ເລຂາທິການໃຫຍ່ອົງການເນໂຕ້ ທ່ານເຈັນ ສໂຕລເທັນເບີກ ກ່າວໃນວັນພະຫັດວານນີ້ວ່າ ກໍາລັງຢູເຄຣນ “ຄ່ອຍໆໄດ້ຮັບຄວາມກ້າວໜ້າດີຂຶ້ນ” ໃນການປະເຊີນໜ້າກັບການສູ້ລົບຢ່າງດຸເດືອດ ແລະ ທ່ານໄດ້ຮຽກຮ້ອງໃຫ້ບັນດາພັນທະມິດ ສະໜອງການຊ່ວຍເຫຼືອເພີ້ມເຕີມຢ່າງຕໍ່ເນື່ອງ, ຊຸກຍູ້ການຜະລິດດ້ານປ້ອງກັນຊາດ ແລະ ເລັ່ງການສົ່ງມອບອາວຸດໃຫ້ຢູເຄຣນ.
"ຢູເຄຣນເຂັ້ມແຂງຂຶ້ນເທົ່າໃດ, ພວກເຮົາກໍເຂົ້າໃກ້ການຍຸດຕິການຮຸກຮານຂອງ ຣັດເຊຍຫຼາຍຂຶ້ນເທົ່ານັ້ນ," ທ່ານສໂຕລເທັນເບີກ (Stoltenberg) ກ່າວຕໍ່ບັນດານັກຂ່າວໃນ ກີຢິບ.
ທ່ານສໂຕລເທັນເບີກ ກ່າວຢູ່ຄຽງຂ້າງກັບປະທານາທິບໍດີໂວເລດີເມຍ ເຊເລັນສກີ ວ່າເນໂຕ້ ມີຂອບສັນຍາສຳລັບລູກສອນໄຟທີ່ສຳຄັນ ມູນຄ່າ 2.5 ຕື້ໂດລາ ສຳລັບຢູແຄຣນ.
ທ່ານສໂຕລເທັນເບີກ ກ່າວວ່າ ມັນເປັນຜົນປະໂຫຍດດ້ານຄວາມໝັ້ນຄົງຂອງເນໂຕ້ ທີ່ຈະສະໜອງສິ່ງທີ່ຈຳເປັນ ໃຫ້ແກ່ຢູເຄຣນ ເພື່ອເອົາຊະນະສົງຄາມ.
ຢູ່ໃນສະຫະລັດ, ໃນຂະນະທີ່ລັດຖະບານກາງ ກະກຽມສໍາລັບການປິດລັດຖະບານທີ່ອາດເປັນໄປໄດ້, ການຊ່ວຍເຫຼືອຂອງປະເທດໃນການເຮັດສົງຄາມຂອງຢູເຄຣນອາດຈະມີຄວາມຫຍຸ້ງຍາກ, ອີງຕາມ ຮອງໂຄສົກນຳນຽບ ຫ້າແຈ ທ່ານນາງຊາບຣີນາ ຊິງ (Sabrina Singh).