ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ກ່າວວ່າ ຕົນພ້ອມທີ່ຈະຂັບໄລ່ການບຸກໂຈມຕີຂອງຣັດເຊຍ ໃນເມືອງບາກມຸດ


ແຟ້ມພາບ - ສະມາຊິກຄົນນຶ່ງຂອງໜ່ວຍໂຈມຕີແຍກ ທີ 3 ຂອງຢູເຄຣນ ປະຕິບັດພາລະກິດລາດຕະເວນ ທ່າມກາງການໂຈມຕີຂອງຣັດເຊຍໃສ່ຢູເຄຣນ ໃກ້ກັບບາກມຸດ ປະເທດຢູເຄຣນ ວັນທີ 7 ກັນຍາ 2023
ແຟ້ມພາບ - ສະມາຊິກຄົນນຶ່ງຂອງໜ່ວຍໂຈມຕີແຍກ ທີ 3 ຂອງຢູເຄຣນ ປະຕິບັດພາລະກິດລາດຕະເວນ ທ່າມກາງການໂຈມຕີຂອງຣັດເຊຍໃສ່ຢູເຄຣນ ໃກ້ກັບບາກມຸດ ປະເທດຢູເຄຣນ ວັນທີ 7 ກັນຍາ 2023

ເຈົ້າ​ໜ້າ​ທີ່​ທະຫານ​ຂອງ​ກີຢິບ ໃນວັນຈັນວານນີ້ ກ່າວວ່າ ຣັດ​ເຊຍ ​ໄດ້​ເພີ່ມ​ກຳລັງ​ທະຫານ​ຢູ່​ອ້ອມ​ເມືອງ ບາກມຸດ (Bakhmut) ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ທີ່ໄດ້ຖືກຖະຫຼົ່ມ ​ແລະ ​ໄດ້​ປ່ຽນ​ກຳລັງ​ທະຫານ​ຈາກ​ການ​ປ້ອງ​ກັນ​ໄປເປັນ​ການບຸກໂຈມຕີ, ​ແຕ່ ຢູ​ເຄຣນ ໄດ້ກະກຽມ​ເພື່ອ​ຂັບໄລ່​ການ​ບຸກ​ໂຈມ​ຕີດັ່ງກ່າວ, ອີງຕາມອົງການຂ່າວຣອຍເຕີສ໌.

ຣັດເຊຍໄດ້ຍຶດເອົາເມືອງ ບາກມຸດ, ສະໜາມລົບຂອງການຕໍ່ສູ້ທີ່ນອງເລືອດທີ່ສຸດຂອງສົງຄາມໄລຍະ 20 ເດືອນ, ໃນເດືອນພຶດສະພາ. ຢູ​ເຄຣນ ​ໄດ້​ເລີ້ມ​ການບຸກ​ໂຈມ​ຕີຕອບໂຕ້​ໃນ​ເດືອນ​ມິຖຸນາ ໂດຍມີເປົ້າໝາຍຈະຍຶດເອົາ​ດິນ​ແດນ​ທີ່ຖືກ​ຍຶດຄອງທາງພາກ​ໃຕ້ ​ແລະ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ຄືນ​ມາ ຮວມ​ທັງ​ເມືອງ ບາກມຸດ.

"ໃນເຂດພື້ນທີ່ ບາກມຸດ, ສັດຕູໄດ້ເສີມກຳລັງຂອງພວກເຂົາຢ່າງຫຼວງຫຼາຍ ແລະປ່ຽນຈາກການປ້ອງກັນໄປສູ່ການປະຕິບັດການເຊີງລຸກ," ນາຍພົນ ໂອເລັກແຊນເດີ ຊີຣສະກີ (Oleksandr Syrskyi), ຜູ້ບັນຊາການກອງກຳລັງພາກພື້ນດິນຂອງຢູເຄຣນ, ຂຽນໃນ Telegram.

ທ່ານໂວໂລດີມີ ຟິດໂຢ (Volodymyr Fityo) ຫົວໜ້າຝ່າຍ​ສື່ສານ​ຂອງ​ກອງ​ບັນຊາ​ການ​ກຳລັງ​ພາກ​ພື້ນ​ດິນ​ຂອງ​ຢູ​ເຄຣນ ກ່າວ​ວ່າ ກອງທັບຣັດ​ເຊຍ​ໄດ້​ກຽມພ້ອມ​ຕັ້ງ​ແຕ່​ຕົ້ນ​ເດືອນ​ນີ້ ​ເພື່ອ​ຍຶດຄືນ​ທີ່ໝັ້ນຢູ່​ອ້ອມ​ຮອບ ບາກມຸດ ທີ່​ໄດ້​ສູນ​ເສຍ​ໄປ​ ໃນ​ລະຫວ່າງ​ການ​ໂຈມ​ຕີ​ຂອງ​ຢູ​ເຄຣນ.

"ພວກເຮົາໄດ້ເຫັນສິ່ງນີ້, ໜ່ວຍສືບລັບໄດ້ລາຍງານທຸກຢ່າງ. ພວກເຮົາໄດ້ກະກຽມ, ເສີມຄວາມແຂງແກ່ນໃຫ້ກັບການປ້ອງກັນຂອງພວກເຮົາ, ຈັດການເສີມສ້າງສິ່ງປ້ອງກັນໃຫ້ແຂງແກ່ນ ແລະດຶງເອົາກຳລັງສຳຮອງ," ທ່ານ ຟິດໂຢ ກ່າວຕໍ່ ອົງການຂ່າວຣອຍເຕີສ໌ ທາງໂທລະສັບ ແລະວ່າ "ນີ້ບໍ່ໄດ້ເປັນເລື້ອງທີ່ໜ້າແປກໃຈສໍາລັບພວກເຮົາ".

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG