ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ບຸກ​ໂຈມ​ຕີ​ຕອບ​ໂຕ້​ຄືນ ຂອງ​ຢູ​ເຄ​ຣນ ທີ່​ດຳ​ເນີນ​ໄປ​ແບບ​ຊ້າໆ​ ຍັງ​ມີ 'ທາງ​ເລືອກ​ຫ​ຼາຍ​ຢູ່' ຫົວ​ໜ້າ​ທຳ​ນຽບ​ຫ້າ​ແຈ​ກ່າວ


​ເຮືອ​ບິນ​ບິນ​ບໍ່​ມີ​ຄົນ​ຂັບ​ຂັບ​ປະ​ມານ1,700 ລຳ ມີ​ການ​ວາງ​ສະ​ແດງ ກ່ອນ​ທີ່​ຈະ​ຖືກ​ສົ່ງ​ໄປ​ແນວ​ໜ້າ ເພື່ອ​ນຳ​ໃຊ້​ຕໍ່​ຕ້ານ​ກຳ​ລັງ​ທະ​ຫານ​ຣັດ​ເຊຍ ທີ່​ນະ​ຄອນ​ຫຼວງ​ກີ​ຢິບ ປະ​ເທດ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 25 ກໍ​ລະ​ກົດ 2023.
​ເຮືອ​ບິນ​ບິນ​ບໍ່​ມີ​ຄົນ​ຂັບ​ຂັບ​ປະ​ມານ1,700 ລຳ ມີ​ການ​ວາງ​ສະ​ແດງ ກ່ອນ​ທີ່​ຈະ​ຖືກ​ສົ່ງ​ໄປ​ແນວ​ໜ້າ ເພື່ອ​ນຳ​ໃຊ້​ຕໍ່​ຕ້ານ​ກຳ​ລັງ​ທະ​ຫານ​ຣັດ​ເຊຍ ທີ່​ນະ​ຄອນ​ຫຼວງ​ກີ​ຢິບ ປະ​ເທດ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 25 ກໍ​ລະ​ກົດ 2023.

ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ອງກັນ​ປະ​ເທດ​ສະ​ຫະ​ລັດ ພວມ​ຈັບ​ຕາ​ເບິ່ງ​ການ​ບຸກ​ໂຈມ​ຕີ​ຕອບ​ໂຕ້​ຄືນ​ຂອງ​ຢູ​ເຄ​ຣນ​ຕໍ່​ຣັດ​ເຊຍ ທີ່​ດຳ​ເນີນ​ໄປ​ແບບ​ຊ້າໆ​ນັ້ນ ຍັງ​ບໍ່​ທັນ​ພ້ອມ​ ທີ່​ຈະ​ສະ​ແດງ​ຄວາມ​ກັງ​ວົນ​ໃດ​ເທື່ອໆ ເຖິງ​ແມ່ນ​ຍັງ​ບໍ່​ທັນ​ມີ​ຄວາມ​ກ້າວ​ໜ້າ​ທີ່​ສຳ​ຄັນ​ກໍ​ຕາມ.

ຍັງ​ມີ​ຄວາມ​ຫວັງ​ຢູ່​ວ່າ ການ​ຫຼັ່ງ​ໄຫຼ​ເຂົ້າ​ໄປ​ຂອງ​ລົດ​ຖັງ​ແລະ​ລົດ​ຫຸ້ມ​ເກາະ​ຈາກສະ​ຫະ​ລັດ​ແລະ​ປະ​ເທດ​ຕາ​ເວັນຕົກ ຕະ​ຫຼອດ​ທັງ​ການ​ສະ​ໜອ​ງ​ລູກ​ກະ​ສຸນ​ ປືນ​ໃຫຍ່ ແລະ​ລະ​ບົບ​ລູກ​ສອນ​ໄຟອາດ​ຈະ​ເຮັດ​ໃຫ້​ກອງ​ກຳ​ລັງ​ຂອງ​ກີ​ຢິບ​ບຸກ​ຜ່ານ​ແນວ​ປ້ອງ​ກັນ​ຂອງ​ຣັດ​ເຊຍ​ໄດ້.

ໃນ​ການ​ຖະ​ແຫຼງ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ປາ​ປົວ​ນິວ​ກີ​ນີໃນ​ວັນ​ພະ​ຫັດ​ວານນີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ກ່າວ​ວ່າ ຢູ​ເຄ​ຣນ​ຍັງ​ມີ​ເວ​ລາ​ຢູ່.

‘ພວກ​ເຂົາ​ເຈົ້າ​ຍັງ​ມີ​ທາງ​ເລືອກ​ຫຼາຍໆ​ຢ່າງ​ຢູ່” ທ່ານອອ​ສ​ຕິນ ກ່າວ​ຕໍ່​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຮ່ວມ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ປົວ​ນິວ​ກີ​ນີ ທ່ານ​ເຈມ​ສ໌ ມາ​ຣາ​ປີ.

“ພວກ​ເຂົາ​ເຈົ້າ​ຮອບ​ຄອບ​ຫຼາຍ. ພວກ​ເຂົາ​ເຈົ້າ​ຖະ​ໜອມ​ກຳ​ລັງ​ຄົນ​ແລະ​ອຸບ​ປະ​ກອນ” ທ່ານ​ກ່າວ​ຕື່ມ. “ຂ້າ​ພະ​ເຈົ້າ​ຄິດ​ວ່າ ທ່ານ​ສາ​ມາດ​ຄາດ​ຫວັງ​ໄດ້​ວ່າ​ພວກ​ເຂົາ​ເຈົ້າ​ຈະ​ສືບ​ຕໍ່​ທຳ​ຄາມ​ກົດ​ດັນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG