ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູ​ເຄ​ຣນ ກ່າວ​ວ່າການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ ເຮັດ​ໃຫ້ 7 ຄົນ​ບາດ​ເຈັບ​ໃນ​ເມືອງ ດິ​ນິບ​ໂປ​ຣ


ພາບ​ທີ່​ຖືກ​ຖ່າຍ​ຈາກວິ​ດີ​ໂອ ທີ່​ຖືກ​ສະ​ໜອງ​ໃຫ້​ຫ້ອງ​ການ​ຂ່າວ​ຂອງກອງ​ທັບ​ຣັດ​ເຊຍ ໃນ​ວັນ​ທີ 19 2022 ສະ​ແດງ​ໃຫ້​ເຫັນ​ລູກ​ສອນ​ໄຟ Iskander-K ຂ​ອງ ຣັດ​ເຊຍ ຖືກ​ຍິງ​ຂຶ້ນ​ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ​ໃນ ຣັດ​ເຊຍ.
ພາບ​ທີ່​ຖືກ​ຖ່າຍ​ຈາກວິ​ດີ​ໂອ ທີ່​ຖືກ​ສະ​ໜອງ​ໃຫ້​ຫ້ອງ​ການ​ຂ່າວ​ຂອງກອງ​ທັບ​ຣັດ​ເຊຍ ໃນ​ວັນ​ທີ 19 2022 ສະ​ແດງ​ໃຫ້​ເຫັນ​ລູກ​ສອນ​ໄຟ Iskander-K ຂ​ອງ ຣັດ​ເຊຍ ຖືກ​ຍິງ​ຂຶ້ນ​ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ​ໃນ ຣັດ​ເຊຍ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ໄດ້​ກ່າ​ວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ ໄດ້​ຕົກ​ຖືກ​ໃຈ​ກາງ​ເມືອງ ດິ​ນິບ​ໂປ​ຣ, ເຮັດ​ໃຫ້ຢ່າງ​ໜ້ອຍ 7 ຄົນ​ໄດ້​ຮັບ​ບາດ​ເຈັບ.

ກອງ​ທັບ​ອາ​ກາດ​ຂອງ ຢູ​ເຄ​ຣນ ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ໄດ້​ຍິງ​ລູ​ກ​ສອນ​ໄຟ​ນຳ​ວິ​ຖີ Iskander-K ສອງ​ລູກ​ຕົກ​ໃນ​ເຂດ​ດັ່ງ​ກ່າວ.

ທ່ານ ເຊີ​ຮີ ລີ​ແຊັກ, ຜູ້​ປົກ​ຄອງ​ພາກ​ພື້ນ, ໄດ້​ກ່າວ​ໃນ Telegram ວ່າ​ຊາກ​ຫັກ​ພັງ​ຈາກ​ລູກ​ສອນ​ໄຟ​ທີ່​ຖືກ​ຍິງ​ຕົກ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ຕຶກ​ທີ່​ຢູ່​ອາ​ໄສ​ ແລະ ໂຮງ​ໝໍ​ຫຼັງ​ນຶ່ງ.

ກອງ​ທັບຂອງ ຣັດ​ເຊຍ ໄດ້​ກ່າ​ວ​ໃນ​ວັນ​ອັງ​ຄານມື້ນີ້​ວ່າ​ເຂົາ​ເຈົ້າ​ໄດ້​ທຳ​ລາຍ​ໂດ​ຣນ ຢູ​ເຄ​ຣນ ລຳ​ນຶ່ງ​ຢູ່​ພາກ​ພື້ນ ແບ​ລ​ໂກ​ຣອດ.

ທ່ານ ເວຍ​ເຊັ​ສ​ລາ​ຟ ກ​ລາດກອ​ຟ, ຜູ້​ປົກ​ຄອ​ງ​ພາກ​ພື້ນ ແບ​ລ​ໂກ​ຣອດ, ໄດ້​ກ່າວໃນ Telegram ວ່າ ຢູ​ເຄ​ຣນ ໄດ້​ໃຊ້​ໂດ​ຣນ ຄາ​ມິ​ຄາ​ເຊ ໃນ​ການ​ໂຈມ​ຕີ​ທີ່​ຕົກ​ຖືກ​ລົດ​ເກັງ​ຄັນ​ນຶ່ງ​ໃນ​ບ້ານ ຢາ​ສ​ນີ ໂຊ​ຣີ, ແຕ່ບໍ່​ໄດ້​ເຮັດ​ໃຫ້​ຜູ້​ໃດ​ບາດ​ເຈັບ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG