ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຣັດເຊຍ ບັນລຸຂໍ້ຕົກລົງ ທີ່​ຈະ​ສະ​ໜອງແກັສ ໃຫ້​ແກ່ ຢູ​ເຄ​ຣນ


Russia, Ukraine Reach Gas Deal to Secure Winter Supplies
please wait

No media source currently available

0:00 0:02:40 0:00

ຣັດເຊຍ ແລະຢູເຄຣນ ບັນລຸຂໍ້ຕົກລົງ ກ່ຽວກັບ ການ​ສະ​ໜອງແກັສ ທີ່ໄກ່​ເກ່ຍ​ໂດຍ ສະຫະພາບຢູໂຣບ.

ຣັດ​ເຊຍ​ ແລະ​ຢູ​ເຄຣນ ​ໄດ້ເຊັນ​ຂໍ້​ຕົກລົງ ເພື່ອແກ້ໄຂບັນຫາຂັດ
ແຍ້​ງກ່ຽວ​ກັບເລື່ອງ​ແກັສ. ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ຂໍ້​ຕົກລົງ
ທີ່ໄກ່ເກ່ຍໂດຍ ສະ​ຫະພາບ​ຢູ​ໂຣບນີ້ ຈະ​ຊ່ວຍບັນເທົາຄວາມ​
ຢ້ານ​ກົວ​ຂອງ Kyiv ທີ່ວ່າ ຕົນອາດ​ຈະ​ບໍ່​ມີ​ແກັສພຽງພໍ ​ສະ​ສົມ
ໄວ້​ເພື່ອ​ໃຫ້​ຜ່ານ​ພົ້ນ​ລະດູ​ໜາວທີ່​ຈະ​ມາ​ເຖິງ​. Henry Ridwell
ຜູ້ສື່ຂ່າວວີໂອເອ ມີລາຍ​ງານເລື່ອງນີ້ຈາກນະຄອນ​ລອນ​ດອນ
ຊຶ່ງ​ ກິ່ງ​ສະຫ​ວັນຈະນຳເອົາລາຍ​ລາຍລະອຽດ ມາສະ​ເໜີ​ທ່ານ.

ຫຼັງ​ຈາກທີ່ໄດ້ມີ​ການ​ເຈລະຈາ​ກັນຢ່າງ​ຂຸ້ນຂ້ຽວເປັນເວລາຫລາຍໆ
​ເດືອນ ກໍໄດ້​ບັນລຸຄວາມຄືບໜ້າ ທີ່​ຈະ​ເຮັດ​ໃຫ້ຢູ​ເຄຣນ ສາມາດ
ຜ່ານ​ພົ້ນ​ລະດູ​ໜາວຈະ​ມາ​ເຖິງ​ນີ້ໄປໄດ້. ຣັດເຊຍກ່າວວ່າ ຕົນ​ໄດ້
​ຜ່ອນຜັນໃຫ້ ​ທັງ​ລາຄາ​ແກັສ ​ແລະ​ໂຄງຮ່າງການຊຳລະ​ໜີ້​.

ທ່ານ Alexander Novax ລັດຖະມົນຕີ ພະລັງງາ​ນ ຣັດ​ເຊຍ ກ່າວ​ວ່າ:

ນີ້​ແມ່ນ​ການ​ຊ່ວຍເຫຼືອ​ໃນ​ການຜ່ອນຜັນຂອງ​ພວກ​ເຮົາ ​ເພື່ອສ້າງຄວາມ ສະຖຽນ
ລະພາບ​ໃຫ້​ສະຖານ​ະການໃນຢູ​ເຄຣນ ​ເພາະສະ​ນັ້ນ ລະຍະລະ ດູໃບ​ໄມ້​ຫລົ່ນ
ແລະ​ລະດູ​ໜາວແມ່ນເປັນ​ທີ່​ປອດ​ໄພ ​ແລະການສົ່ງແກັສ ໄປໃຫ້ບັນດາ​ຜູ້​ບໍລິ​ໂພ​
ທີ່ຢູ​ໂຣບ ກໍ​ຈະມີສະຖຽນລະພາບ​ເຊັ່ນ​ກັນ.”

ພາຍ​ໃຕ້​ຂໍ້​ຕົກລົງນີ້ ຢູ​ໂຣບ ຈະ​ເປັນ​ຜູ້​ຄໍ້າປະກັນ ໃນການ​ຊື້​ແກັສ​ໃຫ້ແກ່ ຢູ​ເຄຣນ. ຢູ​ໂຣບ
​ແລະອົງການ​ກອງ​ທຶນ​ສາກົນຍັງ​ຈະ​ຊ່ວຍ​ຈ່າຍຄ່າແກັສ​ ທີ່​ຢູ​ເຄຣນຕິດໜີ້ໃຫ້ແກ່ຣັດ​ເຊຍ
ໃນມູນຄ່າ 4 ພັນ 6 ຮ້ອຍ​ລ້ານ​ໂດ​ລາ.

ຣັດ​ເຊຍ ​ໄດ້​ຕັດ​ການສົ່ງ​ແກັສ ໄປ​ໃຫ້​ຢູ​ເຄຣນ ​ໃນ​ການ​ຜິດຖຽງກັນກ່ຽວ​ກັບ​ການ​ຈ່າຍ​ໜີ້​
ສິນ. ຫລັງຈາກມີ​ການ​ໂຄ່ນ​ລົ້ມປະທານາທິບໍດີ Viktor Yanukovych ​ໃນ​ເດືອນ​ກຸມພາ
ຜ່ານມາແລ້ວ ມົສກູ​ກໍໄດ້​ລົບ​ລ້າງ​ການ ​ຊ່່ວຍ​ເຫຼືອ ໃນດ້ານເງິນສະໜັບສະໜຸນເລື່ອງ
ແກັສ​ ທີ່​ຕົນໃຫ້​ແກ່ Kyiv.

ທ່ານ Guenther Oettinger ​ກຳມະການ ດ້ານພະລັງງານ ຂອງຢູ​ໂຣບ ກ່າວ​ວ່າ:

“ນີ້​ອາດ​ເປັນ​ຮ່ອງ​ຮອຍ​ທຳ​ອິດ ຂອງແນວ​ຄິດ​ທີ່ສະຫຼາດສ່ອງໃສ ​ແລະ​ນະ​ໂຍບາຍ​ເພື່ອນ​
ບ້ານທີ່ດີຕໍ່​ກັນ ​ແລະ​ບາງ​ອາດເປັນ​ແສງມົວໆ​ອັນ​ທຳ​ອິດ ​ໃນການຜ່ອນຄາຍຄວາມເຄັ່ງ
ຕຶງຕໍ່ຄວາມສຳພັນ ລະຫວ່າງ​ສອງ​ປະ​ເທດ​ເພື່ອນ​ບ້ານ.”

ສາ​ສະ​ດາ​ຈານ Alan Riley ຈາກ City University ໃນນະຄອນ London ກ່າວວ່າ
ການ​ຕົກ​ລົງ​ກັນເພື່ອຍຸຕິການປະເຊີນໜ້າ​ໄດ້​ກາຍມາ​ເປັນ​ເລື້ອງ​ຮີບ​ດ່ວນ​ຫລາຍ​ຂື້ນ ຊຶ່ງ
ທ່ານກ່າ​ວຕໍ່ ວີ​ໂອ​ເອ ຜ່ານ​ທາງ Skype ຕື່ມວ່າ.

“ຊາວ​ຢູ​ເຄຣນ ແມ່ນຢູ່ໃນສະພາບຈົນຕາແຈທີ່ສຸດ​ ຢາກ​ໃຫ້ມີການ​ຕົກ ລົງກັນເປັນ
ທີ່ຮຽບຮ້ອຍໄປ. ຄວາມ​ຈິງ​ແລ້ວ ​ເຂົາ​ເຈົ້າ​ບໍ່​ມີ​ແກັສ​ໃຊ້​ຈາກ ຣັດ​ເຊຍ ຊຶ່ງເປັນແຫຼ່ງ
ສະໜອງທີ່ສຳຄັນສຸດ ຕັ້ງ​ແຕ່​ເດືອນມິຖຸນາເປັນ ຕົ້ນມາ ​ແລະ​ເປັນ​ທີ່​ຈະແຈ້ງວ່າ
ບໍ່​
ມີ​ແກັສ​ເກັບ​ໄວ້​ຢ່າງພຽງພໍເລີຍເພື່ອ ໃຫ້ຄວາມອຸ່ນແກ່ຢູເຄຣນ ​ຕະຫລອດ​ລະດູ​
ໜາວ ຈະມານີ້ເລີຍ."

​ທ່ານ Riley ກ່າວວ່າ ຢູ​ໂຣບໄດ້​ຮັບແກັສປະມານນຶ່ງສ່ວນສາມ ຈາກ ຣັດ​ເຊຍ. ບໍລິສັດ
ລັດ​ວິສາຫະກິດ Gazprom ​ໄດ້​ຮັບ​ຜົນ​ກຳ​ໄລ​ສ່ວນ ໃຫຍ່ຂອງຕົນ ຈາກຕະຫລາດ​ຢູ​ໂຣບ
​ເພາະສະ​ນັ້ນ​ການ​ຕົກລົງ​ດັ່ງກ່າວ ຈຶ່ງເປັນ​ຜົນ​ປະ​ໂຫຍ​ດ ສຳຫລັບ​ທຸກໆ​ຝ່າຍ.

ທ່ານ Riley ເວົ້າ​ວ່າ “ບັນຫາກ່ຽວກັບຄວາມໜ້າເຊື່ອຖື​ຂອງຣັດ​ເຊຍ ​ໃນ​ນາມ​ຜູ້​
ສະໜອງແກັສ​ນັ້ນ ​ເຮັດ​ໃຫ້​ມີ​ຄວາມ​ກົດ​ດັນ​ຢ່າງ​ໃຫຍ່​ຫລວງ​ຕໍ່ມົສກູ​ ໃນ​ການຕົກ
ລົງດັ່ງກ່າວ."

​ນັກ​ເສດຖະສາດ Oleh Soskin ຈາກສະ​ຖາ​ບັນການ​ຫັນປ່ຽນ​ສັງຄົມ ​ໃນນະຄອນ Kyiv
ກ່າວ​ວ່າ ໃນ​ລະຍະ​ຍາວແລ້ວ ຢູ​ເຄຣນຕ້ອງ​ຊອກ​ຫາ​ແຫຼ່ງສະໜອງພະລັງງານທີ່​ແຕກ​ຕ່າງ​
ອອກໄປ.

ທ່ານ Soskin ເວົ້າວ່າ “ໃນຮອບ 10 ປີ​ທີ່​ຜ່ານ​ມານີ້ ພວກ​ເຮົາ​ໄດ້​ຈ່າຍເງິນ​ໃຫ້​ເສດ
ຖະກິດ ຣັ​ດ​ເຊຍ ​ປະມານ 100 ພັນ​ລ້ານ​ໂດ​ລາ. ພວກ​ເຮົາໄດ້​ຊື້​ນໍ້າມັນ ​ແລະ​ແກັສ
ຈາກ​ເຂົາ​ເຈົ້າ ໂດຍຜ່ານ​ແຜນການທີ່ມືດ​ມົວ ​ແລະບໍ່​ແຈ່ມ​ແຈ້ງ.”

ເຖິງແມ່ນ​ໄດ້​ມີ​ການ​ຕົກລົງ​ກັນ ໃນເລື່ອງ​ແກັສແລ້ວກໍຕາມ ແຕ່ຄວາມ​ເຄັ່ງ​ຕຶງລະຫວ່າງ
ມົສກູ ​ແລະ​ຢູ​ເຄຣນພ້ອມກັບ​ບັນດາ​ພັນທະ​ມິດ​ຕາ​ເວັນ​ຕົກ ກໍບໍ່ໄດ້ສະ​ແດງ​ໃຫ້​ເຫັນ​ຮ່ອງ
ຮອຍເຖິງການຜ່ອນຄາຍລົງ.

ກຳລັງອົງການ NATO ລາຍ​ງານ​ວ່າ ​ເຮືອບິນ​ຖີ້ມລະ​ເບີດຣັດ​ເຊຍ ກໍໄດ້ເພີ້ມການ​ບິນ
​ຜ່ານເຂດ​ນ່ານ​ຟ້າ​ຢູ​ໂຣບເມື່ອໄວໆມານີ້. ​ໃນ​ຂະນະ​ດຽວ​ກັນ ຢູ່​ທາງ​ພາກ​ຕາ​ເວັນ​ອອກ​
ຂອງ​ທະ​ເລ Barents ​ໃນ​ວັນ​ພະຫັດ ກ່ອນນີ້ ຣັດ​ເຊຍກໍໄດ້ປະສົບ​ຜົນສຳ​ເລັດ ​ໃນການ
ຍິງທົດ​ລອງ ລູກ​ສອນ​ໄຟ​ຂີປະນາວຸດ.

XS
SM
MD
LG