລາວ​ລົມ​ກັບ​ພີ່​ນ້ອງ​ຂອງ​ລາວ ຫຼັງ​ຈາກ​ການ​ແລກ​ປ່ຽນ​ນັກ​ໂທດ​ຢູ່​ເຂດ​ຊາຍ​ແດນ ຢູ​ເຄ​ຣນ ແລະ ຣັດ​ເຊຍ, 31 ມັງ​ກອນ, 2024.

ບັນ​ດາ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຄັ້ງ​ນຶ່ງ​ຂອງ ຣັດ​ເຊຍ ໃສ່​ໂຮງ​ໝໍ​ໃນ​ພາກ​ພື້ນ​ຄາ​ກີບ ໄດ້​ເຮັດ​ໃຫ້ 4 ຄົນ​ບາດ​ເຈັບ.

ທ່ານ ໂອ​ເລ ຊີ​ເນ​ຮູ​ບອບ, ຜູ້​ປົກ​ຄອງ​ພາກ​ພື້ນຄາ​ກີບ, ໄດ້​ກ່າວ​ວ່າ​ການ​ໂຈມ​ຕີ​ໄດ້​ເກີດ​ຂຶ້ນ​ເມື່ອ​ແລງວັນ​ພຸດ​ວານນີ້​ໃນ​ເມືອງ ເວ​ລິ​ກີ ເບີ​ລຸກ, ຕັ້ງ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ເມືອງ ຄາ​ກີບ ແລະ ປະ​ມານ 20 ກິ​ໂລ​ແມັດ​ຈາກ​ເຂດ​ຊາຍ​ແດນ​ ຣັດ​ເຊຍ.

ທ່ານ ຊີ​ເນ​ຮູ​ບອບ ໄດ້​ກ່າວ​ວ່າ​ລະ​ເບີດ​ທາງ​ອາ​ກາດ​ນຳ​ວິ​ຖີ​ໄດ້​ຕົກ​ຖືກ​ໂຮງ​ໝໍ, ສ້າງ​ຄວາມ​ເສ​ຍ​ຫາຍ​ຕໍ່​ດ້ານ​ໜ້າ​ຂອງ​ຕຶກ, ປ່ອງ​ຢ້ຽມ ແລະ ຫຼັງ​ຄາ.

ທ່ານ​ໄດ້​ກ່າວ​ຕື່ມ​ວ່າ 38 ຄົນ​ຖືກ​ອົບ​ພະ​ຍົບ​ອອກ​ຈາກ​ໂຮງ​ໝໍ, ແລະ​ວ່າ​ທັງ​ພະ​ນັກ​ງານ ແລະ ຄົນ​ໄຂ້​ມີ​ເວ​ລາ​ທີ່​ຕອບ​ສະ​ໜອງ​ຕໍ່​ການ​ເຕືອນ​ທາງ​ອາ​ກາດ​ກ່ອນ​ການ​ໂຈມ​ຕີ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ໄດ້​ລາຍ​ງານ​ການ​ຍິງ​ໂດ​ຣນ​ຂອງ ຢູ​ເຄ​ຣນ ຕົກ 5 ລຳ​ເມື່ອ​ແລງວັນ​ພຸດ​ວານນີ້.

ກະ​ຊວງ​ໄດ້​ກ່າວ​ວ່າ​ພວກ​ເຂົາ​ໄດ້​ທຳ​ລາຍ​ໂດ​ຣນ 4 ລຳ​ຢູ່​ພາກ​ພື້ນ ແບ​ລ​ໂກ​ຣອດ, ເຊິ່ງ​ມີ​ເຂດ​ຊາຍ​ແດ​ນ​ຕິດ​ກັບ ຢູ​ເຄ​ຣນ, ແລະ ໂດ​ຣນ​ອີກ​ລຳ​ນຶ່ງ​ໃນ​ພາກ​ພື້ນ ເຄີ​ສ ທີ່​ຢູ່​ໃກ້​ຄຽງ.

ບໍ່​ມີ​ລາຍ ກ່ຽວ​ກັບ ຄວາມ​ເສຍ​ຫາຍ ຫຼື ການ​ບາດ​ເຈັບໃດໆ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG