ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົ​ວ​ໜ້າ​ອົງ​ການ NATO ຮຽກ​ຮ້ອງ​ພັນ​ທະ​ມິດ​ໃຫ້​ສືບ​ຕໍ່​ສະ​ໜອງ​ທຶນ​ ເພື່ອຄວາມ​ຕ້ອງ​ການ​​ປ້ອງ​ກັນ​ປະ​ເທດ​ຂອງ ຢູ​ເຄ​ຣນ


ທະ​ຫານ​ຄົນ​ນຶ່ງ​ຂອງກອງ​ພົນ​ນ້ອຍພິ​ເສດ ອາ​ຊອ​ຟ ​ທີ 12th ຂອງ​ກຳ​ລັງຮັກ​ສາ​ດິນ​ແດນຂອງ ຢູ​ເຄ​ຣນ ກະ​ກ​ຽມ​ເພື່ອ​ຍິງ​ປືນ​ 155ມມ M109 Paladin ໄປ​ໃສ່​ຕຳ​ແໜ່ງ​ຂອງ ຣັດ​ເຊຍ ໃນ​ແຖວ​ໜ້າ, ໃກ້​ກັບ​ເມືອງ ເຄ​ຣ​ມິນ​ນາ, ພາກ​ພື້ນ ລູ​ຮານ​ສ໌ ຂອງ ຢູ​ເຄ​ຣນ, 28 ມັງ​ກອນ 2024.
ທະ​ຫານ​ຄົນ​ນຶ່ງ​ຂອງກອງ​ພົນ​ນ້ອຍພິ​ເສດ ອາ​ຊອ​ຟ ​ທີ 12th ຂອງ​ກຳ​ລັງຮັກ​ສາ​ດິນ​ແດນຂອງ ຢູ​ເຄ​ຣນ ກະ​ກ​ຽມ​ເພື່ອ​ຍິງ​ປືນ​ 155ມມ M109 Paladin ໄປ​ໃສ່​ຕຳ​ແໜ່ງ​ຂອງ ຣັດ​ເຊຍ ໃນ​ແຖວ​ໜ້າ, ໃກ້​ກັບ​ເມືອງ ເຄ​ຣ​ມິນ​ນາ, ພາກ​ພື້ນ ລູ​ຮານ​ສ໌ ຂອງ ຢູ​ເຄ​ຣນ, 28 ມັງ​ກອນ 2024.

ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ NATO ທ່ານ ເຈັນ​ສ໌ ສ​ໂຕ​ລ​ເທັນ​ເບີກ ໄດ້​ກ່າວ​ວ່າ ຢູ​ເຄ​ຣນ ຄວນ​ສືບ​ຕໍ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ທີ່​ເຂົາ​ເຈົ້າ​ຕ້ອງ​ການ​ເພື່ອ​ຕໍ່​ສູ້​ກັບ ຣັດ​ເຊຍ ຢູ່ນອກ​ດິນ​ແດນ​ຂອງ​ເຂົາ​ເຈົ້າ, ບໍ່​ດັ່ງ​ນັ້ນ, ສະ​ຫະ​ລັດ, ຢູ​ໂຣບ ແລະ ພາກ​ສ່ວນ​ອື່ນໆ​ຂອງ​ໂລກ​ຈະ​ມີ​ຄວາ​ມ​ສ່ຽງຫຼາຍກວ່າ​ເກົ່າ​ຖ້າ​ປະ​ທາ​ນາ​ທິ​ບໍດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ໄດ້​ສິ່ງ​ທີ່​ “ລາວ​ຕ້ອງ​ການ​ຈາກ ຢູ​ເຄ​ຣນ.”

ທ່ານ ສ​ໂຕ​ລ​ເທັນ​ເບີກ ເວົ້າ​ວ່າເຫດ​ການ​ດັ່ງ​ກ່າວ​ນັ້ນ​ຍັງ​ຈະ​ເປັນ​ແຮງ​ກະ​ຕຸ້ນ​ເພື່ອ​ຍາດ​ເອົາ​ດິນ​ແດນ​ໃຫ້​ລະ​ບອບ​ການ​ປົກ​ຄອງ​ຜະ​ເດັດ​ກາ​ນ​ອື່ນໆ​ໃນ​ພາກ​ສ່ວ​ນ​ອື່ນໆ​ຂອງໂລກ.

ໃນ​ລະ​ຫວ່າງ​ການ​ສຳ​ພາດ​ກັບ​ໂທ​ລະ​ພາບ Fox News ເມື່ອ​ວັນ​ອາທິດ​ວານນີ້, ທ່ານ ສ​ໂຕ​ລ​ເທັນ​ເບີກ ຍັງ​ໄດ້​ກ່າວ​ວ່າ ປັກ​ກິ່ງ ແມ່ນ​ກຳ​ລັງ​ຕິດ​ຕາມ​ການ​ຕອບ​ໂຕ້​ຂອງ NATO ຕໍ່​ການ​ບຸກ​ລຸກ​ ຢູ​ເຄ​ຣນ ຂອງ​ທ່ານ ປູ​ຕິນ ຢ່າງ​ໃກ້​ຊິດ. ຫົວ​ໜ້າ​ອົງ​ການ NATO ໄດ້​ກ່າວ​ວ່າ “ມື້ນີ້, ມັນ​ແມ່ນ ຢູ​ເຄ​ຣນ, ມື້​ອື່ນ, ມັນ​ອາດ​ເປັນ​ໄຕ້​ຫວັນ.”

ພ້ອມ​ກັນ​ນັ້ນ​ໃນ​ວັນ​ອາ​ທິດ​ວານີ້, ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ​ການ​ຍົກ​ເລີກ​ການ​ຊ່ວຍ​ເຫຼືອ​ຈາກ ສະ​ຫະ​ລັດ ຕໍ່ ກີ​ຢິບ ຈະ​ເປັນ​ການ​ສົ່ງ​ຂໍ້​ຄວາມ​ທີ່ບໍ່​ດີ, ໃນ​ຂະ​ນະ​ທີ່​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ຖືກ​ກີດ​ກັນ​ໃນ​ການ​ອະ​ນຸ​ມັດ​ການ​ຊ່ວຍ​ເຫຼືອ​ຕໍ່​ໄປ​ໂດຍ​ພັກຣີ​ພັບ​ບ​ລີ​ກັນໃນ​ຫໍ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG