ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເມືອງ​ ໂອ​ເດ​ຊາ ຂອງ ຢູ​ເຄ​ຣນ ໄດ້​ຊະ​ນະ​ ສະ​ຖາ​ນະພາບເມືອງ​ມໍ​ລະ​ດົກ​ໂລກ ເຖິງ​ແມ່ນ​ຈະ​ມີການ​ຄັດ​ຄ້ານ​ຈາກ ຣັດ​ເຊຍ ກໍ່​ຕາມ


​ປະ​ຊາ​ຊົນ​ຖ່າຍ​ຮູບ​ຢູ່​ນ້ຳ​ພຸ​ຂອງ​ສວນ​ເມືອງ ໃນ​ເມືອງ ໂອ​ເດ​ຊາ, ຢູ​ເຄ​ຣນ, 12 ຕຸ​ລາ 2022.
​ປະ​ຊາ​ຊົນ​ຖ່າຍ​ຮູບ​ຢູ່​ນ້ຳ​ພຸ​ຂອງ​ສວນ​ເມືອງ ໃນ​ເມືອງ ໂອ​ເດ​ຊາ, ຢູ​ເຄ​ຣນ, 12 ຕຸ​ລາ 2022.

ອົງ​ການ UNESCO ໃນ​ວັນ​ພຸດ​ວານນີ້​ໄດ້​ເພີ່ມເຂດ​ປະ​ຫວັດ​ສາດຂອງເມືອງ​ທ່າ​ເຮືອ ໂອ​ເດ​ຊາ ຂອງ
ຢູ​ເຄ​ຣນ, ເຊິ່ງ​ມັກ​ຈະ​ຖືກ​ກ່າວ​ເຖິງວ່າ “ໄຂ່​ມຸກ​ແຫ່ງ​ທະ​ເລ​ດຳ,” ນັ້ນ ​ເຂົ້າ​ໃນ​ລາຍ​ຊື່​ມໍ​ລະ​ດົກ​ໂລກ​ຂອງ​ເຂົາ​ເຈົ້າ, ໂດຍ​ເອົາ​ຊະ​ນະ​ການ​ຄັດ​ຄ້ານ​ຈາກ ຣັດ​ເຊຍ.

21 ປະ​ເທດ​ສະ​ມາ​ຊິກ​ຂອງ​ຄະ​ນະ​ກຳ​ມະ​ການ​ມໍ​ລະ​ດົກ​ໂລກ ​ຂອງ​ອົງ​ການ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ​ ສະ​ຫະ​ປະ​ຊາ​ຊາດ​ໄດ້​ອະ​ນຸ​ມັດ​ການ​ລົງ​ຊື່​ບໍ​ລິ​ເວນ​ທີ່​ຖືກ​ກຳ​ນົດ​ໄວ້​ຂອງ​ເມືອງ​ດ້ວຍ 6 ຄະ​ແນນ​ສຽງ​ສະ​ໜັບ​ສະ​ໜູນ, ນຶ່ງ​ສຽງ​ຄັດ​ຄ້ານ ແລະ 14 ບໍ່​ອອກ​ສຽງ.

ຣັດ​ເຊຍ, ເຊິ່ງ​ໄດ້​ບຸກ​ລຸກ ຢູ​ເຄ​ຣນ ໃນ​ເດືອນ​ກຸມ​ພາ​ປີ​ກາຍນີ້, ໄດ້​ພະ​ຍາ​ຍາມ​ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກ​ເພື່ອ​ເລື່ອນ​ເວ​ລາ​ການ​ລົງ​ຄະ​ແນນ​ສຽງ​ຮັບ​ຮູ້ “ຄຸນ​ຄ່າ​ທີ່​ໂດດ​ເດັ່ນ​ຢ່າງກວ້າງ​ຂວາງ” ຂອງ​ສະ​ຖານ​ທີ່​ດັ່ງ​ກ່າວ” ແລະ “ເປັນ​ໜ້າ​ທີ່​ຂອງ​ມວນ​ມະ​ນຸດ​ທັງ​ໝົດ​ເພື່ອ​ປົກ​ປ້ອງ​ມັນ.”

ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ UNESCO ທ່ານ​ນາງ ອໍ​ເດ​ຣ ອາ​ຊຸ​ເລ ໄດ້​ກ່າວຫຼັງ​ຈາກ​ການ​ຕັດ​ສິນ​ໃຈ​ວ່າ “ໃນ​ຂະ​ນະ​ທີ່​ສົງ​ຄາມ​ດຳ​ເນີນ​ຕໍ່​ໄປ, ການ​ລົງ​ຊື່​ດັ່ງ​ກ່າວ​ໄດ້​ສະ​ແດງ​ອອກ​ໃຫ້​ເຫັນ​ຄວາມ​ມຸ່ງ​ໝັ້ນ​ໂດຍ​ລວມ​ຂອງ​ພວກ​ເຮົາ​ເພື່ອ​ຮັບ​ປະ​ກັນ​ວ່າ​ເມືອງນີ້, ເຊິ່ງ​ມັກ​ຈະ​ເອົາ​ຊະ​ນະ​ການ​ຖືກ​ລົບ​ກວນ​ຢູ່​ໃນ​ໂລກ, ແມ່ນ​ຈະ​ຖື​ກ​ອະ​ນຸ​ລັກ​ຈາກ​ການ​ທຳ​ລາຍ​ຕໍ່​ໄປ.”

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ, ຜູ້​ທີ່​ໄດ້​ຂໍ​ການ​ຂຶ້ນ​ຊື່​ໃນ​ເດືອນ​ຕຸ​ລາ​ທີ່​ຜ່ານ​ມາ ເພື່ອ​ປົກ​ປ້ອງ​ເມືອງ​ນັ້ນ​ຈາກ​ການ​ລະ​ດົມ​ຍິງ​ຂອງ ຣັດເຊຍ, ໄດ້​ສະ​ແດງ​ຄ​ວາມ​ຍິນ​ດີ​ຕໍ່​ການ​ຕັດ​ສິນ​ໃຈ​ດັ່ງ​ກ່າວ.

ທ່ານ​ໄດ້​ກ່າວ​ໃນ​ຂໍ້​ຄວາມ​ທີ່​ຂຽນ​ຢູ່​ທວິ​ດ​ເຕີ​ວ່າ “ມື້ນີ້ເມືອງ ໂອ​ເດ​ຊາ ໄດ້​ຮັບ​ການ​ປົກ​ປ້ອງ​ໂດຍ​ອົງ​ການ UNESCO, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເປັນ​ໜີ້​ບຸນ​ຄຸ​ນ​ຕໍ່​ຄູ່​ຮ່ວມ ຜູ້​ທີ່​ຊ່ວຍ​ປົກ​ປ້ອງ​ໄຂ່​ມຸກ​ຂອງ​ພວກ​ເຮົາ​ຈາກ​ການ​ໂຈມ​ຕີ​ຂອງ​ພວກ​ບຸ​ກ​ລຸກຣັດ​ເຊຍ.”

ນັບ​ຕັ້ງ​ແຕ່​ການ​ບຸກ​ລຸກ​ຂອງ ຣັດ​ເຊຍ, ຢູ​ເຄ​ຣນ ໄດ້​ຟ້າວ​ຝັ່ງ ​ເພື່ອ​ປົກ​ປ້ອງ​ອະ​ນຸ​ສອນ​ສະ​ຖານ​ຕ່າງໆ ແລະ ຕຶກ​ທັງຫຼາຍ​ດ້ວຍ​ເປົາ​ດິນ​ຊາຍ ແລະ ສິ່ງ​ກີດ​ຂວາງ.

ສະ​ຖານ​ທີ່​ດັ່ງ​ກ່າວ​ຍັງ​ຖືກ​ເພີ່ມ​ເຂົ້າ​ໃສ່​ລາຍ​ຊື່​ຂອງ​ມໍ​ລະ​ດົກ​ໂລກ ​ທີ່​ຢູ່​ໃນ​ອັນ​ຕະ​ລາຍ, ເຊິ່ງ UNESCO ກ່າວ​ວ່າ “ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ສາ​ມາດ​ເຂົ້າ​ຫາ​ເພື່ອ​ບັງ​ຄັບ​ໃຊ້​ການ​ຊ່ວຍ​ເຫຼືອ​ດ້ານ​ເຕັກ​ນຶກ ແລະ ການ​ເງິນ​ສາ​ກົນ” ເພື່ອ​ປົກ​ປ້ອງ ຫຼື ຖ້າ​ຈຳ​ເປັນ, ຟື້ນ​ຟູ​ມັນ.

ອົງ​ການ​ດັ່ງ​ກ່າວ​ໄດ້​ເວົ້າຕື່ມ​ວ່າ ເຂົາ​ເຈົ້າ​ແມ່ນ​ໄດ້​ຊ່ວຍ​ເຫຼືອ​ໃນ​ການ​ສ້ອມ​ແປງ​ໃນ​ຫໍ​ພິ​ພິ​ຕະ​ພັນວິ​ຈິດ​ສິນ ໂອ​ເດ​ຊາ ແລະ ຫໍ​ພິ​ພິ​ຕະ​ພັນ​ສິ​ລະ​ປະ​ສະ​ໄໝ​ໃໝ່ ໂອ​ເດ​ຊາ ແລ້ວ ຫຼັງ​ຈາກ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ນັບ​ຕັ້ງ​ແຕ່​ຕອ​ນ​ເລີ່ມ​ຕົ້ນ​ຂອງ​ສົງ​ຄາມ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG