ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູ​ເຄ​ຣນ ເວົ້າ​ວ່າ​ລູກ​ສອນ​ໄຟ ສ່ວນຫຼາຍທີ່​ໃຊ້ ​ຢູ່ໃນ​ການ​ໂຈມ​ຕີ​ຂະ​ໜາດ​ໃຫຍ່ ​ຂອງ ຣັດ​ເຊຍ ​​ແມ່ນຖືກ​ຍິງ​ຕົກ


ນາງ ອາ​ເນ​ລີ​ນາ, ຂວາ, ເບິ່ງ​ພະ​ນັກ​ງານ​ສຸກ​ເສີນ​ເຄື່ອນ​ຍ້າຍ​ຊາກ​ຫັກ​ພັງ​ຂອງ​ເຮືອນ​ຂອງ​ລາວ, ທີ່​ຖືກ​ທຳ​ລາຍ​ໂດຍ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ, ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 29 ທັນ​ວາ 2022.
ນາງ ອາ​ເນ​ລີ​ນາ, ຂວາ, ເບິ່ງ​ພະ​ນັກ​ງານ​ສຸກ​ເສີນ​ເຄື່ອນ​ຍ້າຍ​ຊາກ​ຫັກ​ພັງ​ຂອງ​ເຮືອນ​ຂອງ​ລາວ, ທີ່​ຖືກ​ທຳ​ລາຍ​ໂດຍ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ, ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 29 ທັນ​ວາ 2022.

ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຄື້ນ​ໃໝ່​ຂອງ ຣັດ​ເຊຍ ໄດ້​ຖະຫ​ລົ່ມ​ເມືອງ​ຕ່າງໆ​ຂອງ​ຢູ​ເຄ​ຣນ ໃນ​ວັນ​ພະ​ຫັດ​ວານນີ້ ຊຶ່ງ​ໄດ້ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ໂຮງ​ໄຟ​ຟ້າ ແລະ ພື້ນ​ຖານ​ໂຄງຫ​ລ່າງ​ທີ່​ສຳ​ຄັນ​ອື່ນໆ​ ໃນ​ຂະ​ນະ​ທີ່​ມີ​ອາ​ກາດ​ລະ​ດູ​ໜາວ​ທີ່​ແຂງ​ກະ​ດ້າງ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ຢູ​ເຄ​ຣນ ທ່ານ ເດ​ນິ​ສ ຊ​ມີ​ຮາ​ລ ໄດ້​ກ່າວ​ວ່າສະ​ຖານ​ທີ່​ພະ​ລັງ​ງ​ານຫຼາຍ​ແຫ່ງ​ແມ່ນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ແລະ ວ່າ “ຣັດ​ເຊຍ ກຳ​ລັງ​ພະ​ຍາ​ຍາມ​ທີ່​ຈະ​ກີດ​ກັນ​ປະ​ຊາ​ຊົນ ຢູ​ເຄ​ຣນ ບໍ່​ໃຫ້​ມີ​ແສງ​ໄຟ​ກ່ອນ​ປີ​ໃໝ່.”

ແນວ​ໃດ​ກໍ່​ຕາມ, ກອງ​ທັບ​ຢູ​ເຄ​ຣນ ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ສາ​ມາດ​ທີ່​ຈະ​ທຳ​ລາຍ​ລູກ​ສອນ​ໄຟ​ສ່ວນຫຼາຍ, ຫຼີກ​ລ່ຽງ​ຄວາມ​ເສຍ​ຫາຍ​ທີ່ກວ້າງ​ຂວາງກວ່າໄດ້.

ນາຍ​ພົນ​ລະ​ດັບ​ສູງ​ຂອງກອງ​ທັບ ຢູ​ເຄ​ຣນ ທ່ານ ວາ​ເລ​ຣີ ຊາ​ລູ​ສ​ຍີ ໄດ້​ກ່າວ​ວ່າ “ອີງ​ຕາມ​ຂໍ້​ມູນ​ເບື້ອງ​ຕົ້ນ, ລູກ​ສອນ​ໄຟລ​ວ​ມ​ທັງ​ໝົດ 69 ລູກ​ແມ່ນ​ໄດ້​ຖືກຍິງ. ລູກ​ສອນ​ໄຟ​ນຳ​ວິ​ຖີ​ 54 ລູກ​ຂອງ​ສັດ​ຕູ​ຖືກ​ຍິງ​ຕົກ.”

ກອ​ງ​ທັບ​ອາ​ກາດ​ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ສື່​ສັງ​ຄົມ, ໂດຍ​ອະ​ທິ​ບາຍ​ເຖິງ​ຂອບ​ເຂດ​ຂອງ​ການ​ໂຈມ​ຕີ​ດັ່ງ​ກັບ​ຂະ​ໜາດ​ໃຫຍ່​ວ່າ “ສັດ​ຕູ​ແມ່ນ​ກຳ​ລັງ​ໂຈມ​ຕີ ຢູ​ເຄ​ຣນ ຈາກຫຼາຍ​ທິດ​ທາງ​ດ້ວຍ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຢູ່​ອາ​ກາດ ແລະ ທະ​ເລ​ຈາກ​ເຮືອ​ບິນ​ຍຸດ​ທະ​ສາດ ແລະ ກຳ​ປັ່ນ.”

ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ກ່ອນ​ໜ້ານີ້​ວ່າ​ລູກ​ສອນ​ໄຟຫຼາຍກວ່າ 120 ລູກ​ໄດ້​ຖືກ​ຍິງ​ອອກ​ມາ, ອີງ​ຕາມ​ອົງ​ການ​ຂ່າວ​ຣອຍ​ເຕີສ໌. ນອກ​ຈາກ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ແລ້ວ, ກອງ​ທັບ​ຂອງ​ຢູ​ເຄ​ຣນ​ໄດ້​ກ່າວ​ວ່າຍັງ​ມີ​ລະ​ບົບ​ຕໍ່​ຕ້ານ​ເຮືອ​ບິນ ແລະ ລະ​ບົບ​ລູກ​ສອນ​ໄຟ​ປ້ອງ​ກັນ​ອາ​ກາດ S-300 ADMS.

ຣັດ​ເຊຍ ໄດ້​ໃຊ້​ລູກ​ສອນ​ໄຟ​ເພື່ອ​ແນ​ເປົ້າ​ໃສ່​ເມືອງ​ຕ່າງໆ​ຂອງ​ຢູ​ເຄ​ຣນ, ລວມ​ທັງ​ການ​ໂຈມ​ຕີ​ທີ່​ໄດ້​ທຳ​ລາຍ​ສະ​ຖານ​ທີ່​ພື້ນ​ຖານ​ໂຄງຫລ່າງ​ທີ່​ສຳ​ຄັນ, ແນວ​ໃດ​ກໍ່​ຕາມ​ເຂົາ​ເຈົ້າ​ກໍ​ໄດ້​ປະ​ຕິ​ເສດ​ການ​ແນ​ເປົ້າ​ໃສ່​ພົນ​ລະ​ເຮືອນ.

ລັດ​ຖະ​ມົນ​ຕີກະ​ຊວງການ​ຕ່າງ​ປະ​ເທດ ຢູ​ເຄ​ຣນ ທ່ານ ດີ​ມິ​ໂຕ​ຣ ຄູ​ເລ​ບາ ໄດ້​ເອີ້ນ​ການ​ໂຈມ​ຕີ​ນັ້ນ​ວ່າ​ “ປ່າ​ເຖືຶ່​ອນ​ໄຮ້​ຄວາມ​ຮູ້​ສຶກ.” ທ່ານ​ໄດ້​ກ່າວ​ວ່າ “ນີ້​ແມ່ນ​ພຽງ​ຄຳ​ເວົ້າ​ທີ່​ມາ​ຈາກ​ຄວາມ​ຄິດ​ທີ່​ໄດ້​ເຫັນ ຣັດ​ເຊຍ ລະ​ດົມ​ຍິງ​ລູກ​ສອນ​ໄຟ​ອີກ​ຄັ້ງ​ນຶ່ງ​ ໃສ່​ເມືອງ​ທີ່​ງຽບ​ສະ​ຫງົບ​ທັງຫຼາຍ​ຂອງ​ຢູ​ເຄ​ຣນ ກ່ອນ​ປີ​ໃໝ່.”

ປະ​ຊາ​ຊົນຫຼາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ນະ​ຄອນຫຼວງ, ໃນ​ຂະ​ນະ​ທີ່​ບັນ​ດາ​ນັກ​ກູ້​ໄພ​ໄດ້​ສືບ​ຕໍ່​ການ​ປະ​ຕິ​ບັດ​ການ​ຊອກ​ຫາ ແລະ ກູ້​ໄພ.

ເຈົ້າ​ຄອງ​ນະ​ຄອນຫຼວງ​ກີ​ຢິບ ທ່ານ ວິ​ຕາ​ລີ ກ​ລິ​ຈ​ໂກ ໄດ້​ກ່າວ​ວ່າ “ໃນ​ເວ​ລານີ້, ມັນ​ມີ​ຜູ້​ເຄາະ​ຮ້າຍ​ສາມ​ຄົນ, ລວມ​ທັງ​ເດັກ​ຍິງ​ອາ​ຍຸ 14 ປີ. ທຸກ​ຄົນ​ຖືກ​ສົ່ງ​ເຂົ້າ​ໂຮງ​ໝໍ.”

ທ່ານ​ໄດ້​ເຕືອນ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ຕັດ​ໄຟ​ຟ້າ ແລະ ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ໂຕ່ງ​ນ້ຳ​ໄວ້ໃຊ້ ແລະ ສາກ​ອຸ​ປະ​ກອນ​ໄຟ​ຟ້າ​ຂອງ​ເຂົາ​ເຈົ້າ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG