ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກັບ​ກູ້​ສົບມາໄດ້ແລ້ວ 196 ສົບ​ ​ຈາກຖ້ຽວບິນມາ​ເລ​ເຊຍ ທີ່​ຖືກ​ຍິງ​ຕົກ (ສະໄລດ໌/ວີດີໂອ)


Malaysia Reeling: Second Air Disaster in Four Months
please wait

No media source currently available

0:00 0:01:43 0:00

ເບິ່ງວີດີໂອ ກ່ຽວກັບ ສາຍການບິນມາເລເຊຍ ທີ່ປະສົບກັບ ໄພຫາຍະນະ ເຖິງສອງຄັ້ງຕິດຕໍ່ກັນ.

ກົມທ້ອງ​ຖິ່ນຂອງ​ກະຊວງ​ພາວະ​ສຸກ​ເສີນ ຢູ່​ພາກ​ຕາ​ເວັນ​ອອກ
ຂອງ​ຢູ​ເຄຣນ ກ່າວ​ໃນ​ວັນ​ອາ​ທິດ​ມື້​ນີ້ ​ວ່າ ມີ​ການເກັບ​ກູ້​ສົບ​ມາ
ໄດ້ແລ້ວ 196 ສົບ​ ​ໃນ​ຈຳນວນຜູ້​ໂດຍສານ ​ແລະຈຸບິນ ທັງ​ໝົດ
​ 298 ຄົນ ຂອງ​ຖ້ຽວ​ບິນ​ມາ​ເລ​ເຊຍທີ່​ຖືກ​ຍິງ​ຕົກ ​ເມື່ອ 3 ມື້ກ່ອນ
ນັ້ນ. ​ແຕ່​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ໃນ​ທັນທີ​ນີ້​ເທື່ອ​ວ່າ ພວກ​ສົບ​ເຫລົ່າ
​ນັ້ນ​ໄດ້​ຖືກ​ນຳ​ເອົາ​ໄປເກັບໄວ້ຢູ່​ໃສ.

ແຕ່ອົງການ​ຂ່າວ Reuters ລາ​ຍງານໃນ​ວັນ​ອາທິດ​ມື້​ນີ້ ວ່າ
ພວກພະນັກ​ງານ​ລົດ​ໄຟ ກ່າວ​ວ່າ​ ສົບ​ຈາກເຮືອບິນ​ທີ່ຖືກ​ຍິງ​ຕົກ
​ນັ້ນ ໄດ້ຖືກ​ເກັບ​ມ້ຽນ​ໄວ້​ໃນພວກຕູ້ລົດ​ໄຟ​ເຢັນ ຢູ່​ສະຖານີ​ໃນ​
ເມືອງ Torez ຫ່າງ​ຈາກ​ຈຸດ​ເກີດ​ເຫດ​ໄປ 15 ຫລັກ.


​ນາໆ​ຊາດໄດ້​ສະ​ແດງຄວາມ​ໂກດ​ແຄ້ນ ​ແລະ​ກັງວົນ​ ກ່ຽວ​ກັບ​ການ​ໄປ​ແຕະຕ້ອງ​ ຫລື​ລົບ
ກວນ ບໍລິ​ເວນເກີ​ດ​ເຫດ ກ່ອນທີ່ເຈົ້າໜ້າ​ທີ່​ສືບສວນ​ສອບ​ສວນ ຈະໄດ້ຮັບອະນຸຍາດ​ໃຫ້​
ເຂົ້າ​ໄປກວດກາ ຊຶ່ງ​ພວກ​ກະບົດ​ນິຍົມຣັດ​ເຊຍທີ່​ຄວບຄຸມ​ບໍລະ​ເວນ​ນັ້ນຍັງສືບຕໍ່ ຈຳກັດ
​ການເຂົ້າເຖິງ ບໍລິເວນນັ້ນ.

ນາຍົກລັດຖະມົນຕີ ອອສ​ເຕ​ຣເລຍ ທ່ານ Tony Abbott ກ່າວ ໃນ​ວັນ​ອາທິດ​ມື້​ນີ້ ວ່າ ຢູ່​
ຈຸດ​ເກີດ​ເຫດນັ້ນ ​ແມ່ນ “ສັບ​ສົນແທ້ໆ.”

2013881 Ukraine Crash
please wait
Embed

No media source currently available

0:00 0:01:20 0:00


ທ່ານ Abbott ກ່າວ​ ​ໃນ​ການ​ສຳ​ພາດ​ກັບບໍລິສັດ​ກະຈາຍ​ສຽງ​ອອສ​ເຕຣ​ເລຍ ຫຼື ABC ​ວ່າ
ທ່ານ​ຢ້ານວ່າ ​ການ​ໄປ​ແຕະຕ້ອງລົບກວນ ພວກຫຼັກຖານຕ່າງໆເຫລົ່ານັ້ນ ແມ່ນຈະມີຕໍ່​ໄປ
​ເພາະວ່າ “ບໍ່​ມີ​ເຈົ້າໜ້າ​ທີ່​ຜູ້​ມີ​ອຳນາດ ​ຢູ່​ທີ່​ເກີດ​ເຫດ​ເລີຍ.”

ໂຄສົກກະຊວງ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Jen Psaki ກ່າວ​ວ່າ ລາຍ​ງານ
ຕ່າງໆ ​ທີ່​ເວົ້າວ່າ ສົບ​ ແລະຊິ້ນ​ສ່ວນ​ເຄື່ອງ​ຂອງ ທັງຫຼາຍ ​ໄດ້​ຖືກຍ້າຍອອກ​ໄປ​ຈາກບໍລິເວນ
ເກີດ​ເຫດ​ ທີ່​ບໍ່​ມີ​ການ​ຄຸ້ມຄອງ ​ແລະຫຼັກຖານ​ ໄດ້​ຖືກ​ແຊກ​ແຊງຫຍຸ້ງ​ກ່ຽວ​ນຳນັ້ນ “​ແມ່ນ ເປັນ​ການ​ດູ​ໝິ່ນ​ ບັນດາຜູ້​ທີ່​ໄດ້​ສູນ​ເສຍ​ຄົນ ທີ່​ຕົນຮັກ​ໄປ ​ແລະໝິ່ນປະໝາດ​ຕໍ່​ກຽດ​
ສັກ​ສີ​ ທີ່ຜູ້​ປະສົບ​ໄພຄວນ​ທີ່ຈະ​ໄດ້​ຮັບ.”

CRASH BLACK BOX
please wait
Embed

No media source currently available

0:00 0:00:55 0:00


ທ່ານ​ນາງ Psaki ກ່າວວ່າ ​ບັນດາ​ຜູ້​ສັງ​ເກດ​ການ​ຂອງ​ຢູ​ໂຣບ ​ໄດ້​ຮັບ​ອະນຸຍາດໃຫ້ເຂົ້າ​ໄປ​
ໃນ​ຈຸດ​ເກີດ​ເຫດ ເມື່ອວັນເສົາ​ວານ​ນີ້ ພຽງ 3 ຊົ່ວ​ໂມງ​ເທົ່າ​ນັ້ນ ​ແລະ ​ໄດ້​ເຂົ້າ​ໄປ​ເບິ່ງ ພຽງ​ແຕ່
75 ນາທີ ​ເມື່ອ​ວັນ​ສຸກ​ຜ່ານ​ມາ​.

ລັດຖະມົນ​ຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກ່າວ​ໃນ​ວັນ​ເສົາ​ວານ​ນີ້ ວ່າ
ສະຫະລັດ ມີ “ຄວາມ​ກັງວົນ​ຢ່າງ​ສູງ” ກ່ຽວ​ກັບ ລາຍ​ງານ​ຕ່າງໆ ວ່າ ສົບ ​ແລະ ຊິ້ນ​ສ່ວນ​
ເຄື່ອງ​ຂອງທັງຫຼາຍ ​ໄດ້​ຖືກ​ນຳ ເອົາ​ໄປ​ຈາກ​ສະຖານ​ທີ່ເກີດ​ເຫດ.

XS
SM
MD
LG