ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນກ່າວວ່າ ຕົນໄດ້ທຳລາຍໂດຣນຂອງຣັດເຊຍ 34 ລໍາ


ນັກດັບເພີງ ດັບໄຟ ຫຼັງຈາກການໂຈມຕີດ້ວຍລູກສອນໄຟຂອງຣັດເຊຍ ຢູ່ທີ່ເມືອງ Kostiantynivka, ເຂດໂດເນດ, ຢູເຄຣນ ໃນວັນພຸດ ທີ 27 ກັນຍາ 2023. (ຮູບພາບຈາກອົງການຂ່າວເອພີ/ອາເລັກສ ບາເບັນໂກ)
ນັກດັບເພີງ ດັບໄຟ ຫຼັງຈາກການໂຈມຕີດ້ວຍລູກສອນໄຟຂອງຣັດເຊຍ ຢູ່ທີ່ເມືອງ Kostiantynivka, ເຂດໂດເນດ, ຢູເຄຣນ ໃນວັນພຸດ ທີ 27 ກັນຍາ 2023. (ຮູບພາບຈາກອົງການຂ່າວເອພີ/ອາເລັກສ ບາເບັນໂກ)

ກອງທັບ​ຢູ​ເຄຣນ ກ່າວ​ໃນ​ວັນ​ພະຫັດມື້ນີ້ວ່າ ​ການ​ປ້ອງ​ກັນ​ອາກາດ​ຂອງ​ຕົນ​ໄດ້​ຍິງໂດຣນຊາເຮດ 34 ລຳ​ໃນ​ຈຳນວນ 44 ລຳ​ທີ່ຣັດ​ເຊຍ​ໃຊ້​ເພື່ອ​ໂຈມ​ຕີ​ປະ​ເທດ​ໃນຊ່ວງຂ້າມ​ຄືນ.

​ເຂດ​ທີ່ເປັນ​ເປົ້າ​ໝາຍ​ໃນ​ການ​ໂຈມ​ຕີ​ລວມມີ​ເຂດ​ມີໂກລາອິຟ (Mykolaiv), ໂອເດຊາ (Odesa) ​ແລະ ຄີໂຣໂວຣາດ (Kirovohrad).

ທ່ານໂອເລ ຄີເປີ (Oleh Kiper), ຜູ້ປົກຄອງເຂດ Odesa ກ່າວ​ຜ່ານ Telegram ວ່າ​ບໍ່​ມີ​ຜູ້​ເສຍ​ຊີ​ວິດ​ຢູ່​ທີ່​ນັ້ນ. ທ່ານບອກ​ວ່າ ບໍ່​ມີ​ການ​ທຳລາຍລ້າງ, ມີ​ພຽງ​ແຕ່​ໄຟ​ໄໝ້​ຫຍ້າເລັກໆ ​ນ້ອຍໆ​ຈຳນວນນຶ່ງທີ່ເກີດ​ຈາກ​ຊາກ​ຫັກ​ພັງ​ທີ່​ຕົກລົງມາ.

ປະທານາທິບໍດີ​ຢູ​ເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ກ່າວ​ໃນ​ຄຳ​ປາ​ໄສ​ໃນ​ຕອນ​ກາງຄືນ​ຂອງ​ທ່ານ ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ພວກ​ນັກ​ລົບ​ຂອງ​ປະ​ເທດ​ຕົນ “ຕ້ອງການອີກຫຼາຍຮູບແບບໃນການ​ທຳລາຍ​ລູກ​ສອນ​ໄຟ​,​ ໂດຣນຊາເຮດ ແລະ ໂດຣນຕໍ່ສູ້ອື່ນໆຂອງຣັດ​ເຊຍ, ພ້ອມ​ທັງ​ເຮືອບິນ​ຂອງຣັດ​ເຊຍ.”

ທ່ານເຊເລັນສກີ ໄດ້ສະແດງຄວາມຂອບໃຈຕໍ່ "ທຸກໆຄົນໃນໂລກທີ່ໄດ້ຊ່ວຍເຫຼືອ ແລະເຕັມໃຈທີ່ຈະເພີ້ມການຊ່ວຍເຫຼືອໃຫ້ແກ່ປະເທດຂອງພວກເຮົາດ້ວຍວິທີການທີ່ຈະສາມາດສະຫນອງການປ້ອງກັນເພີ່ມເຕີມຕໍ່ກັບການກໍ່ການຮ້າຍຣັດເຊຍ."

ໃນ​ອີກ​ດ້ານ​ນຶ່ງ ທະຫານ​ຮັບ​ຈ້າງແວັກເນີ ປະມານ 500 ຄົນ ທີ່​ໄດ້​ຕໍ່ສູ້​ຄຽງຂ້າງ​ກັບ​ກອງທັບຣັດ​ເຊຍ​ໃນ​ຢູ​ເຄຣນ ກ່ອນ​ທີ່​ຈະ​ຫຼົບໜີ​ໄປທີ​ເບ​ລາຣຸສ ຫລັງ​ຈາກ​ການກໍກະບົດໃນຊ່ວງເວລາສັ້ນໆ ​ໃນ​ເດືອນ​ມິຖຸນາ​ຜ່ານ​ມາ ​ໄດ້​ກັບ​ຄືນມາເຂດ​ແນວ​ໜ້າ ​ເພື່ອ​ຕໍ່ສູ້​ກັບ​ກອງ​ກຳລັງ​ຂອງກີຢິບ​ອີກຄັ້ງ, ໂຄສົກ​ກອງທັບຢູເຄຣນ ກ່າວ​ໃນ​ວັນ​ພຸດ​ວານ​ນີ້​.

ເຢັບເກນີ ປຣີໂກຊິນ ຜູ້ກໍ່ຕັ້ງກຸ່ມແວັກເນີ ໄດ້ເສຍຊີວິດຈາກອຸບັດຕິເຫດເຮືອບິນຕົກໃນຣັດເຊຍ ໃນເດືອນແລ້ວນີ້, ເຮັດໃຫ້ເກີດຄໍາຖາມກ່ຽວກັບອະນາຄົດຂອງກໍາລັງຂອງລາວ. ບາງຄົນ, ອາດຈະເປັນຈໍານວນຫຼາຍເຖິງ 6,000 ຄົນ, ໄດ້ຢູ່ໃນເບລາຣຸສ ເປັນເວລາສາມເດືອນ, ໃນຂະນະທີ່ບາງສ່ວນໄດ້ຖືກສົ່ງໄປປະຈຳ ການຢູ່ອາຟຣິກາ, ບ່ອນທີ່ກຸ່ມແວັກເນີ ຍັງມີການປະຕິບັດງານຢ່າງຕໍ່ເນື່ອງຢູ່.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG