ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຢູເຄຣນກ່າວວ່າ ຕົນໄດ້​​ເອົາຊະ​ນະຄວາມ​ພະ​ຍາ​ຍາມ ​ຂອງຣັດເຊຍ ​ທີ່​ຈະເຮັດໃຫ້ລະດູໜາວ ເຕັມໄປດ້ວຍ ຄວາມເຈັບປວດ


ພາບນີ້​ສະ​ແດງ​ໃຫ້​ເຫັນ​ທາງ​ລົດ​ໄຟ​ ແລະ​ສາຍ​ໄຟ​ຟ້າທີ່​ຖືກ​ສົງ​ຄາມ​ທຳ​ລາຍໃນ​ບ້ານ Sosnove, ເຂດ Donetsk, ວັນ​ທີ 1 ມີ​ນາ, 2023.
ພາບນີ້​ສະ​ແດງ​ໃຫ້​ເຫັນ​ທາງ​ລົດ​ໄຟ​ ແລະ​ສາຍ​ໄຟ​ຟ້າທີ່​ຖືກ​ສົງ​ຄາມ​ທຳ​ລາຍໃນ​ບ້ານ Sosnove, ເຂດ Donetsk, ວັນ​ທີ 1 ມີ​ນາ, 2023.

ໃນຂະນະທີ່ປະຕິທິນໄດ້ເປີດໄປສູ່ເດືອນມີນາ, ຢູເຄຣນໄດ້ໂຕ້ແຍ້ງໃນວັນພຸດວານນີ້ວ່າ ຕົນໄດ້ເຮັດ​ໃຫ້​ເກີດຄວາມພ່າຍແພ້ອັນໃຫຍ່ຫຼວງ ແກ່ຣັດເຊຍ, ເອົາຊະນະການ ໂຈມຕີຂອງມົ​ສກູທີ່​ເປີດການ​ໂຈມ​ຕີ​ດ້ວຍການ​ລະ​ດົ​ມຍິງເປັນເວລາຫຼາຍອາທິດທີ່ແນ ເປົ້າໃສ່ລະບົບໄຟຟ້າ ແລະນ້ໍາຂອງຢູ​ເຄ​ຣນ ເພື່ອທໍາລາຍພວກເຂົາເຈົ້າ ແລະເຮັດໃຫ້ ເກີດຄວາມເຈັບປວດສູງທີ່ສຸດຕໍ່ຊາວຢູ​ເຄ​ຣນ ໃນຊ່ວງ​ທີ່​ມີ​ອາກາດ​ເຢັນ​ສຸດຂອງລະດູຫນາວ.

"ໃນວັນທີ 1 ມີນາ 2023, ທ່ານວ​ລາ​ດິ​ເມຍ ປູ​ຕິນ, [ປະທານາທິບໍດີຣັດເຊຍ] ໄດ້ປະ ສົບກັບຄວາມ ພ່າຍແພ້ຄັ້ງໃຫຍ່ອີກຄັ້ງ​ນຶ່ງ," ນັ້ນ​ຄື​ຄຳ​ເວົ້າ​ຂອງ ລັດຖະມົນຕີການຕ່າງ ປະເທດຢູເຄຣນ, ທ່ານ​ດ​ມິດ​ໂຕ​ຣ ຄູ​ເລ​ບາ (Dmytro Kuleba) ຂຽນລົງໃນທວີດ​ເຕີ. "ເຖິງແມ່ນວ່າ ຈະມີຄວາມ ໜາວເຢັນ, ຄວາມມືດ, ແລະການໂຈມຕີດ້ວຍລູກສອນໄຟ ກໍ​ຕາມ ຢູ​ເຄ​ຣນໄດ້ອົດທົນ ແລະເອົາຊະນະຄວາມໜ້າຢ້ານກົວຂອງລະດູຫນາວ ຂອງ ຕົນ."

ທ່ານຄູ​ເລ​ບາຍັງຂຽນວ່າ "ນອກຈາກນັ້ນ," "ຢູ​ເຄ​ຣນບໍ່​ໄດ້​ ‘ແຂງ​ເປັນ​ນ້ຳ​ກ້ອນ' ເຖິງແມ່ນວ່າຣັດເຊຍໄດ້ ຄາດຄະເນໄວ້ ແລະທຳການເຍາະເຍີ້ຍ" ກໍ​ຕາມ ຍ້ອນວ່າບັນດາ ປະເທດຕາເວັນຕົກໄດ້​ເປັນ ພັນທະມິດກັບຢູເຄຣນ ໄດ້ຫລຸດການຊື້ນໍ້າມັນຂອງຣັດເຊຍ ສໍາລັບໃຊ້​ໃນເຮືອນ ແລະໃນທຸລະກິດ. "ຂ້າພະເຈົ້າຂໍຂອບໃຈຄູ່ຮ່ວມມືຂອງ ພວກເຮົາທີ່ຢືນຢູ່ຄຽງ​ຂ້າງກັບຢູ​ເຄ​ຣນ."

ແພດ​ທຳ​ການ​ປະ​ຖົມ​ພະ​ຍາ​ບານ​ແກ່ທະ​ຫານ​ຢູ​ເຄ​ຣນ​ໃນ​ເມືອງ​ບັກ​ມູດ ທີ່​ເປັນ​ສະ​ໜາມ​ລົບ​ທີ່​ໜັກ​ໜ່ວງ​ທີ່​ສຸດກັບ​ທະ​ຫານ​ຣັດ​ເຊຍໃນ​ເຂດດອນ​ເນດ ຂອງ​ຢູ​ເຄ​ຣນ, ວັນ​ທີ 27 ກຸມ​ພາ, 2023
ແພດ​ທຳ​ການ​ປະ​ຖົມ​ພະ​ຍາ​ບານ​ແກ່ທະ​ຫານ​ຢູ​ເຄ​ຣນ​ໃນ​ເມືອງ​ບັກ​ມູດ ທີ່​ເປັນ​ສະ​ໜາມ​ລົບ​ທີ່​ໜັກ​ໜ່ວງ​ທີ່​ສຸດກັບ​ທະ​ຫານ​ຣັດ​ເຊຍໃນ​ເຂດດອນ​ເນດ ຂອງ​ຢູ​ເຄ​ຣນ, ວັນ​ທີ 27 ກຸມ​ພາ, 2023

ໃນ​ຂະ​ນະດຽວກັນ, ຢູ່​ສະ​ຫນາມ​ລົບນັ້ນ, ການ​ຕໍ່​ສູ້​ເພື່ອຍາດ​ແຍ່ງ​ເອົາ​ເມືອງ​ບັກ​ມູດ ​ຢູ່ພາກ​ຕາ​ເວັນ​ອອກກໍ​ກຳ​ລັງດຳ​ເນີ​ນ​ໄປ​ຢູ່. ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຢູເຄຣນ, ທ່ານນາງຮານ​ນາ ມາ​ເລຍ (Hanna Maliar) ກ່າວວ່າ ກີ​ຢິບ ໄດ້ສົ່ງ ກຳລັງທະຫານໄປເສີມ​ຢູ່ບັກ​ມູດ ເຖິງແມ່ນວ່າ ກຳລັງທະ​ຫານຣັດເຊຍໄດ້ເພີ່ມຄວາມ​ເຂັ້ມ​ແຂງຂຶ້ນ​ ເທື່ອລະກ້າວຢູ່​ທີ່​ນັ້ນ​ກໍ​ຕາມ. ​ແຕ່​ທ່ານ​ນາງ ​ກໍ​ບໍ່​ໄດ້​ບອກ​ວ່າ ຈະ​ມີ​ກຳລັງ​ທະຫານ​ຈຳນວນ​ເທົ່າໃດ ຫຼື​ຈະ​ຖືກ​ນຳ​ໃຊ້​ແບບ​ໃດ — ເປັນ​ການໄປເພື່ອ​ຕໍ່ສູ້ ປ້ອງ​ກັນ​ເມືອງນັ້ນບໍ ຫຼື​ອາດ​ຈະ​ເອົາ​ໄປເປັນ​ກອງ​ໜູນ​ຊ່ວຍ​ດ້ານ​ການ​ຂົນ​ສົ່ງ ຖ້າ​ຢູ​ເຄຣນ​ຕັດສິນ​ໃຈທີ່​ຈະ​ຖອນ​ຕົວ ຫລືບໍ່.
ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຢູ່​ເມືອງບັກ​ມູດໄດ້​ເພີ້ມຂຶ້ນ​ຢ່າງ​ໜັກ​ໜ່ວງ​ຕໍ່​ທັງ​ສອງ​ຝ່າຍ. ຢູ​ເຄຣນ ​ຍັງ​ສືບ​ຕໍ່​ຕີບໍ່​ຍອມຖອຍ ​ແຕ່​ການ​ເສີມ​ທະຫານ​ຂອງຣັດ​ເຊຍ ​ໄດ້ເຮັດ​ໃຫ້​ຣັດ​ເຊຍ​ເຂົ້າ​ຍຶດ​ເອົາ​ໝູ່​ບ້ານ ​ແລະ​ເມືອງ​ຕ່າງໆ ​ອ້ອມ​ຮອບ​ເມືອງນັ້ນ ​ແລະໄດ້​ປິດລ້ອ​ມເມືອງ​ໄວ້​ສາມ​ດ້ານ.
​ໃນ​ຄຳ​ປາ​ໄສ​ໃນ​ຕອນ​ກາງຄືນ​ຂອງ​ທ່ານ​ ໃນ​ວັນ​ອັງຄານຜ່ານ​ມາ​ນີ້, ປະທານາທິບໍດີ​ຢູ​ເຄຣນ ທ່ານໂວ​ໂລ​ດິ​ເມຍ ເຊ​ເລນ​ສ໌​ກີ ກ່າວ​ວ່າ “ສະຖານະ​ການ​ຍັງ​ຫຍຸ້ງຍາກ​ທີ່​ສຸດ​ຢູ່​ບັກ​ມູດ ​ແລະ​ການ​ສູ້​ລົບ ມີ​ຄວາມສຳຄັນ​ໃນ​ການ​ປ້ອງ​ກັນ​ຕົວ​ເມືອງດັ່ງ​ກ່າວ. ຄວາມຮຸນ ແຮງຂອງການຕໍ່ສູ້ກັນ ​ກໍມີແຕ່ເພີ່ມຂຶ້ນ.” ມັນເປັນຄືນທີສອງຕິດຕໍ່ກັນ ທີ່ທ່ານໄດ້ທຳ ການປະເມີນສະຫນາມລົບບັກ​ມູດ.

ໃນວັນຈັນຜ່ານ​ມາ ທ່ານກ່າວວ່າ, "ສັດຕູກຳລັງທຳລາຍທຸກຢ່າງທີ່ສາມາດໃຊ້ເພື່ອປົກປ້ອງ​ຈຸດ​ຢືນຂອງພວກເຮົາ, ເພື່ອ​ຍາດ​ເອົາ​ຖານ​ທີ່ໝັ້ນ ແລະຮັບປະກັນການປ້ອງກັນປະ​ເທດ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG