ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຢູເຄຣນ ກ່າວວ່າ ຕົນໄດ້ຂັບໄລ່ ກອງກຳລັງຣັດເຊຍ ອອກໄປຈາກຫຼາຍເຂດ ແລະໄດ້ເຂົ້າຄວບຄຸມຄືນ


ພວກລົດທະຫານຂອງຢູເຄຣນ ກຳລັງແລ່ນຢູ່ໃນຫົນທາງສາຍນຶ່ງ ຂອງເຂດຄາກີບ ຂອງຢູເຄຣນທີ່ຫາກໍໄດ້ຖືກປົດປ່ອຍ, ວັນທີ 12 ກັນຍາ 2022.
ພວກລົດທະຫານຂອງຢູເຄຣນ ກຳລັງແລ່ນຢູ່ໃນຫົນທາງສາຍນຶ່ງ ຂອງເຂດຄາກີບ ຂອງຢູເຄຣນທີ່ຫາກໍໄດ້ຖືກປົດປ່ອຍ, ວັນທີ 12 ກັນຍາ 2022.

ຢູເຄຣນ ໄດ້ກ່າວອ້າງໃນວັນຈັນວານນີ້ວ່າ ຕົນໄດ້ຢຶດຄືນ​ມາ ຫຼາຍໆບ້ານຕື່ມອີກ ໃນພາກຕາເວັນອອກສຽງເໜືອຂອງປະເທດ ໂດຍຂັບໄລ່ກອງກຳລັງຂອງຣັດເຊຍຈຳນວນນຶ່ງ ກັບຄືນໄປເຂດຊາຍແດນ ລະຫວ່າງສອງປະເທດ.

ຫຼັງຈາກຫຼາຍເດືອນຜ່ານມາຂອງການຢຶດຄືນມາໄດ້ ແລະການສູນເສຍເຂດແດນກັບໄປກັບມາ ໂດຍກອງກຳລັງຂອງກິຢິບ ແລະມົ​ສກູ ບັນດາຜູ້ນຳຂອງຢູເຄຣນ ໄດ້ດີອົກດີໃຈ ໃນການບຸກຄືບໜ້າຢ່າງກະທັນຫັນ ເຂົ້າໄປໃນຂົງເຂດຄາກີບ ນັບຕັ້ງແຕ່ຕົ້ນເດືອນກັນຍາ ເປັນຕົ້ນມາ.

ປະທານາທິບໍດີຢູເຄຣນ ໂວໂລດີເມຍ ເຊເລັນສກີ ໄດ້ກ່າວໃນຄຳປາໄສ ຕໍ່ປະ ເທດຊາດ ປະຈຳຄ່ຳຄືນວັນຈັນວານນີ້ຂອງທ່ານ ວ່າ ກອງກຳລັງຂອງຢູເຄຣນ ໄດ້ຢຶດເອົາພື້ນທີ່ຫຼາຍກວ່າ 6,000 ຕາລາງກິໂລແມັດ ນັບຕັ້ງແຕ່ການບຸກໂຈມຕີໄດ້ເລີ້ມຂຶ້ນໃນເດືອນນີ້.

“ການເຄື່ອນຕົວຂອງກຳລັງທະຫານພວກເຮົາ ຍັງມີຢູ່ຕໍ່ເນື່ອງ” ທ່ານໄດ້ກ່າວ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ກ່າວວ່າ ໄດ້ມີ “ຄວາມຄືບໜ້າທີ່ສຳຄັນໂດຍຊາວຢູເຄຣນ ໂດຍສະເພາະຢູ່ໃນພາກຕາເວັນອອກສຽງເໜືອ” ຊຶ່ງທ່ານ ອ້າງເຖິງທັງການສະໜັບສະໜຸນຈາກສະຫະລັດ ແລະປະເທດພັນທະມິດອື່ນໆທັງຫຼາຍ ແລະ “ຄວາມກ້າຫານແລະຄວາມມຸ້ງໝັ້ນທີ່ມະຫັດສະຈັນຂອງກອງກຳລັງເຫຼົ່າທັບຕ່າງໆ ພ້ອມກັບປະຊາຊົນຢູເຄຣນ.”

“ອັນນີ້ຍັງເປັນມື້ຕົ້ນໆ” ທ່ານບລິງເກັນໄດ້ກ່າວ. ແລະກ່າວຕໍ່ໄປວ່າ “ດັ່ງນັ້ນ ຂ້າພະເຈົ້າຄິດວ່າ ມັນຈະເປັນການຜິດພາດ ທີ່ຈະຄາດຄະເນວ່າ ມັນຈະໄປຮອດໃສກັນແທ້, ເວລາໃດທີ່ມັນໄປເຖິງທີ່ນັ້ນ ແລະມັນຈະໄປນະທີ່ນັ້ນ ໄດ້ແນວໃດ.”

ກະຊວງປ້ອງກັນປະເທດຂອງຣັດເຊຍ ໄດ້ຍອມຮັບໃນທ້າຍສັບປະດາວ່າ ຕົນໄດ້ຖອນກອງກຳລັງອອກໄປ ໂດຍກ່າວວ່າ ພວກເຂົາເຈົ້າໄດ້ຈັດຕັ້ງກອງກຳລັງຄືນໃໝ່ຢູ່ໃນເຂດ​ໂດເນັສທາງພາກຕາເວັນອອກ.

ທ່ານໂອເລ ໄຊນີຮູໂບວ ຜູ້ປົກຄອງຂົງເຂດຄາກີບ ທາງພາກຕາເວັນອອກສຽງເໜືອຂອງຢູເຄຣນ ໄດ້ກ່າວວ່າ “ໃນບາງພື້ນທີ່ຂອງເຂດແນວໜ້າ, ພວກທະຫານປ້ອງກັນຊາດ ບຸກໄປຮອດເຂດຊາຍແດນລະຫວ່າງປະເທດຕິດກັບສະຫະພັນຣັດເຊຍ” ໂດຍພວກທະຫານຣັດເຊຍ ຖອຍໜີຢ່າງສົນລະວົນ.

“ພວກຣັດເຊຍ ໄດ້ຢູ່ທີ່ນີ້ໃນຕອນເຊົ້າ. ຕໍ່ມາໃນຕອນທ່ຽງ ພວກເຂົາເຈົ້າໄດ້ເລີ້ມຮ້ອງໂຮອອກມາ ຢ່າງຄຶກຄະນອງໃນທັນທີ ແລະໄດ້ເລີ້ມພາກັນແລ່ນໜີໄປ ໂດຍມີລົດຖັງ ແລະລົດຫຸ້ມເກາະຫຼາຍຄັນແລ່ນອອກໜ້າໄປກ່ອນ” ທ່ານດີມີໂທຣ ເຮີຣູສເຊັງໂກ (Dmytro Hrushchenko) ປະ​ຊາ​ຊົນ​ໃນ​ເມືອງ ຊາລີສນິຈເນ (Zaliznychne) ຊຶ່ງເປັນເມືອງ​ນ້ອຍໆ ທີ່ໄດ້ຖືກປົດປ່ອຍຫວ່າງມໍ່ໆມານີ້ໃກ້ກັບ ເຂດແນວໜ້າທາງພາກຕາເວັນອອກ ໄດ້ກ່າວຕໍ່ອົງການຂ່າວ Sky News.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG