ປະທານາທິບໍດີຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ຂອງ ກ່າວຍ້ອງຍໍ “ນັກລົບ” ຂອງປະເທດ ໃນການປະຕິບັດການ ເຄີສຄ໌ ຂອງວັນພະຫັດວານນີ້. ເນື່ອງໃນໂອກາດຄົບຮອບ 6 ເດືອນຂອງປະຕິບັດການຢູ່ໃນ ຣັດເຊັຍ.
ທ່ານ ເຊເລັນສກີ ກ່າວໃນຄຳປາໃສປະຈຳວັນຂອງທ່ານວ່າ “ດ້ວຍປະຕິບັດການທີ່ເຂັ້ມແຂງຂອງພວກເຮົາຢູ່ໃນດິນແດນຂອງ ຣັດເຊຍ, ພວກເຮົາໄດ້ນຳສົງຄາມກັບມາຍັງ ຣັດເຊຍ ແລະບ່ອນນັ້ນ ພວກເຂົາຕ້ອງຮູ້ສຶກໄດ້ວ່າ ສົງຄາມແມ່ນຫຍັງ.”
ທ່ານກ່າວວ່າ ທະຫານຢູເຄຣນໄດ້ສະແດງໃຫ້ເຫັນ ເຖິງແມ່ນຈະມີຊັບພະຍາ ກອນຈຳກັດ ແຕ່ ຢູເຄຣນ ກໍ່ສາມາດ “ດຳເນີນການໄດ້ຢ່າງເດັດຂາດແບບຄາດບໍ່ເຖິງ, ພ້ອມທັງມີປະສິດທິຜົນ” ນໍາອີກດ້ວຍ.
ທ່ານ ກ່າວຕື່ມວ່າ “ພວກເຮົາກຳລັງເປີດເຜີຍການຫຼອກລວງຂອງ ຣັດເຊຍ ວ່າແມ່ນຫຍັງ, ມັນແມ່ນການຫຼອກລວງ.”
ໃນຄຳອະທິບາຍກ່ຽວກັບການປະຕິບັດການ, ສະຖາບັນເພື່ອການສຶກສາສົງຄາມ ເຊິ່ງເປັນອົງການຄົ້ນຄວ້າ ແລະສະໜັບສະໜູນ ທີ່ຕັ້ງຢູ່ນະຄອນຫຼວງວໍຊິງຕັນ, ອ້າງເຖິງຄວາມສາມາດຂອງກອງກຳລັງຢູ່ເຄຣນກຸ່ມນ້ອຍໆ ໃນຂົງເຂດເຄີສຄ໌ ທີ່ເຮັດໃຫ້ຄວາມພະຍາຍາມຂອງ ຣັດເຊຍ ເພື່ອບຸກເຂົ້າໄປໃນ ຢູເຄຣນ ມີຄວາມຊັບຊ້ອນຫຼາຍຂຶ້ນ, ແລະບ່ອນທຳລາຍກອງທັບ ຣັດເຊຍ ໃນການເປີດສາກ ຫຼື ເລີ້ມປະຕິບັດການບຸກເຂົ້າໄປໃນພື້ນທີ່ທີ່ຮ້ອງວ່າ “ພື້ນທີ່ທີ່ມີຄວາມສຳຄັນຕໍ່າຕາມແນວຊາຍແດນ.”
ສະຖາບັນກ່າວໃນຖະແຫຼງການທີ່ເຜີຍແຜ່ໂດຍອົງການຂ່າວໃນວັນພະຫັດວານນີ້ວ່າ “ເວົ້າອີກແບບນຶ່ງ, ສົງຄາມໃນ ຢູເຄຣນ ບໍ່ໄດ້ຢຸດເຊົາຖາວອນ. ຝ່າຍໃດຝ່າຍນຶ່ງສາມາດຟື້ນຄືນການເຄື່ອນໄຫວ ແລະ ເລີ້ມຍຶດຄອງ ຫຼື ຍຶດດິນແດນທີ່ສຳຄັນກັບຄືນມາໄດ້. ຣັດເຊຍ ສາມາດເຮັດໄດ້ ຖ້າຝ່າຍຕາເວັນຕົກຫາກຫຼຸດ ຫຼືຕັດການຊ່ວຍເຫຼືອ. ຢູເຄຣນ ອາດປະຕິບັດການໄດ້ ຖ້າການສະໜັບສະໜູນຈາກຝ່່າຍຕາເວັນຕົກຍັງຄົງສົ່ງເສີມດ້ານນະວັດຕະກຳຕໍ່ ຢູເຄຣນ ຢູ່.”
ເຈົ້າໜ້າທີ່ຢູເຄຣນລາຍງານຄວາມເສຍຫາຍໃນວັນພະຫັດວານນີ້ ທີ່ເກີດຂຶ້ນໃນຕະຫຼາດແຫ່ງນຶ່ງຢູ່ເມບໍລິເວນຂົງເຂດຄາກີບ ທີ່ຕັ້ງຢູ່ທາງທິດຕາເວັນອອກສຽງເໜືອຂອງຢູເຄຣນ ລຸນຫຼັງທີ່ໂດຣນຂອງ ຣັດເຊຍ ໂຈມຕີິໃສ່ຫຼາຍພາກສ່ວນຂອງປະເທດໃນຕອນກາງຄືນ.
ອ່ານຂ່າວເປັນພາສາອັງກິດ
Ukraine President Volodymyr Zelenskyy paid tribute to the country’s “warriors” in the Kursk operation in an address Thursday marking the six-month anniversary of the operation in Russia.
“With our active operation on Russian territory, we have brought the war home to Russia, and it is there that they must feel what war is. And they do,” Zelenskyy said in his daily address.
He said Ukrainian soldiers have shown that, even with limited resources, Ukraine can “act decisively, unexpectedly, and effectively.”
“We are exposing Russia’s bluff for what it is – a bluff,” he said.
In its description of the operation, the Institute for the Study of War, a Washington-based research and advocacy organization, cited the ability of a small group of Ukrainian troops in Kursk oblast to complicate Russian efforts to advance in Ukraine and undermine the Russian military to launch or renew offensive operations in what it called “low-priority areas of the frontline.”
“The war in Ukraine, in other words, is not permanently stalemated. Either side can potentially restore, maneuver and begin to gain or regain significant territory. Russia will be able to do so if the West reduces or cuts off aid. Ukraine may be able to do so if Western support continues to empower Ukrainian innovation,” the Institute said in a Thursday press release.
Ukrainian officials reported damage Thursday at a market in the northeastern city of Kharkiv after the latest round of overnight Russian drone attacks targeting multiple parts of the country.
ຟໍຣັມສະແດງຄວາມຄິດເຫັນ