ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຫົວ​ໜ້າດ້ານປ້ອງກັນປະເທດ ຂອງ ສະ​ຫະ​ລັດ ແລະ​ ຣັດ​ເຊຍ ໂອ້​ລົມ​ກັນ​ເປັນ​ຄັ້ງ​ທຳ​ອິດ ນັບ​ແຕ່ ​ເດືອນ​ຕຸ​ລາ ເປັນ​ຕົ້ນ​ມາ


ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ, ທ່ານລອຍ ອອ​ສ​ຕິນ ​​ກ່າວ​ຢູ່ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວຫລັງ​ຈາກກອງ​ປະ​ຊຸມ​ທາງ​ໄກ​ຂອງ​ກຸ່ມ​ພົວ​ພັນ​ກັບ​ຢູ​ຄ​ຣນທີ່​ທຳ​ນຽບ​ຫ້າ​ແຈໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 15 ມີ​ນາ, 2023
ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ, ທ່ານລອຍ ອອ​ສ​ຕິນ ​​ກ່າວ​ຢູ່ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວຫລັງ​ຈາກກອງ​ປະ​ຊຸມ​ທາງ​ໄກ​ຂອງ​ກຸ່ມ​ພົວ​ພັນ​ກັບ​ຢູ​ຄ​ຣນທີ່​ທຳ​ນຽບ​ຫ້າ​ແຈໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 15 ມີ​ນາ, 2023

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ, ທ່ານລອຍ ອອ​ສ​ຕິນ ກ່າວຕໍ່​ຄູ່​ຕຳ​ແໜ່ງຝ່​າຍຣັດ​ເຊຍ ໃນ​ວັນ​ພຸດ​ວານນີ້ ກ່ຽວ​ກັບ​ການ​ສະ​ກັດ​ກັ້ນ​ທາງ​ທະ​ຫານ​ຂອງ​ ຣັດ​ເຊຍທີ່​ສົ່ງ​ຜົນ​ໃຫ້​ເຮືອ​ບິນບໍ່​ມີ​ຄົນ​ຂັບ ຫລື​ໂດ​ຣນ​ ສອດ​ແນມ​ຂອງ​ສະ​ຫະ​ລັດ​ຕົກ​ ໃນ​ວັນ​ອັງ​ຄານ​ຜ່ານ​ມາ ຢູ່​ເທິງ​ທະ​ເລ​ດຳ.

“ສະຫະລັດ​ຈະ​ສືບ​ຕໍ່​ບິນ ​ແລະ ປະ​ຕິ​ບັດ​ງານ​ຢູ່ທຸກ​ບ່ອນ ​ທີ່​ກົດໝາຍ​ສາກົນ​ອະນຸຍາດ ໃຫ້, ​ແລະ​ມັນ​ເປັນ​ໜ້າ​ທີ່ຂອງຣັດ​ເຊຍ​ ທີ່​ຈະ​ດຳ​ເນີນການ​ເຮືອບິນ​ທະຫານຂອງ​ຕົນ​ຢ່າງ​ປອດ​ໄພ ​ແລະ​ເປັນ​ມື​ອາຊີບ,” ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານອອ​ສ​ຕິນ ທີ່ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ຫຼັງ​ຈາກໄດ້​ປະກາດ​ວ່າ ທ່ານ​ຫາກໍ່ “ອອກ​ຈາກ​ການ​ລົມໂທ​ລະ​ສັບ” ກັບລັດຖະ ມົນຕີປ້ອງກັນປະເທດຣັດເຊຍ ທ່ານເຊີ​ເກ ຊອຍ​ກູ (Sergei Shoigu).

ມັນເປັນການໂທລະ​ສັບຫາກັນຄັ້ງທໍາອິດ ລະຫວ່າງຜູ້ນໍາດ້ານປ້ອງກັນປະເທດສອງ ທ່ານ ນັບຕັ້ງແຕ່ເດືອນຕຸລາເປັນ​ຕົ້ນ​ມາ, ອີງຕາມເຈົ້າຫນ້າທີ່​ກ່າວ.

​ໂດ​ຣນເອັມ​ຄີວ-9 (MQ-9) ຂອງ​ສະຫະລັດ ທີ່​ຖືກ​ເອົາບິນ​ລົງ​ນັ້ນ ກຳ​ລັງ “ດຳ​ເນີນ​ການ​ປະຕິບັດ​ງານ​ຕາມ​ປົກກະຕິ” ຢູ່​ໃນ​ເຂດ​ນ່ານຟ້າ​ສາກົນ ​ໃນ​ວັນ​ອັງຄານຜ່ານ​ມາ​ນີ້ ​ເມື່ອ​ເຮືອບິນ​ສູ້​ລົບຊູ​ຄອຍ Su-27 ຄູ່​ນຶ່ງ​ຂອງຣັດ​ເຊຍ “​ໄດ້ປ່ອຍ​ເຊື້ອ​ໄຟ​ອອກ ​ແລະ​ບິນຕັດໜ້າໂດ​ຣນ MQ-9.”

ກອງທັບ​ສະຫະລັດ​ກ່າວ​ວ່າ ​ເຮືອບິນ​ອາຍ​ພົ່ນລຳ​ນຶ່ງ​ໄດ້​ຕຳ​ໃບ​ພັດ​ຂອງ​ໂດ​ຣນ​ສະຫະລັດ ​ເຮັດ​ໃຫ້​ກຳລັງທະ​ຫານ​ສະຫະລັດ ຕ​ອ້ງໄດ້​ເອົາໂດ​ຣນນັ້ນລົງ​ໄປໃນ​ເຂດ​ນ່ານນ້ຳ​ສາກົນ.

(ພາບ​ໃນ​ແຟ​ມ) ໂດ​ຣນ MQ-9 ປາ​ກົດໃຫ້​ເຫັນ​ວ່າ​ບິນຢູ່​ເທິງ​ຄ້າຍ​ທະ​ຫານ​ມາ​ຣິນ ຢູ່ອ່າວ Kaneohe Bay ໃນ​ເກາະ​ຮາ​ວາຍຂະ​ນະ​ທີ່​ມີ​ກອງ​ປະ​ຊຸມ Rim of the Pacific 2022.
(ພາບ​ໃນ​ແຟ​ມ) ໂດ​ຣນ MQ-9 ປາ​ກົດໃຫ້​ເຫັນ​ວ່າ​ບິນຢູ່​ເທິງ​ຄ້າຍ​ທະ​ຫານ​ມາ​ຣິນ ຢູ່ອ່າວ Kaneohe Bay ໃນ​ເກາະ​ຮາ​ວາຍຂະ​ນະ​ທີ່​ມີ​ກອງ​ປະ​ຊຸມ Rim of the Pacific 2022.

“ພວກ​ເຮົາ​ຮູ້​ວ່າ​ການ​ສະກັດ​ກັ້ນ​ນັ້ນແມ່ນ​ມີ​ເຈດ​ຕະ​ນາ. ພວກ​ເຮົາ​ຮູ້​ວ່າ ​ພຶດ​ຕິ​ກໍາ​ທີ່ເປັນ​ການ​ຮຸກ​ຮານນັ້ນ​ ແມ່ນ​ມີ​ເຈດ​ຕະ​ນາ. ພວກ​ເຮົາ​ຍັງ​ຮູ້ອີກ​ວ່າ ​ມັນ​ເປັນ​ການ​ເຮັດ​ແບບບໍ່ແມ່ນ​ມື​ອາ​ຊີບ​ ແລະ​ບໍ່​ປອດ​ໄພ​ຫຼາຍ,” ນັ້ນ​ຄື​ຄຳ​ເວົ້າ​ຂອງນາຍ​ພົນມາກ ມີ​ລ​ລີ (Mark Milley), ປະທານ​ເສ​ນາ​ທິການ​ຮ່ວມ ທີ່ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ພຸດ​ວານນີ້.

ທ່ານມີ​ລ​ລີ ກ່າວ​ວ່າ “ທ່ານ​ຍັງ​ບໍ່​ແນ່​ໃຈ​ວ່າ” ການເຂົ້າ​ໄປ​ປະ​ເຊີນ​ກັນຕົວ​ຈິງ​ລະ​ຫວ່າງ​ເຮືອ​ບິນ​ຣັດ​ເຊຍ ​ກັບ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ນັ້ນ ເປັນ​ການ​ເຮັດ​ຢ່າງ​ມີ​ເຈດ​ຕະ​ນາ ​ຫຼື​ບໍ່.

ທ່ານມີ​ລ​ລີ ຍັງ​ກ່າວອີກ​ວ່າ ສະຫະລັດ​ມີ​ຫລັກ​ຖານ​ທາງ​ວີ​ດີ​ໂອ ​ທີ່​ສະ​ແດງ​ໃຫ້​ເຫັນ​ການ​ສະກັດ​ກັ້ນ​ທີ່​ມີ​ລັກ​ຮຸກ​ຮານນັ້ນ. ທ່ານ​ຍັງ​ໄດ້​ໂອ້​ລົມ​ກັບ​ຄູ່​ຕຳ​ແໜ່​ງຣັດ​ເຊຍຂອງ​ທ່ານ ​ທາງໂທລະສັບ ​ໃນ​ວັນ​ພຸດ​ວານ​ນີ້​ກ່ຽວ​ກັບ "ບັນຫາ​ຄວາມ​ປອດ​ໄພ​ຫຼາຍ​ຢ່າງ​ທີ່​ໜ້າເປັນ​ຫ່ວງ", ອີງ​ຕາມ​ໂຄສົກ​ຂອງ​ທ່ານ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG