ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຢູ​ເຄ​ຣນ ກ່າວ​ວ່າ ມີ​ຄວາມ​ເສຍ​ຫາຍ​ພຽງ​ເລັກ​ນ້ອຍ ແລະ​ກະ​ກຽມ​ການ​ສົ່ງ​ອອກ​ອາ​ຫານ​ປະ​ເພດ​ເມັດຂອງ​ຕົນ


ຮູບ​ພາບ​ທີ່​ນຳ​ອອ​ກ​ເຜີຍ​ແຜ່ ໂດຍ​ສະ​ພາ​ປົກ​ຄອງ​ເມືອງ​ໂອ​ເດ​ສ​ຊາ ຜ່ານ​ທາງ​ຊ່ອງ​ເຕ​ເລກ​ຣາມ ເມື່ອ​ວັນ​ທີ 24 ກໍ​ລະ​ກົດ 2022 ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ເຈົ້າ​ໜ້າ​ທີ່​ດັບ​ໄຟ​ຂອ​ງ​ຢູ​ເຄ​ຣນ ພວມ​ພາ​ກັນ​ມອດ​ໄຟ​ ທີ່​ລຸກ​ໄໝ້​ເຮືອ​ລຳ​ນຶ່ງ ທີ່​ເມືອງ​ທ່າ​ໂອ​ເດ​ຊາ.
ຮູບ​ພາບ​ທີ່​ນຳ​ອອ​ກ​ເຜີຍ​ແຜ່ ໂດຍ​ສະ​ພາ​ປົກ​ຄອງ​ເມືອງ​ໂອ​ເດ​ສ​ຊາ ຜ່ານ​ທາງ​ຊ່ອງ​ເຕ​ເລກ​ຣາມ ເມື່ອ​ວັນ​ທີ 24 ກໍ​ລະ​ກົດ 2022 ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ເຈົ້າ​ໜ້າ​ທີ່​ດັບ​ໄຟ​ຂອ​ງ​ຢູ​ເຄ​ຣນ ພວມ​ພາ​ກັນ​ມອດ​ໄຟ​ ທີ່​ລຸກ​ໄໝ້​ເຮືອ​ລຳ​ນຶ່ງ ທີ່​ເມືອງ​ທ່າ​ໂອ​ເດ​ຊາ.

ຣັ​ດເຊຍ​ຮັບ​ຮູ້​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ຕົນ​ໄດ້​ຍິງ​ຈະ​ຫຼວດ​ໂຈມ​ຕີ​ ທ່າ​ກຳ​ປັ່ນ​ໃນ​ທະ​ເລ​ດຳ​ຂອງ​ຢູ​ເຄ​ຣນ ທີ່​ເມືອງ​ໂອ​ເດ​ສ​ຊາ ຫຼັງ​ຈາກ​ໄດ້​ມີ​ການ​ຕົກ​ລົງ​ກັນ​ໃນ​ທ້າຍ​ອາ​ທິດ​ແລ້ວນີ້​ວ່າ ອາ​ຫານ​ປະ​ເພດ​ເມັດ​ຂອງ​ຢູ​ເຄ​ຣນ​ ສາ​ມາດ​ສົ່ງ​ອອກໄດ້​ຈາກ​ເມືອງ​ທ່າ​ແຫ່ງນີ້.

ໂຄ​ສົກ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ນາງ​ມາ​ຣີ​ອາ ຊັກ​ຄາ​ໂຣ​ວາ ໄດ້​ຂຽນ​ລົງ​ໃນ​ບັນ​ຊີ​ເຕ​ເລກ​ຣາ​ຂອງ​ນາງວ່າ “ລູກ​ສອນ​ໄຟ​ຄາ​ລີ​ເບີ​ໄດ້​ທຳ​ລາຍ​ພື້ນ​ຖານ​ໂຄງ​ລ່າງ​ທາງ​ທະ​ຫານ​ຢູ່​ທີ່​ເມືອງ​ທ່າ​ໂອ​ເດ​ສ​ຊາ ໃນ​ການ​ໂຈມ​ຕີ​ດ້ວຍ​ຄວາມ​ແມ່ນ​ຍຳ​ສູງ.”

ກ່ອນ​ໜ້ານີ້ ຣັດ​ເຊຍ​ໄດ້​ປະ​ຕິ​ເສດ​ຕໍ່​ການ​ພົວ​ພັນ​ໃດໆ ກັບ​ການ​ໂຈມ​ຕີ​ໃນ​ມື້​ວັນ​ເສົາ​ຜ່ານ​ມາ ທີ່​ມີ​ຂຶ້ນ​ນຶ່ງມື້​ຫຼັງ​ຈາກ​ຣັດ​ເຊຍແລະ​ຢູ​ເຄ​ຣນ ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ ທີ່​ອະ​ນຸ​ຍາດ​ໃຫ້​ຢູ​ເຄ​ຣນ​ສົ່ງ​ອອກ​ອາ​ຫານ​ປະ​ເພດ​ເມັດ​ຫຼາຍໆ​ລ້ານ​ໂຕນ ຈາກ​ທ່າ​ກຳ​ປັ່ນ​ໃນ​ທະ​ເລ​ດຳ​ແຫ່ງນີ້​ຂອງ​ຕົນ.

ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ​ເປັນ​ຫຍັງ​ຣັດ​ເຊຍ​ຈຶ່ງ​ໄດ້​ຕ່າວ​ປີ້ນ​ການ​ປະ​ຕິ​ເສດ​ແລະ​ຍອມ​ຮັບ​ວ່າ​ຕົນ​ເປັນ​ຜູ້​ທຳ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ.

ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ໄດ້​ກ່າວ​ໂຈມ​ຕີ​ຣັດ​ເຊຍ​ທີ່​ເຮັດ​ໃຫ້​ຂໍ້​ຕົກ​ລົງ​ສົ່ງ​ອອກ​ອາ​ຫານ​ປະ​ເພດ​ເມັດ​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ.

ໃນ​ຄຳ​ປາ​ໄສ​ປະ​ຈຳ​ວັນ​ເມື່ອ​ແລງວັນ​ເສົາ​ແລ້ວນີ້ ທ່ານ​ເຊ​ເລນ​ສ​ກີ​ກ່າວ​ວ່າ “ການ​ໂຈມ​ຕີ​ຕໍ່​ໂອ​ເດ​ສ​ຊາ ຕໍ່​ທ່າ​ກຳ​ປັ່ນ​ຂອງ​ພວກ​ເຮົາ ແມ່ນ​ເປັນ​ການ​ກະ​ທຳແບບ​ດູ​ຖູກ​ຢຽດ​ຢາມ ແລະ​ມັນ​ຍັງ​ເປັນ​ຄວາມ​ເສຍ​ຫາຍ​ຕໍ່​ທ່າ​ທີ​ທາງ​ດ້ານ​ການ​ເມືອງ​ຂອງ​ຣັດ​ເຊຍ​ໃນ​ຕົວ​ຂອງ​ມັນ​ເອງ. ຖ້າ​ບຸກ​ຄົນ​ໃດ​ໃນ​ໂລກນີ້​ຍັງ​ສາ​ມາດ​ເວົ້າອີກວ່າ ການ​ເຈ​ລະ​ຈາ​ໃນ​ຮູບ​ໃດ​ຮູບ​ນຶ່ງ….​ກັບ​ຣັດ​ເຊຍ ຂໍ້​ຕົກ​ລົງ​ແບບ​ໃດ​ແບບ​ນຶ່ງ​ແມ່ນ​ມີ​ຄວາມ​ຈຳ​ເປັນ ຂໍ​ໃຫ້​ທ່ານ​ເບິ່ງວ່າ​ແມ່ນ​ຫຍັງ​ໄດ້​ເກີດ​ຂຶ້ນ. ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຄາ​ລີ​ເບີ​ຂອງ​ຣັດ​ເຊຍ​ໃນ​ມື້ນີ້ ແມ່ນ​ໄດ້​ທຳ​ລາຍ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ໃນ​ຖະ​ແຫຼງ​ການບບນັ້ນ.”

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ໄດ້​ສະ​ແດງ​ຄວາມຄິດ​ເຫັນ​ທີ່​ຄ້າຍ​ຄື​ກັນ ຢູ່​ໃນ​ຖະ​ແຫຼງ​ການ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ຕອນ​ແລງ​ຂອງມື້​ວັນ​ເສົາ​ທີ່​ຜ່ານ​ມາ.

ຫົວ​ໜ້າ​ນັກ​ການ​ທູດ​ຂອງ​ສະ​ຫະ​ລັດກ່າວ​ວ່າ “ການ​ໂຈມ​ຕີນີ້​ໄດ້​ພາ​ໃຫ້​ເກີດ​ຄວາມ​ສົງ​ໄສ ຕໍ່​ຄວາມ​ໜ້າ​ເຊື່ອ​ຖື​ໃນ​ການ​ໃຫ້​ຄວາມ​ໝັ້ນ​ໝາຍ​ຂອງ​ຣັດ​ເຊຍ ໃນຂໍ້​ຕົກ​ລົງ​ເມື່ອວັນສຸກ​ຜ່ານ​ມາ ແລະ​ບ່ອນ​ທຳ​ລາຍ​ຕໍ່​ວຽກ​ງານ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເທີ​ກີ ແລະ​ຢູ​ເຄ​ຣນ ທີ່​ຈະ​ສົ່ງ​ອອກ​ອາ​ຫານ​ອັນ​ສຳ​ຄັນ ​ໄປ​ສູ່​ຕະ​ຫຼາດ​ໂລກ. ຣັດ​ເຊຍເປັນ​ຜູ້​ຮັບ​ຜິດ​ຊອບ ​ຕໍ່​ການ​ເຮັດ​ໃຫ້​ວິ​ກິດ​ການ​ອາ​ຫານ​ຂອງ​ໂລກຮ້າຍ​ແຮງ​ຂຶ້ນ​ຕື່ມ ແລະ​ຕ້ອງ​ໄດ້​ຢຸດ​ເຊົາ​ການ​ຮຸກ​ຮານ​ຂອງ​ຕົນ ແລະ​ປະ​ຕິ​ບັດ​ຢ່າງ​ຄົບ​ຖ້ວນ​ຕາມ​ຂໍ້​ຕົກ​ລົງ​ທີ່​ຕົນ​ໄດ້​ລົງ​ນາມ​ໄປ​ນັ້ນ.”

XS
SM
MD
LG