ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ກ່າວວ່າ ທະຫານ 63 ຄົນຂອງຕົນ ຖືກຂ້າຕາຍ ໃນການໂຈມຕີທາງອາກາດ ດ້ວຍລູກສອນໄຟ ຂອງຢູເຄຣນ


ແຟ້ມພາບ - ຄວັນພຸ່ງຂຶ້ນສູ່ທ້ອງຟ້າ ຈາກບໍລິເວນ ທີ່ຄວບຄຸມໂດຍກອງກຳລັງຂອງຣັດເຊຍ ໃນເມືອງມາກີບກາ (Makiivka), ຕັ້ງຢູ່ຫ່າງຈາກກ້ຳຕາເວັນອອກ ຂອງເຂດໂດເນສ 15 ກິໂລແມັດ ທາງພາກຕາເວັນອອກຂອງຢູເຄຣນ, ວັນທີ 4 ພຶດສະພາ 2022.
ແຟ້ມພາບ - ຄວັນພຸ່ງຂຶ້ນສູ່ທ້ອງຟ້າ ຈາກບໍລິເວນ ທີ່ຄວບຄຸມໂດຍກອງກຳລັງຂອງຣັດເຊຍ ໃນເມືອງມາກີບກາ (Makiivka), ຕັ້ງຢູ່ຫ່າງຈາກກ້ຳຕາເວັນອອກ ຂອງເຂດໂດເນສ 15 ກິໂລແມັດ ທາງພາກຕາເວັນອອກຂອງຢູເຄຣນ, ວັນທີ 4 ພຶດສະພາ 2022.

ຣັດເຊຍໄດ້ກ່າວໃນວັນຈັນວານນີ້ວ່າ ທະຫານຂອງຕົນ 63 ຄົນຖືກຂ້າຕາຍໃນວັນກ່ອນປີໃໝ່ສາກົນ ໃນການໂຈມຕີດ້ວຍລູກສອນໄຟຂອງຢູເຄຣນໃສ່ສະຖານ ທີ່ພັກຂອງພວກເຂົາເຈົ້າໃນເມືອງມາກີບກາ (Makiivka) ຕັ້ງຢູ່ໃນເຂດໂດເນສຂອງຢູເຄຣນ ຊຶ່ງໄດ້ຖືກຄວບຄຸມໂດຍຣັດເຊຍ.

ການປະກາດຂອງການເສຍຊີວິດ ທີ່ຜິດປົກກະຕິໂດຍກະຊວງປ້ອງກັນປະເທດຂອງຣັດເຊຍໄດ້ມີຂຶ້ນໃນຂະນະທີ່ຣັດເຊຍສືບຕໍ່ໂຈມຕີທາງອາກາດຢ່າງຕໍ່ເນື່ອງ ຕໍ່ນະຄອນຫຼວງກີຢິບຂອງຢູເຄຣນ ເຖິງແມ່ນວ່າເຈົ້າຄອງນະຄອນຫຼວງ ທ່ານວິທາລີ ຄລິຕຈ໌ໂກ ໄດ້ກ່າວວ່າ ໂດຣນທັງໝົດ 40 ລຳ ທີ່ແນເປົ້າໝາຍໃສເມືອງຫຼວງ ແລະບໍລິເວນເຂດອ້ອມແອມ ຖືກຍິງຕົກ.

ກະຊວງປ້ອງກັນປະເທດຂອງຣັດເຊຍ ກ່າວວ່າ ຢູເຄຣນໄດ້​ຍິງຖະຫຼົ່ມເປົ້າໝາຍເມືອງມາກີບກາ ດ້ວຍຈະຫຼວດຫົກລູກທີ່ໄດ້ຍິງອອກມາຈາກລະບົບຈະຫຼວດຫຼາຍລຳກ້ອງທີ່ເຄື່ອນຍ້າຍໄດ້ຢ່າງວ່ອງໄວ ຫຼື HIMARS ທີ່ແມ້ນຢຳ ຊຶ່ງສະຫະລັດໄດ້ສົ່ງໄປໃຫ້ກອງກຳລັງຂອງຢູເຄຣນ. ຣັດເຊຍໄດ້ກ່າວວ່າ ຕົນສາມາດຍິງລູກສອນໄຟສອງລູກທີ່ກຳລັງບິນເຂົ້າມາຕົກ.

ກອງທັບຂອງຢູເຄຣນ ບໍ່ໄດ້ຢືນຢັນໂດຍກົງຕໍ່ການໂຈມຕີທາງອາກາດດັ່ງກ່າວ ແຕ່ໄດ້ຍອມຮັບ ແລະອ້າງວ່າ ມັນຮ້າຍແຮງກວ່າທີ່ຣັດເຊຍໄດ້ລາຍງານ.

ຜູ້ອຳນວຍການດ້ານການສື່ສານທາງຍຸດທະສາດຂອງເຫຼົ່າທັບຢູເຄຣນ ໄດ້ກ່າວໃນວັນອາທິດຜ່ານມານີ້ ວ່າ ທະຫານຣັດເຊຍ ປະມານ 400 ຄົນ ໄດ້ຖືກສັງ ຫານໃນຕຶກອາຄານໂຮງຮຽນວິຊາຊີບ ຢູ່ທີ່ເມືອງມາກີບກາ ແລະປະມານ 300 ຄົນໄດ້ຮັບບາດເຈັບ. ຖະແຫລງການຂອງຣັດເຊຍ ໄດ້ກ່າວວ່າ ການໂຈມຕີດັ່ງກ່າວ ໄດ້ເກີດຂຶ້ນ “ໃນພື້ນທີ່ຂອງມາກີບກາ” ແລະບໍ່ໄດ້ກ່າວເຖິງໂຮງຮຽນວິຊາຊີບແຕ່ຢ່າງໃດ.

ທ່ານດານິລ ເບສໂຊນັອບ (Daniil Bezonov) ເຈົ້າໜ້າທີ່ອະວຸໂສຜູ້ທີ່ຖືກແຕ່ງ ຕັ້ງໂດຍຣັດເຊຍ ຮັບຜິດຊອບໃນເຂດໂດເນສ ທີ່ໄດ້ຖືກຄວບຄຸມໂດຍມົສກູ ໄດ້ກ່າວວ່າ ຕຶກດັ່ງກ່າວ ເປັນບ່ອນພັກເຊົາຂອງພວກທະຫານຣັດເຊຍ ທີ່ໄດ້ຖືກ “ຖະຫຼົ່ມຢ່າງຮາບຄາບ.”

“ມີທັງພວກທີ່ເສຍຊີວິດແລະບາດເຈັບ ຈຳນວນທີ່ແທ້ຈິງນັ້ນ ແມ່ນຍັງບໍ່ທັນຮູ້ຈັກເທື່ອ” ທ່ານເບສໂຊນັອບ ໄດ້ກ່າວໃນຂໍ້ຄວາມທີ່ຂຽນລົງແອັບ Telegram. ທ່ານກ່າວອີກວ່າ “ຕຶງອາຄານເອງໄດ້ຮັບຄວາມເສຍຫາຍຢ່າງໜັກ.”

ພວກນັກຂຽນໃນສື່ສັງຄົມ ຫຼືທີ່ເອີ້ນວ່າ ບລອກເກີ ຊາດນິຍົມທີ່ສະໜັບສະໜຸນ ຣັດເຊຍ ກໍບໍ່ພໍໃຈກັບການໂຈມຕີດັ່ງກ່າວ ແລະໄດ້ຖິ້ມໂທດໃສ່ພວກເຈົ້າໜ້າທີ່ກອງທັບ.

“ສິ່ງທີ່ໄດ້ເກີດຂຶ້ນໃນເມືອງມາກີບກາ ແມ່ນຮ້າຍແຮງ” ນັ້ນຂໍ້ຄວາມທີ່ໄດ້ຂຽນໂດຍ ທ້າວ ອາຣຊານໂຈລ ສະເປັສນາສ ຊີ (Archangel Spetsnaz Z) ນັກຂຽນບລອກເກີກ່ຽວກັບກອງທັບຂອງຣັດເຊຍ ໂດຍມີຄົນຕິດຕາມຫຼາຍກວ່າ 700,000 ຄົນໃນ Telegram.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG