ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນວ່າ ກຳລັງຣັດເຊຍ ຕັນທາງເຂົ້າ ສະໜາມບິນ ເຂດ Crimea (ສະໄລດ໌/ວີດີໂອ)


ກຳລັງປະກອບອາວຸດ ທີ່ຢືນຍາມ ຢູ່ສະໜາມບິນ Simferopol ໃນເຂດ Crimea ຂອງຢູເຄຣນ (28 ກຸມພາ 2014)
ກຳລັງປະກອບອາວຸດ ທີ່ຢືນຍາມ ຢູ່ສະໜາມບິນ Simferopol ໃນເຂດ Crimea ຂອງຢູເຄຣນ (28 ກຸມພາ 2014)
ລັດຖະມົນຕີກະຊວງພາຍໃນຂອງຢູເຄຣນ ໄດ້ກ່າວຫາກອງກຳລັງ
ຂອງຣັດເຊຍວ່າ ພວມທຳການຮຸກຮານທາງທະຫານ ແລະເຂົ້າຢຶດ
ເອົາສະໜາມບິນ 2 ແຫ່ງ ໃນເຂດ Crimea ຂອງຕົນ.

ທ່ານ Arsen Avako ລັດຖະມົນຕີກະຊວງພາຍໃນ ຂອງຢູເຄຣນ
ຂຽນລົງໃນ Facebook ຂອງທ່ານໃນວັນສຸກມື້ນີ້ວ່າ ພວກຜູ້ຊາຍທີ່
ປະກອບອາວຸດ ໄດ້ຕັນທາງເຂົ້າສະໜາມບິນ Belbek ໃນນະຄອນ
Sevastopol ບ່ອນທີ່ຣັດເຊຍ ມີຖານທັບເຮືອຂອງຕົນນັ້ນ. ພວກຜູ້ ຊາຍທີ່ບໍ່ຊາບຝ່າຍດັ່ງກ່າວນີ້ ຍັງໄດ້ລາດຕະເວນສະໜາມບິນນາໆ
ຊາດ Simferopol ເມືອງຫຼວງຂອງເຂດ Crimea ນຳດ້ວຍ.



ຣັດເຊຍບໍ່ໄດ້ໃຫ້ຄວາມເຫັນໃດໆກ່ຽວກັບການກ່າວຫາດັ່ງກ່າວ ຊຶ່ງມີຂຶ້ນນຶ່ງມື້ຫຼັງຈາກພວກມື ປືນ ໄດ້ເຂົ້າຢຶດເອົາຕຶກໂຮງການລັດຖະບານຫຼາຍໆຫຼັງໃນເຂດ Crimea ຂອງຢູເຄຣນ ທີ່ມີ ຄວາມສຳພັນອັນເຂັ້ມແຂງ ກັບມົສກູນັ້ນ. ພວກມືປືນໄດ້ພາກັນຊັກທຸງຊາດຣັດເຊຍ ຂຶ້ນເທິງ ຫລັງຄາ.

ໃນຂະນະດຽວກັນ ປະທານາທິບໍດີທີ່ຖືກໂຄ່ນລົ້ມຂອງຢູເຄຣນ ທ່ານ Viktor Yanukovych ທີ່ກ່າວວ່າ ທ່ານໄດ້ຢູ່ພາຍໃຕ້ການຄຸ້ມຄອງ ຂອງຣັດເຊຍແລ້ວນັ້ນ ຄາດວ່າ ຈະອອກມາຖະ ແຫຼງຕໍ່ສື່ມວນຊົນໃນວັນສຸກມື້ນີ້ໃນກອງປະຊຸມສຳພາດຂ່າວທີ່ເມືອງ Rostov-on-Don ໃນ ພາກໃຕ້ຂອງປະເທດຣັດເຊຍ.

ໃນຕອນແລງ ຂອງວັນພະຫັດວານນີ້ ຮອງປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ ໂທລະສັບໄປໂອ້ລົມກັບນາຍົກລັດຖະມົນຕີຢູເຄຣນ ທ່ານ Arseniy Yatsenyuk ເພື່ອສະ ແດງຄວາມດີໃຈຕໍ່ການສ້າງຕັ້ງລັດຖະບານຊຸດໃໝ່ແລະໃຫ້ຄຳໝັ້ນສັນຍາກ່ຽວກັບການໃຫ້ ຄວາມສະໜັບສະໜຸນຂອງສະຫະລັດ ໃນຂະນະທີ່ຢູເຄຣນທຳການປະຕິຮູບ ທີ່ແນໃສ່ເພື່ອ ຟື້ນຟູເສດຖະກິດຂອງປະເທດ. ສະພາແຫ່ງຊາດຢູເຄຣນໄດ້ໃຫ້ການອະນຸມັດ ຕໍ່ການແຕ່ງ ຕັ້ງທ່ານ Yatsenyuk ຜູ້ນຳຝ່າຍຄ້ານ ທີ່ມີຊື່ສຽງ ທີ່ນິຍົມຕາເວັນຕົກ ໃຫ້ເປັນຜູ້ນຳ ລັດຖະ ບານຊົ່ວຄາວ ໃນມື້ວານນີ້.

Ukraine
please wait
Embed

No media source currently available

0:00 0:01:16 0:00
XS
SM
MD
LG