ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຣັດເຊຍ ໄດ້ພົບກັບການຕໍ່ຕ້ານ ຢ່າງໜັກໜ່ວງ ໃນເມືອງບັກມຸຕ ຈາກກອງກຳລັງຂອງຢູເຄຣນ


ແມ່ຍິງຄົນນຶ່ງກຳລັງຍ່າງຂ້າມຂົວ ທີ່ໄດ້ຖືກທຳລາຍ ໃນເມືອງບັກມຸຕ ໃນຂົງເຂດດອນບັສ, ວັນທີ 6 ມັງກອນ 2023.
ແມ່ຍິງຄົນນຶ່ງກຳລັງຍ່າງຂ້າມຂົວ ທີ່ໄດ້ຖືກທຳລາຍ ໃນເມືອງບັກມຸຕ ໃນຂົງເຂດດອນບັສ, ວັນທີ 6 ມັງກອນ 2023.

ຣັດເຊຍ ໄດ້ເພີ້​ມ​ທະ​ວີການໂຈມຕີຂອງຕົນຢູ່ອ້ອມຮອບເມືອງບັກມຸຕ ໃນຂົງເຂດ ດອນບັສ ທາງພາກຕາເວັນອອກຂອງຢູເຄຣນ ແລະໂດຍສະເພາະຢູ່ອ້ອມຮອບເມືອງໂຊເລດາ ທີ່ຢູ່ບໍ່ພໍເທົ່າໃດມາຍທາງກ້ຳເໜືອຂອງເມືອງບັກມຸຕ ອີງຕາມຮອງລັດຖະມົນຕີປ້ອງກັນປະເທດຂອງຢູເຄຣນ ທ່ານນາງຮານນາ ມາລີອາຣ ຊຶ່ງພວກທະຫານຣັດເຊຍ ໄດ້ເລີ້ມການໂຈມຕີຄັ້ງໃຫຍ່ອີກເທື່ອນຶ່ງ.

ກອງກຳລັງຂອງຢູເຄຣນ ກໍສາມາດຕອບໂຕ້ຄືນ ໃນຄວາມພະຍາມບຸກເຂົ້າຍຶດເອົາເມືອງດັ່ງກ່າວໃນເບື້ອງຕົ້ນ ແຕ່ໜ່ວຍທະຫານຂອງກຸ່ມແວກເນີ້ຈຳນວນນຶ່ງ ກໍໄດ້ກັບຄືນມາຢ່າງວ່ອງໄວ ໂດຍການໃຊ້ຍຸດທະວິທີໃໝ່ແລະສົ່ງພວກທະຫານເຂົ້າມາຕື່ມອີກ ພາຍໃຕ້ການຍິງປືນໃຫຍ່ເຂົ້າຖະລົ່ມຢ່າງໜັກ ດັ່ງທີ່ທ່ານນາງມາລີອາຣ ໄດ້ກ່າວໃນເທເລີແກຣມ.

ທ່ານນາງກ່າວຕື່ມວ່າ “ພວກສັດຕູຍ່າງຂ້າມສົບພວກທະຫານຂອງເຂົາເຈົ້າເອງ ໂດຍໃຊ້ການຍິງປືນໃຫຍ່ຢ່າງຫຼວງຫຼາຍ ລະບົບ MLRS ແລະປືນຄົກ” ໂດຍອະທິບາຍວ່າ ພວກໂຈມຕີ​ແມ່ນມາຈາກກອງໜຸນ ທີ່ດີທີ່ສຸດຂອງກຸ່ມແວກເນີ້.

ທະຫານຂອງຢູເຄຣນ ກຳລັງປະຖົມພະຍາບານໃຫ້ແກ່ທະຫານທີ່ໄດ້ຮັບບາດເຈັບຢູ່ໃນສະຖານທີ່ລີ້ໄພ ໃນເມືອງໂຊເລດາ ຊຶ່ງເປັນສະຖານທີ່ສູ້ລົບຢ່າງໜັກ ກັບກອງກຳລັງຣັດເຊຍ ໃນຂົງເຂດດອນບັສ ຂອງຢູເຄຣນ, ວັນທີ 8 ມັງກອນ 2023.
ທະຫານຂອງຢູເຄຣນ ກຳລັງປະຖົມພະຍາບານໃຫ້ແກ່ທະຫານທີ່ໄດ້ຮັບບາດເຈັບຢູ່ໃນສະຖານທີ່ລີ້ໄພ ໃນເມືອງໂຊເລດາ ຊຶ່ງເປັນສະຖານທີ່ສູ້ລົບຢ່າງໜັກ ກັບກອງກຳລັງຣັດເຊຍ ໃນຂົງເຂດດອນບັສ ຂອງຢູເຄຣນ, ວັນທີ 8 ມັງກອນ 2023.

ມາເຖິງເວລານີ້ ກອງກຳລັງຂອງຣັດເຊຍ ບໍ່ໄດ້ຮັບຜົນສຳເລັດໃນການເຂົ້າຍຶດເອົາເມືອງໂຊເລດາ ເຖິງແມ່ນວ່າ ພວກເຂົາ “ພະຍາຍາມຢ່າງສຸດຂີດເພື່ອບຸກໂຈມຕີເມືອງນັ້ນ ຈາກຫຼາຍທິດທາງກໍຕາມ” ແລະເຖິງແມ່ນວ່າ ໄດ້ສົ່ງ “ໜ່ວຍທະຫານທີ່ມີປະສົບການຫຼາຍທີ່ສຸດຂອງກຸ່ມແວກເນີ້ ເຂົ້າໃນການສູ້ລົບກໍຕາມ” ພົນເອກ ໂອເລັກແຊນເດີ ຊີຣສະກີ (Oleksandr Syrskyi) ຜູ້ບັນຊາການກຸມກອງກຳລັງຂອງຢູເຄຣນ ທີ່ອ້າງເຖິງ ກຸ່ມທະຫານຈ້າງຂອງແວກເນີ້ທີ່ເຊື່ອມໂຍງກັບວັງເຄຣມລິນ.

ບັນດາເຈົ້າໜ້າທີ່ຂອງຢູເຄຣນ ກ່າວວ່າ ພວກເຂົາໄດ້ເສີມກຳລັງຢູ່ອ້ອມຮອບເມືອງບັກມຸຕ ໃຫ້ແຂງແກ່ນ ແລະຕອບໂຕ້ການໂຈມຕີຢ່າງບໍ່ລົດລະໂດຍພວກນັກລົບຂອງແວກເນີ້ ຊຶ່ງຜູ້ນຳຂອງເຂົາ ເປັນນັກທຸລະກິດ ຊື່ວ່າ ເຢບເກນີ ປຣີໂກຊິນ (Yevgeny Prigozhin) ແມ່ນແນເປົ້າໝາຍໃສ່ພື້ນທີ່ອັນກວ້າງໃຫຍ່ທີ່ເຕັມໄປດ້ວຍບໍ່ແຮ່ຢູ່ໃຕ້ດິນ.

ໃນການກ່າວຖະແຫລງປະຈຳຄ່ຳຄືນວັນຈັນຂອງທ່ານ ປະທານາທິບໍດີ ໂວໂລດີເມຍ ເຊເລັນສກີ ໄດ້ກ່າວວ່າ ຄວາມມຸ້ງໝັ້ນຂອງກອງກຳລັງຢູເຄຣນ ໃນການຕໍ່ສູ້ຕ້ານຄື້ນຟອງການໂຈມຕີໃນເຂດດອນບັສ ໄດ້ຊ່ອຍໃຫ້ປະເທດໄດ້ຊະນະເວລາ ແລະໄດ້ມີກຳລັງຕື່ມ.

ທ່ານກ່າວວ່າ “ຂອບໃຈຕໍ່ຄວາມມຸ້ງໝັ້ນຂອງທະຫານທັງຫຼາຍຂອງພວກເຮົາ ໃນເມືອງໂຊເລດາ ພວກເຮົາໄດ້ຮັບຊະນະແກ່ຢູເຄຣນ ສຳລັບເວລາຕື່ມອີກ ແລະມີກຳລັງຕື່ມອີກ.”

ເຈົ້າໜ້າທີ່ສະຫະລັດທ່ານນຶ່ງ ໄດ້ກ່າວວ່າ ທ່ານປຣີໂກຊິນ ຜູ້ທີ່ມີອຳນາດ ເປັນພັນທະມິດຂອງປະທານາທິບໍດີ ວລາດີເມຍ ປູຕິນ ພວມຈັບ​ຕາເບິ່ງເກືອ ແລະປູນສຳຮອງ ຈາກບໍ່ແຮ່ໃນພື້ນທີ່ດັ່ງກ່າວ ແຕ່ທ່ານປຣີໂກຊິນ ກໍຍັງກ່າວວ່າ ທ່ານຢາກຈະຍຶດເອົາອຸໂມງຢູ່ໃຕ້ດິນທີ່ກວ້າງໃຫຍ່ໃນພື້ນທີ່ທີ່ສາມາດໃຫ້ລົດຖັງຫຼາຍຄັນແລະຍຸດໂທປະກອນຫຼາຍຢ່າງ ແລ່ນຜ່ານເຂົ້າໄປໄດ້ນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG