ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຢູ​ເຄ​ຣນ ກ່າວ​ວ່າ ຕົນ​ຢຶດ​ຫຼາຍ​ສິບ​ຫົວ​ເມືອງ​ຄືນ​ໄດ້ ຢູ່ໃນ​ແຂວງ​ເຄີ​ຊອນ ​ທາງ​ພາກ​ໃຕ້​ຂອງ​ປະ​ເທດ


ຜູ້​ຄົນ​ພາ​ກັນ​ຍ່າງ​ຢູ່​ຕາມ​ທາງ​ໃຕ້​ດິນ ໃນ​ລະ​ຫວ່າງ​ທີ່​ມີ​ການ​ຕັດ​ໄຟ​ຟ້າ ທີ່​ຈະ​ຕຸ​ລັດ​ເອກກ​ກະ​ລາດ ໃນ​ເຂດ​ໃຈ​ກາງ​ນະ​ຄອນ​ຫຼວງ​ກີ​ຢິບ ເມື່ອ​ວັນ​ທີ 10 ພະ​ຈິກ 2022 ທ່າມ​ກາງ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ ເຂົ້າ​ໄປ​ໃນ​ປະ​ເທດ​ຢູ​ເຄ​ຣນ.
ຜູ້​ຄົນ​ພາ​ກັນ​ຍ່າງ​ຢູ່​ຕາມ​ທາງ​ໃຕ້​ດິນ ໃນ​ລະ​ຫວ່າງ​ທີ່​ມີ​ການ​ຕັດ​ໄຟ​ຟ້າ ທີ່​ຈະ​ຕຸ​ລັດ​ເອກກ​ກະ​ລາດ ໃນ​ເຂດ​ໃຈ​ກາງ​ນະ​ຄອນ​ຫຼວງ​ກີ​ຢິບ ເມື່ອ​ວັນ​ທີ 10 ພະ​ຈິກ 2022 ທ່າມ​ກາງ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ ເຂົ້າ​ໄປ​ໃນ​ປະ​ເທດ​ຢູ​ເຄ​ຣນ.

ກຳ​ລັງ​ຂອງ​ຢູ​ເຄ​ຣນ​ໄດ້​ເຂົ້າ​ຢຶດ​ຄືນ 40 ກວ່າ​ເມືອງ​ໃນ​ພາກ​ໃຕ້​ຂອງ​ປະ​ເທດ ອີງ​ຕາມ​ຄຳ​ເວົ້າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ທີ່​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້ ໃນ​ຂະ​ນະ​ທີ່​ຣັດ​ເຊຍ​ປະ​ກາດ​ວ່າ ຕົນ​ພວມ​ຖອນ​ກຳ​ລັງ​ອອກ​ຈາກ​ເຂດ​ເຄີ​ຊອນ.

“ທຸງ​ຊາດ​ຂອງ​ຢູ​ເຄ​ຣນ​ຈຳ​ນວນ​ນຶ່ງ​ໄດ້​ກັບ​ຄືນ​ໄປ​ສູ່​ບ່ອນ​ທີ່​ມັນ​ຄວນ​ຢູ່ ໃນ​ຂອບ​ຂອງ​ການ​ປະ​ຕິ​ບັດ​ງານ​ປ້ອງ​ກັນ​ປະ​ເທດ​ທີ່​ພວມ​ດຳ​ເນີນ​ຢູ່ ຊຶ່ງ​ໄດ້​ມີ​ການ​ປົດ​ປ່ອຍ​ແລ້ວ​ຫຼາຍໆ​ສິບ​ບ່ອນ ແລະ 41 ເມືອງ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ເຊ​ເລນ​ສ​ກີ ທີ່​ໄດ້​ກ່າວ​ຢູ່​ໃນ​ຄຳ​ປາ​ໄສ​ທາງວີ​ດີ​ໂອ ທີ່​ມີ​ຂຶ້ນເປັນ​ປະ​ຈຳ ທຸກໆ​ແລງ.

ເຄີ​ຊອນ ຊຶ່ງ​ເປັນ​ເມືອງ​ທ່າ​ຍຸດ​ທະ​ສາດ​ທີ່​ຕັ້ງ​ຢູ່​ແຄມ​ແມ່​ນ້ຳ​ດ​ນິບ​ໂປ​ຣ ຖືກ​ຢຶດ​ໄດ້​ພາຍ​ໃນ​ບໍ່​ເທົ່າ​ໃດ​ມື້ ຫຼັງ​ຈາກ​ກຳ​ລັງ​ຂອງ​ຣັດ​ເຊຍ​ໄດ້​ຮຸກ​ຮານ​ເຂົ້າ​ໄປ​ໃນ​ປະ​ເທດ​ຢູ​ເຄ​ຣນ​ເມື່ອ​ວັນ​ທີ 24 ພະ​ຈິກ.

ໃນ​ວັນ​ພຸດ​ຜ່ານ​ມານີ້ ມົ​ສ​ກູ​ໄດ້​ປະ​ກາດ​ວ່າ ຕົນ​ໄດ້​ເຮັດ “ການ​ຕັດ​ສິນ​ໃຈ​ທີ່​ຫຍຸ້ງ​ຍາກ” ເພື່ອ​ຖອນ​ທະ​ຫານ ​ອອກ​ຈາກ​ເຂດ​ແຄ​ມຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ດ​ນິບ​ໂປ​ຣ ຊຶ່ງ​ຮວມ​ທັງ​ເມືອງເຄີ​ຊອນ.

ພາຍ​ໃນ​ວັນ​ພະ​ຫັດ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ຣັດ​ເຊຍ​ກ່າວ​ວ່າ ທະ​ຫານ​ຂອງ​ຕົນ​ເລີ້ມ​ຖອນ​ອອກ​ຈາກ​ເຂດ​ດັ່ງ​ກ່າວ​ແລ້ວ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຢູ​ເຄ​ຣນ ທ່ານ​ໂອ​ເລັກ​ຊີ ເຣັ​ສ​ນີກອ​ບກ່າວ​ຕໍ່​ອົງ​ການ​ຂ່າວ​ຣອຍ​ເຕີ້​ວ່າ ມັນ​ຈະ​ໃຊ້​ເວ​ລາ​ດົນ​ກວ່າ​ນຶ່ງ​ອາ​ທິດ ກ່ອນ​ທີ່​ທະ​ຫານ​ຣັດ​ເຊຍ​ຈະ​ສາ​ມາດ​ຖອນ​ອອກ​ຈາກ​ເມືອງ​ເຄີ​ຊອນ. ທ່ານ​ກ່າວ​ຕື່ມ​ວ່າ ມົ​ສ​ກູ​ຍັງ​ມີ​ທະ​ຫານ 40,000 ​ຄົນ​ ​ຢູ່ໃນ​ເຂດ​ ແລະ​ໜ່ວຍ​ສືບ​ລັບ​ຢູ​ເຄ​ຣນ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ ຍັງ​ມີ​ກຳ​ລັງ​ທະ​ຫານ​ຣັດ​ເຊຍ ຢູ່​ພາຍ​ໃນ ແລະ​ອ້ອມ​ແອ້ມ​ເມືອງ​ດັ່ງ​ກ່າວ.

ສ່ວນ​ທີ່​ເຫຼືອ​ຂອງ​ເຂດ​ເຄີ​ຊອນ ປະ​ກອບ​ເປັນ​ຂົວ​ທາງ​ພາກ​ພື້ນ​ດິນ​ເພື່ອ​ເຊື່ອມ​ຕໍ່​ຣັດ​ເຊຍ​ໃສ່​ແຫຼມ​ໄຄ​ຣ​ເມຍ ທີ່​ຣັດ​ເຊຍ​ໄດ້​ຜະ​ໜວກ​ເອົາ​ໃນ​ປີ 2014 ​ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຝ​ຣັ່ງ. ເຄີ​ຊອນ​ແມ່ນ​ນຶ່ງ​ໃນສີ່​ແຂວງ ທີ່​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ໄດ້​ປະ​ກາດ​ຜະ​ໜວກ​ຫຼື​ຮວມ​ເຂົ້າ​ເປັນ​ດິນ​ແດນ​ຂອງ​ຕົນ​ເມື່ອ​ເດືອນ​ກັນ​ຍາ​ຜ່ານ​ມາ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ສະ​ຫະ​ລັດ​ແລະ​ປະ​ເທດ​ອື່ນໆ​ກ່າວ​ປະ​ນາມ​ວ່າ ເປັນ​ການ​ກະ​ທຳ​ທີ່​ຜິດ​ກົດ​ໝາຍ.

ໃນ​ຂະ​ນະ​ດຽວ​ກັນ ທຳ​ນຽບ​ຫ້າ​ແຈ​ໄດ້​ປະ​ກາດ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ສະ​ຫະ​ລັດ​ຈະ​ສະ​ໜອງ​ລະ​ບົບ​ລູກ​ສອນ​ໄຟ ​ຍິງ​ຈາກ​ດິນ​ສູ່​ອາ​ກາດ ໃຫ້​ແກ່​ປະ​ເທດ​ຢູ​ເຄ​ຣນ ອັນ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ຊ່ວຍ​ເຫຼືອ​ໃໝ່​ດ້ານ​ຄວາມ​ໝັ້ນ​ຄົງ ມູນ​ຄ່າ 400 ລ້ານ​ໂດ​ລາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG