ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ຊາຄາສວິລີ ປະກາດປະທ້ວງ ອົດອາຫານ ລຸນຫຼັງຖືກຈັບກຸມ ໃນນະຄອນຫຼວງ ກີຢິບ


ຜູ້ສະໜັບສະໜູນອະດີດປະທານາທິບໍດີ ຈໍເຈຍ ທ່ານ ມິເຄລ
ຊາຄາສວິລີ ຜີງໄຟອຸ່ນຕົນເອງໃນຂະນະທີ່ເຂົາເຈົ້າເຕົ້າໂຮມກັນ
ໃນຖະໜົນທີ່ແຄບແຫ່ງນຶ່ງ ຢູ່ນອກສະຖານີຕຳຫຼວດ ບ່ອນທີ່
ທ່ານໄດ້ຖືກນຳຕົວໄປໃນນະຄອນຫຼວງ ກີຢິບ. 9 ທັນວາ, 2017.
ຜູ້ສະໜັບສະໜູນອະດີດປະທານາທິບໍດີ ຈໍເຈຍ ທ່ານ ມິເຄລ ຊາຄາສວິລີ ຜີງໄຟອຸ່ນຕົນເອງໃນຂະນະທີ່ເຂົາເຈົ້າເຕົ້າໂຮມກັນ ໃນຖະໜົນທີ່ແຄບແຫ່ງນຶ່ງ ຢູ່ນອກສະຖານີຕຳຫຼວດ ບ່ອນທີ່ ທ່ານໄດ້ຖືກນຳຕົວໄປໃນນະຄອນຫຼວງ ກີຢິບ. 9 ທັນວາ, 2017.

ນັກການເມືອງຟ່າຍຄ້ານ ແລະອະດີດປະທານາທິບໍດີ ປະເທດ ຈໍເຈຍ ທ່ານ ມິເຄລ໌
ຊາຄາສວິລີ ໄດ້ປະກາດອົດອາຫານປະທ້ວງ ອີງຕາມທະນາຍຄວາມຂອງທ່ານ ທີ່ໄດ້
ແຈ້ງໃຫ້ພວກນັກຂ່າວຊາບໃນວັນເສົາວານນີ້.

ທະນາຍຄວາມທ່ານ ຣັສແລນ ກັອກໂນລັສກີ ໄດ້ນຳຈົດໝາຍສະບັບນຶ່ງຂອງທ່ານ
ຊາຄາສວິລີອອກເຜີຍແຜ່ ຮຽກຮ້ອງໄປຍັງພວກສະໜັບສະໜູນທ່ານ ໃຫ້ທຳການປະ
ທ້ວງຢູ່ໃນນະຄອນຫຼວງ ກີຢິບ ໃນວັນອາທິດມື້ນີ້ ແລະ ໃຫ້ຮ້ອງຟ້ອງປະທານາທິບໍດີ
ເປໂຕຣ ໂປໂຣເຊັນໂກ.

ນອກນັ້ນ ໃນວັນເສົາວານນີ້ ໂຄສົກທ່ານນຶ່ງໃນສຳນັກງານຂອງໄອຍະການສູງສຸດ
ຍັງໄດ້ເວົ້າວ່າ ພວກໄອຍະການທັງຫຼາຍ ຈະພາກັນຂໍໃຫ້ສານທຳການກັກບໍລິເວນ
ທ່ານ ຊາຄາສວິລີ ໂດຍຕິດເຄື່ອງຕິດຕາມໃສ່ພ້ອມ ກ່ອນການພິຈາລະນາຄະດີ.

ພວກເຈົ້າໜ້າທີ່ ຢູເຄຣນ ໄດ້ກ່າວຫາ ທ່ານ ຊາຄາສວິລີ ວ່າຍຸຍົງໃຫ້ຈັດຕັ້ງກຸ່ມອາຊະ
ຍາກຳຂຶ້ນມາ ນຳພາໂດຍ ອະດີດປະທານາທິບໍດີ ວິກເຕີ້ ຢານູກອຍຈ໌ ຜູ້ຖືກບັງຄັບ
ໃຫ້ລົງຈາກອຳນາດໃນປີ 2014 ແລ້ວໂຕນໜີໄປ ຣັດເຊຍ ທັງສະເໜີແນະວ່າການປະ
ທ້ວງຂອງເພິ່ນ ແມ່ນພາກສ່ວນນຶ່ງຂອງແຜນການຂອງ ຣັດເຊຍ ຕ້ານຊາວ ຢູເຄຣນ.

ທ່ານ ຊາຄາສວິລີ ໄດ້ປະຕິເສດ ຂໍ້ກ່າວຫາທີ່ວ່ານັ້ນ.

ທ່ານໄດ້ຖືກຈັບຢູ່ໃນນະຄອນຫຼວງຂອງ ຢູເຄຣນ ໃນວັນສຸກທີ່ຜ່ານມາ ເຮັດໃຫ້ພວກ
ສະໜັບສະໜູນທ່ານຈຳນວນຫຼາຍຮ້ອຍຄົນປະທ້ວງທັນທີ ເພື່ອໃຫ້ປ່ອຍໂຕທ່ານ.

ພັນທະມິດທີ່ໄກ້ຊິດຂອງທ່ານ ທັງເປັນເພື່ອນຊາວ ຈໍເຈຍ ດ້ວຍກັນ ຄືທ່ານ ເດວິດ
ຊາກວາຣີລິດເຊ ໄດ້ຮຽກຮ້ອງໃຫ້ຊາວເມືອງ ກີຢິບ ຈົ່ງພາກັນລົງສູ່ຖະໜົນ ເພື່ອປະ
ທ້ວງການຈັບກຸມທ່ານ ຊາຄາສວິລີ ຊຶ່ງຜູ້ກ່ຽວໄດ້ຖິ້ມໂທດໃສ່ປະທານາທິບໍດີ
ໂປໂຣເຊັນໂກ ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG