ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ທັນວາ ໒໐໒໕

ວາລະຂອງຢູເຄຣນ ໃນການເຈລະຈາກັບອົງການເນໂຕ ແມ່ນເພື່ອຂໍ ‘ອາວຸດ, ອາວຸດ ແລະອາວຸດ’


ທະຫານຢູເຄຣນຄົນນຶ່ງ ຍ່າງກາຍຊາກລົດຖັງຂອງຣັດເຊຍ ທີ່ຖືກທຳລາຍ ໃນເມືອງບູຊາ ຢູ່ນອກນະຄອນຫຼວງກີຢິບ ຂອງຢູເຄຣນ, ວັນທີ 6 ເມສາ 2022.
ທະຫານຢູເຄຣນຄົນນຶ່ງ ຍ່າງກາຍຊາກລົດຖັງຂອງຣັດເຊຍ ທີ່ຖືກທຳລາຍ ໃນເມືອງບູຊາ ຢູ່ນອກນະຄອນຫຼວງກີຢິບ ຂອງຢູເຄຣນ, ວັນທີ 6 ເມສາ 2022.

ລັດຖະມົນຕີການຕ່າງປະເທດຢູເຄຣນ ດີມິດໂທຣ ຄູເລບາ ໃນວັນພະຫັດມື້ນີ້ ບໍ່ຫົວຊານຳບາງປະເທດ ທີ່ລັງເລໃຈຕໍ່ຄຳຮຽກຮ້ອງຂອງຢູເຄຣນ ເພື່ອໃຫ້ຕອບສະໜອງອາວຸດ ຍ້ອນຄວາມຢ້ານວ່າ ຈະຖືກດຶງເຂົ້າໄປພົວ​ພັນ ​ໃນບັນຫາຂັດແຍ້ງກັບຣັດເຊຍໂດຍກ່າວວ່າ ດ້ວຍການຊ່ວຍ​ໃນສິ່ງທີ່ຢູ​ເຄ​ຣນຕ້ອງການ ຊາວຢູເຄຣນ ຈະທຳການຕໍ່ສູ້ເອງ ສະນັ້ນ ບໍ່ມີຜູ້ອື່ນໃດ ທີ່ຈະຕ້ອງເຮັດ.

ທ່ານຄູເລບາເວົ້າວ່າ “ຂ້າພະເຈົ້າຄຶດວ່າ ຂໍ້ສະເໜີຂອງຢູເຄຣນນັ້ນ ແມ່ນເປັນທຳ ເຈົ້າໃຫ້ອາວຸດແກ່ພວກເຮົາ ພວກເຮົາເສຍສະຫຼະຊີວິດຂອງພວກເຮົາ ແລະ ສົງຄາມແມ່ນຢູ່ພາຍໃນຢູເຄຣນ.”

ທ່ານໄດ້ກ່າວ ຢູ່ໃນນະຄອນຫຼວງບຣັສເຊີລສ໌ ໂດຍມີເລຂາທິການໃຫຍ່ອົງການເນໂຕ ທ່ານເຈັນສ໌ ສໂຕລເທັນເບີກ ຢູ່ຄຽງຂ້າງ ກ່ອນໜ້າການເຂົ້າຮ່ວມກອງປະຊຸມກັບບັນດາລັດຖະມົນຕີຂອງເນໂຕ ບ່ອນທີ່ທ່ານສໂຕລເທັນເບີກ ໄດ້ກ່າວວ່າ ບັນດາພັນທະມິດ ຄວນແກ້ໄຂຄວາມຕ້ອງການຂອງຢູເຄຣນ ສຳລັບລະບົບປ້ອງກັນທາງອາກາດ ອາວຸດຕໍ່ຕ້ານລົດຖັງ ແລະການສະໜັບສະໜຸນອື່ນໆ.

“ອາວຸດຫຼາຍເທົ່າ​ໃດທີ່ພວກເຮົາໄດ້ຮັບ ແລະມາຮອດພວກເຮົາໃນຢູເຄຣນໄວຂຶ້ນຊ່ຳໃດ ຊີວິດຂອງມະນຸດກໍຖືກຊ່ອຍໄດ້ຫຼາຍຂຶ້ນຊ່ຳນັ້ນ ເມືອງແລະຄຸ້ມບ້ານຕ່າງໆ ກໍຈະບໍ່ຖືກທຳລາຍຕື່ມອີກ ແລະຄົງຈະບໍ່ມີແບບບູຊາ ອີກຕໍ່ໄປ” ທ່ານຄູເລບາ ໄດ້ກ່າວໄປ ໂດຍອ້າງເຖິງພື້ນທີ່ຢູ່ນອກນະຄອນຫຼວງ ບ່ອນທີ່ພວກທະ ຫານຣັດເຊຍ ໄດ້ຖອຍໜີອອກໄປ ໂດຍຖືກກ່າວຫາວ່າ ສັງຫານພົນລະເຮືອນ.

ລັດຖະມົນຕີການຕ່າງປະເທດຂອງຢູເຄຣນ ທ່ານດີມິດໂທຣ ຄູເລບາ ກ່າວຕໍ່ສື່ຂ່າວ ກ່ອນໜ້າກອງປະຊຸມກັບບັນດາລັດຖະມົນຕີຂອງອົງການເນໂຕ ຢູ່ທີ່ສຳນັກງານໃຫຍ່ຂອງເນໂຕ ໃນນະຄອນຫຼວງບຣັສເຊີລສ໌ ໃນວັນທີ 7 ເມສາ 2022.
ລັດຖະມົນຕີການຕ່າງປະເທດຂອງຢູເຄຣນ ທ່ານດີມິດໂທຣ ຄູເລບາ ກ່າວຕໍ່ສື່ຂ່າວ ກ່ອນໜ້າກອງປະຊຸມກັບບັນດາລັດຖະມົນຕີຂອງອົງການເນໂຕ ຢູ່ທີ່ສຳນັກງານໃຫຍ່ຂອງເນໂຕ ໃນນະຄອນຫຼວງບຣັສເຊີລສ໌ ໃນວັນທີ 7 ເມສາ 2022.

ທ່ານຄູເລບາ ໄດ້ຍິນດີນຳການວາງມາດຕະການລົງໂທດຊຸດໃໝ່ຕໍ່ຣັດເຊຍຂອງປະເທດຕາເວັນຕົກ ແຕ່ໄດ້ຮຽກຮ້ອງໃຫ້ເອົາມາດຕະການຕ່າງໆຕື່ມອີກ ລວມທັງ ການຫ້າມຊື້ຂາຍຢ່າງເຕັມສ່ວນ ນ້ຳມັນແລະອາຍແກັສຂອງຣັດເຊຍ ກີດກັນທະນາຄານຂອງຣັດເຊຍທັງໝົດ ບໍ່ໃຫ້ໃຊ້ລະບົບການທະນາຄານ ທີ່ເອີ້ນຫຍໍ້ວ່າ SWIFT ແລະປິດທ່າເຮືອທັງຫຼາຍບໍ່ໃຫ້ກຳປັ່ນແລະສິນຄ້າຂອງຣັດເຊຍເຂົ້າມາ.

ທ່ານຄູເລບາ ໄດ້ເວົ້າວ່າ “ຂ້າພະເຈົ້າຫວັງວ່າ ພວກເຮົາຈະບໍ່ປະເຊີນກັບສະຖາ ນະການແບບນີ້ອີກເລີຍ ເມື່ອໃດທີ່ມາດຕະການກົດດັນຕ່າງໆ ໄດ້ເພີ້ມທະວີຂຶ້ນ ພວກເຮົາຕ້ອງເປີດເຜີຍຄວາມໂຫດຮ້າຍປ່າເຖື່ອນ ຄືຢູ່ທີ່ເມືອງບູຊາ ແລະເພື່ອສ້າງຄວາມປະທັບໃຈ ແລະເຮັດໃຫ້ຄູ່ພາຄີອື່ນສະເທືອນໃຈຈົນເຖິງລະດັບທີ່ພວກເຂົາເຈົ້ານັ່ງລົງ ແລ້ວກ່າວວ່າ ‘ໂອເຄ, ດີ, ພວກເຮົາຈະນຳສະເໜີມາດຕະການລົງໂທດ.” ທ່ານກ່າວອີກວ່າ “ຂ້າພະເຈົ້າບໍ່ເຊື່ອເລີຍວ່າ ຊາວຢູເຄຣນຕ້ອງຊົດໃຊ້ດ້ວຍເສຍຊີວິດຂອງພວກເຂົາ ​ນະຮົກ ແລະຄວາມທຸກທໍລະມານທັງຫຼາຍສຳລັບຄວາມຕ້ອງການທາງດ້ານການເມືອງ ຂອງຄູ່ພາຄີ ເພື່ອທີ່ຈະວາງມາດຕະການລົງໂທດ.”

ສະຫະລັດ ແລະບັນດາພັນທະມິດຕາເວັນຕົກ ໄດ້ກ່າວໃນວັນພຸດວານນີ້ ວ່າ ພວກເຂົາເຈົ້າໄດ້ວາງ “ມາດຕະການລົງໂທດຊຸດໃໝ່ ທີ່ຮຸນແຮງຂຶ້ນ ໃນດ້ານເສດຖະກິດ ແລະມີຜົນໃນທັນທີ” ຕໍ່ຣັດເຊຍ ໂດຍການຫ້າມບໍ່ໃຫ້ຊາວອາເມຣິກັນລົງທຶນຢູ່ທີ່ນັ້ນ ການກີດກັນສະຖາບັນການເງິນ ທີ່ໃຫຍ່ສຸດຂອງປະເທດດັ່ງ ກ່າວ ແລະແນເປົ້າໝາຍໃສ່ຊັບສິນຕ່າງໆ ທີ່ລູກເຕົ້າຜູ້ໃຫຍ່ສອງຄົນຂອງປະທາ ນາທິບໍດີ ວລາດີເມຍ ປູຕິນ ມີຢູ່ໃນຄວາມຄອບຄອງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ
please wait

No live streaming currently available

0:00 0:00 Live

ສົດ ລາຍການວິທະຍຸ-ໂທລະພາບ ພາກພາສາລາວ

XS
SM
MD
LG