ປະທານາທິບໍດີຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ໄດ້ເດີນທາງໄປເຖິງນະຄອນຫຼວງ ບູແອນົສ ແອເຣັສ (Buenos Aires) ເພື່ອເປັນສັກຂີພິຍານ ໃນພິທີສາ ບານຕົວເຂົ້າຮັບຕຳແໜ່ງປະທານາທິບໍດີຄົນໃໝ່ຂອງອາເຈັນຕິນາ ທ່ານ ຮາເວຍ ມິເລ (Javier Milei). ນີ້ແມ່ນການເດີນທາງໄປ ອາເມຣິກາລາຕິນ ຄັ້ງທຳອິດຂອງຜູ້ນຳຢູເຄຣນ ໃນຂະນະທີ່ ກີຢິບ ຍັງສືບຕໍ່ຂໍການສະໜັບສະໜຸນ ໃນບັນ ດາປະເທດກຳລັງພັດທະນາ ໃນການຕໍ່ສູ້ເປັນເວລາ 21 ເດືອນຂອງຕົນ ເພື່ອຕ້ານກອງກຳລັງທີ່ເຂົ້າຮຸກຮານຂອງຣັດເຊຍ. ໃນລະຫວ່າງການຢ້ຽມຢາມນະຄອນຫຼວງບູແອນົສ ແອເຣັສ ຂອງທ່ານເຊເລັນສກີ, ຫ້ອງການຂອງທ່ານ ແລະທໍານຽບຂາວ ໄດ້ປະກາດວ່າ ທ່ານຈະເດີນທາງມາວໍຊິງຕັນ ເພື່ອພົບກັບປະທານາທິບໍດີ ໂຈ ໄບເດັນ ໃນວັນອັງຄານນີ້. ທ່ານເຊເລັນສກີ ໄດ້ໃຊ້ການເດີນທາງໄປອາເຈັນຕິນາ ເພື່ອພົບປະກັບຜູ້ນໍາຂອງບັນດາປະເທດກໍາລັງພັດທະ ນາຈໍານວນນຶ່ງ. ທ່ານໄດ້ພົບກັບນາຍົກລັດຖະມົນຕີ ຂອງ ເຄັບເວີດ (Cape Verde) ໃນອາຟຣິກາຕາເວັນຕົກ ລະຫວ່າງເດີນທາງໄປ ນະຄອນຫຼວງບູແອນົສ ແອເຣັສ. ເມື່ອຢູ່ໃນອາເຈັນຕິນາ, ທ່ານເຊເລັນສກີ ໄດ້ພົບປະກັບປະ ທານາທິບໍດີປາຣາໄກວ, ເອກົວດໍ ແລະ ອູຣຸໄກວ ແບບແຍກກັນ.