ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູ​ເຄ​ຣນ ເວົ້າ​ວ່າ​ເຂົາ​ເຈົ້າ​ໄດ້​ຍິງ​ໂດ​ຣນ​ຂ​ອງ ຣັດ​ເຊຍ ຕົກ​ໃນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຄັ້ງຫຼ້າ​ສຸດ


ທະ​ຫານ ຢູ​ເຄ​ຣນ ໃຊ້​ໄຟ​ສາຍ​ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ຊອກ​ຫາ​ໂດ​ຣນ​ໃນ​ທ້ອງ​ຟ້າ​ໃນ​ລະ​ຫວ່າງ​ການ​ໂຈມ​ຕີ​ຂອງ ຣັດ​ເຊຍ, ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 1 ມັງ​ກອນ 2023.
ທະ​ຫານ ຢູ​ເຄ​ຣນ ໃຊ້​ໄຟ​ສາຍ​ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ຊອກ​ຫາ​ໂດ​ຣນ​ໃນ​ທ້ອງ​ຟ້າ​ໃນ​ລະ​ຫວ່າງ​ການ​ໂຈມ​ຕີ​ຂອງ ຣັດ​ເຊຍ, ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 1 ມັງ​ກອນ 2023.

ຣັດ​ເຊຍ ໄດ້​ໂຈມ​ຕີ ຢູ​ເຄ​ຣນ ໃນ​ຂ້າມ​ຄືນ​ທີ່​ຜ່ານ​ມາ​ດ້ວຍ​ສິ່ງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າ​ເປັນ​ຄື້ນ​ຂອງ​ເຮືອ​ບິນບໍ່​ມີ​ຄົນ​ຂັບ ຫຼື ໂດ​ຣນ, ດ້ວຍ​ເປົ້າ​ໝາຍ​ລວມ​ມີ​ນະ​ຄອນຫຼວງ ກີ​ຢິບ.

ບັນ​ດາ​ຜູ້​ນຳ​ຂອງ​ເມືອງ​ດັ່ງ​ກ່າວ​ໄດ້​ເວົ້າ​ວ່າ ການ​ປ້ອງ​ກັນ​ທາງ​ອາ​ກາດ​ຂອງ ຢູ​ເຄ​ຣນ ໄດ້​ເຮັດ​ວຽກ​ເພື່ອ​ປົກ​ປ້ອງ​ນະ​ຄອນຫຼວງ ກີ​ຢິບ ເປັນ​ສ່ວນ​ໃຫຍ່, ດ້ວຍ​ຄວາມ​ເສຍ​ຫາຍ​ຈຳ​ນວນ​ນຶ່ງ​ຈາກ​ຊິ້ນ​ສ່ວນ​ຂອງ​ໂດ​ຣນ​ທີ່​ຖືກ​ຍິງ​ຕົກ.

ເຈົ້າ​ຄອງ​ນະ​ຄອນຫຼວງ ກີ​ຢິບ ທ່ານ ວິ​ຕາ​ລີ ຄ​ລິ​ຈ​ໂກ ໄດ້​ກ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າ ຣັດ​ເຊຍ ໄດ້​ສົ່ງ​ໂດ​ຣນ 40 ລຳ​ໄປ​ພາກ​ພື້ນ ກີ​ຢິບ ແລະ ໝົດ​ທຸກ​ລຳ​ແມ່ນ​ຖືກ​ທຳ​ລາຍ.

ຣັດ​ເຊຍ ໄດ້​ໃຊ້​ໂດ​ຣນ ຊາ​ເຮັດ ​ທີ່​ຜະ​ລິດ​ໂດຍ ອີ​ຣ່ານ ເພື່ອ​ຂະ​ຫຍາຍ​ການ​ໂຈມ​ຕີ​ໃສ່​ເມືອງ​ຕ່າງ​ໆ​ຂອງ ຢູ​ເຄ​ຣນ ແລະ ສະ​ຖານ​ທີ່​ພື້ນ​ຖານ​ໂຄງ​ລ່າງທັງຫຼາຍ.

ການ​ໂຈມ​ຕີ​ຄັ້ງຫຼ້າ​ສຸດ​ໄດ້​ມີ​ຂຶ້ນ​ລຸນຫຼັງ​ຄື້ນ​ການ​ໂຈມ​ຕີ​ໃນ​ຄືນ​ກ່ອນ​ທີ່​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ເວົ້າ​ວ່າ​ລວມ​ມີ​ໂດ​ຣນ ຊາ​ເຮັດ 45 ລຳ​ທີ່ກອງ​ກຳ​ລັງ​ຂອງ​ທ່ານ​ໄດ້​ຍົກ​ຕົກ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ຄຳ​ປາ​ໄສ​ປະ​ຈຳ​ທຸກ​ຄືນ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ “ພວກ​ກໍ່​ການ​ຮ້າຍ ຣັດ​ເຊຍ ແມ່ນ​ໜ້າ​ເວດ​ທະ​ນາ, ແລະ ພວກເຂົາໄດ້​ເຂົ້າ​ສູ່​ປີນີ້​ດ້ວຍ​ການ​ເປັນ​ຄື​ເກົ່າ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG