ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຢູເຄຣນ ກ່າວວ່າ ຕົນ 'ໄດ້ປະຕິບັດຕາມ' ການປະຕິຮູບຕ່າງໆ ທີ່ກຳນົດໂດຍ ອີຢູ ເພື່ອເຂົ້າຮ່ວມເປັນສະມາຊິກ


ແຟ້ມພາບ - ທຸງຊາດຂອງປະເທດສະມາຊິກສະຫະພາບຢູໂຣບ ປັກຢູ່ອ້ອມຮອບທຸງໃຫຍ່ຂອງສະຫະພາບຢູໂຣບ ທີ່ປູຢູ່ເທິງພື້ນໃນໃຈກາງຈັດຕຸລັດ ຊູແມນ (Schuman Square) ຢູ່ດ້ານນອກສຳນັກງານໃຫຍ່ຂອງ ຄະນະກຳມາທິການຢູໂຣບ ໃນນະຄອນຫຼວງ ບຣັສໂຊລສ໌ ຂອງແບລຈ້ຽ, ວັນທີ 8 ພຶດສະພາ 2021.
ແຟ້ມພາບ - ທຸງຊາດຂອງປະເທດສະມາຊິກສະຫະພາບຢູໂຣບ ປັກຢູ່ອ້ອມຮອບທຸງໃຫຍ່ຂອງສະຫະພາບຢູໂຣບ ທີ່ປູຢູ່ເທິງພື້ນໃນໃຈກາງຈັດຕຸລັດ ຊູແມນ (Schuman Square) ຢູ່ດ້ານນອກສຳນັກງານໃຫຍ່ຂອງ ຄະນະກຳມາທິການຢູໂຣບ ໃນນະຄອນຫຼວງ ບຣັສໂຊລສ໌ ຂອງແບລຈ້ຽ, ວັນທີ 8 ພຶດສະພາ 2021.

ນາຍົກລັດຖະມົນຕີຂອງຢູເຄຣນ ທ່ານ ເດນິສ ສມີໂກລ (Denys Shmygal) ໄດ້ກ່າວໃນວັນຈັນວານນີ້ ວ່າ ກີຢິບ ໄດ້ປະຕິບັດຕາມຂໍ້ແນະນຳຕ່າງໆທັງໝົດຂອງສະຫະພາບຢູໂຣບ ຫຼື ອີຢູ ຂະນະທີ່ປະເທດຂອງທ່ານທີ່ໄດ້ຖືກກະທົບໂດຍສົງຄາມຢູ່ນີ້ ພວມຊຸກຍູ້ໃຫ້ເລີ້ມຕົ້ນການເຈລະຈາເພື່ອເຂົ້າຮ່ວມໃນກຸ່ມປະເທດດັ່ງກ່າວ.

ຢູເຄຣນ ຊຶ່ງໄດ້ຈັດການປະຕິວັດທີ່ສະໜັບສະໜຸນສະຫະພາບຢູໂຣບ ໃນປີ 2014 ກໍໄດ້ສູ້ລົບການບຸກລຸກຂອງຣັດເຊຍ ມາໄດ້ນຶ່ງປີກວ່າແລ້ວ. ປະທານາທິບໍດີ ໂວໂລດີເມຍ ເຊເລັນສກີ ໄດ້ກ່າວວ່າ ປະເທດຂອງທ່ານ “ສົມຄວນໄດ້ຮັບ” ການເລີ້ມເຈລະຈາ ເພື່ອເຂົ້າຮ່ວມກຸ່ມປະເທດດັ່ງກ່າວ ໃນປີນີ້.

ທ່ານສມີໂກລ ໄດ້ກ່າວວ່າ ຢູເຄຣນ ໄດ້ແຕ່ງຕັ້ງຫົວໜ້າຄົນໃໝ່ຂອງກົມປາບປາມການສໍ້ລາດບັງຫຼວງແຫ່ງຊາດ, ດ້ວຍເຫດນີ້ ຈຶ່ງໄດ້ສຳເລັດການປະຕິຮູບທີ່ໄດ້ຖືກກຳນົດໄວ້ໂດຍ ອີຢູ.

“ຢູເຄຣນ ໄດ້ປະຕິບັດຕາມຂໍ້ແນະນຳທັງເຈັດຂໍ້ຂອງອີຢູ” ທ່ານໄດ້ຂຽນນລົງໃນທວີດເຕີ. ທ່ານຂຽນອີກວ່າ “ອັນນີ້ໄດ້ສະແດງໃຫ້ເຫັນເຖິງຄວາມມຸ້ງໝັ້ນຂອງພວກເຮົາທີ່ຈະກ້າວໄປສູ່ການເລີ້ມເຈລະຈາໃນການເຂົ້າຮ່ວມເປັນສະມາຊິກ ໃນປີນີ້.”

ທ່ານໄດ້ປະກາດວ່າ ທ່ານເຊແມັນ ກຣີໂວໂນສ (Semen Kryvonos) ອາຍຸ 40 ປີ ໄດ້ຖືກແຕ່ງຕັ້ງໃຫ້ເປັນຫົວໜ້າອົງການປາບປາມການສໍ້ລາດບັງຫຼວງ ຄົນໃໝ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG