ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ເຊເລັນສກີ ກ່າວວ່າ ການສູ້ລົບເພື່ອຕີເອົາ ເຂດພາກຕາເວັນອອກຂອງຢູເຄຣນ ໄດ້ເລີ້ມຂຶ້ນແລ້ວ 


ກະຊວງຊັບພະຍາກອນທຳມະຊາດ ໄດ້ເກັບກູ້ພວກລູກລະເບີດບໍ່ທັນແຕກ ຫຼື UXO, ລະເບີດມື ແລະອຸປະກອນຕ່າງໆ ໃນເມືອງໂຮສໂຕເມລ ຕັ້ງຢູ່ໃກ້ກັບນະຄອນຫຼວງກີຢິບ ຂອງຢູເຄຣນ, ເມື່ອວັນຈັນ ທີ 18 ເມສາ 2022. (AP)
ກະຊວງຊັບພະຍາກອນທຳມະຊາດ ໄດ້ເກັບກູ້ພວກລູກລະເບີດບໍ່ທັນແຕກ ຫຼື UXO, ລະເບີດມື ແລະອຸປະກອນຕ່າງໆ ໃນເມືອງໂຮສໂຕເມລ ຕັ້ງຢູ່ໃກ້ກັບນະຄອນຫຼວງກີຢິບ ຂອງຢູເຄຣນ, ເມື່ອວັນຈັນ ທີ 18 ເມສາ 2022. (AP)

ຢູເຄຣນກ່າວ​ວ່າ ຣັດເຊຍໄດ້ເລີ້ມການບຸກໂຈມຕີ ເພື່ອເຂົ້າຄວບຄຸມ ເຂດພາກຕາເວັນອອກຂອງຢູເຄຣນ ໃນຂະນະທີ່ການໂຈມຕີດ້ວຍລູກສອນໄຟຂອງຣັດເຊຍ ໄດ້ຖະລົ່ມເມືອງລີວີບທາງພາກຕາເວັນຕົກ ໂດຍສັງຫານປະຊາຊົນຢ່າງ ໜ້ອຍເຈັດຄົນ.

ປະທານາທິບໍດີ ຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ໄດ້ກ່າວຖະແຫລງຜ່ານທາງວີດີໂອ ໃນວັນຈັນວານນີ້ ວ່າ “ດຽວນີ້ ພວກເຮົາສາມາດເວົ້າໄດ້ແລ້ວວ່າ ພວກທະຫານຣັດເຊຍ ໄດ້ເລີ້ມການສູ້ລົບເພື່ອເອົາເຂດດອນບັສ ຊຶ່ງອັນນັ້ນ ພວກເຂົາໄດ້ກຽມພ້ອມມາເປັນເວລາຍາວນານ.”

ທ່ານໄດ້ກ່າວວ່າ “ສ່ວນນຶ່ງທີ່ສຳຄັນຂອງກອງທັບຣັດເຊຍທັງໝົດນັ້ນ ແມ່ນບັດນີ້ ໄດ້ສຸມໃສ່ການບຸກໂຈມຕີນີ້.” ຂົງເຂດດອນບັສ ທີ່ລວມມີ ລູຮານສຄ໌ ແລະໂດເນັສ ທັງສອງແຂວງນີ້ ສ່ວນນຶ່ງກໍໄດ້ຢູ່ໃນການຄຸ້ມຄອງຂອງພວກແບ່ງແຍກດິນແດນທີ່ສະໜັບສະໜຸນຣັດເຊຍ ທີ່ຢູ່ຕິດກັບເມືອງທ່າເຮືອ ມາຣີອູໂປລ ທາງກ້ຳໃຕ້. ການເຂົ້າຢຶດເອົາຂົງເຂດດັ່ງກ່າວ ຈະອຳນວຍໃຫ້ຣັດເຊຍ ຄວບຄຸມເສັ້ນທາງພາກພື້ນດິນ ໄປຍັງແຫຼມໄຄຣເມຍ ຊຶ່ງຕົນໄດ້ເຂົ້າຢຶດເອົາ ໃນປີ 2014.

ການຖອນກຳລັງຂອງຣັດເຊຍ ອອກຈາກພື້ນທີ່ອ້ອມຮອບນະຄອນຫຼວງກີຢິບຂອງຢູເຄຣນ ແລະຈາກເຂດອື່ນທາງພາກເໜືອ ໃນບໍ່ເທົ່າໃດອາທິດຜ່ານມາ ໄດ້ພາ​ໃຫ້​ມີ​ການປະເມີນຜົນຈາກບັນດາເຈົ້າໜ້າທີ່ດ້ານການທະຫານຂອງປະ​ເທດຕາເວັນຕົກ ວ່າ ຣັດເຊຍ ໄດ້ເສີມກຳລັງ ແລະໄດ້ສົ່ງກອງກຳລັງແລະຍຸດໂທປະກອນທັງຫຼາຍເຫຼົ່ານັ້ນ ໄປຍັງເຂດພາກຕາເວັນອອກຂອງຢູເຄຣນ.

ໃນເມືອງລີວີບທາງພາກຕາເວັນຕົກ ຜູ້ປົກຄອງພາກພື້ນ ທ່ານມາກຊິມ ໂກຊິສກີ ໄດ້ກ່າວວ່າ ລູກສອນໄຟສາມລູກ ຍິງຖະລົ່ມສະຖານທີ່ຕຶກອາຄານຂອງທະຫານຫຼາຍແຫ່ງ ໃນຂະນະດຽວກັນ ອີກລູກນຶ່ງໄດ້ຍິງຖືກຮ້ານ​ສ້ອມຢາງລົດ. ເມືອງລີວີບ ຊຶ່ງຕັ້ງຢູ່ຫ່າງຈາກປະເທດໂປແລນປະມານ 60 ກິໂລແມັດ ກ່ອນໜ້ານີ້ ໄດ້ລອດພົ້ນຈາກຄວາມຮ້າຍແຮງສຸດ ໃນການບຸກໂຈມຕີຂອງຣັດເຊຍ ທີ່ໄດ້ເລີ້ມຂຶ້ນເກືອບເຂົ້າສອງເດືອນຜ່ານມາ.

ເມືອງດັ່ງກ່າວ ເປັນສູນກາງຂອງການຂົນສົ່ງທີ່ສຳຄັນໃນຢູເຄຣນ ຊຶ່ງເປັນບ່ອນຮັບເອົາອາ​ວຸດຕ່າງໆ ຈາກບັນດາປະເທດພັນທະມິດຕາເວັນຕົກ.

ໂຄສົກທຳນຽບຫ້າແຈ ທ່ານຈອນ ເຄີບີ ໄດ້ກ່າວວ່າ ສະຫະລັດ ບໍ່ໄດ້ບົງຊີ້ວ່າ ການຊ່ອຍເຫຼືອຂອງ​ປະ​ເທດຕາເວັນຕົກໃດໆ ຢູ່ໃນເມືອງລີວີບ ໄດ້ຕົກເປັນເປົ້າໝາຍ.

ການຍິງໂຈມຕີໃໝ່ດັ່ງກ່າວ ໄດ້ມີຂຶ້ນຂະນະທີ່ ປະທານາທິບໍດີຂອງຣັດເຊຍ ທ່ານວລາດີເມຍ ປູຕິນ ໄດ້ໂຕ້ແຍ້ງໃນລະຫວ່າງການໂທ​ລະ​ສັບ​ໂອ້ລົມຜ່ານທາງວີດີໂອ ກັບບັນດາເຈົ້າໜ້າທີ່ດ້ານເສດຖະກິດ ວ່າ ມາດຕະການລົງໂທດທັງຫຼາຍທີ່ໄດ້ວາງໂດຍສະຫະລັດ ແລະບັນດາພັນທະມິດຂອງຕົນນັ້ນ ໄດ້​ປະ​ສົບ​ກັບ​ຄວາມລົ້ມແຫຼວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG