ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຢູເຄຣນ ກ່າວຫາ ຣັດເຊຍ ຊ່ອຍພວກກະບົດ ທຳລາຍ ຫຼັກຖານ ຢູ່ບ່ອນ ເຮືອບິນຕົກ (ສະໄລດ໌/ວີດີໂອ)


ນັກລົບ ນິຍົມຣັດເຊຍຄົນນຶ່ງ ຢືນຍາມ ຢູ່ບ່ອນ ເຮືອບິນໂດຍສານ ມາເລເຊຍ ຖືກຍິງຕົກ ໃກ້ກັບບ້ານ Hrabove ໃນພາກຕາເວັນອອກ ຂອງຢູເຄຣນ (19 ກໍລະກົດ 2014)
ນັກລົບ ນິຍົມຣັດເຊຍຄົນນຶ່ງ ຢືນຍາມ ຢູ່ບ່ອນ ເຮືອບິນໂດຍສານ ມາເລເຊຍ ຖືກຍິງຕົກ ໃກ້ກັບບ້ານ Hrabove ໃນພາກຕາເວັນອອກ ຂອງຢູເຄຣນ (19 ກໍລະກົດ 2014)

ຢູເຄຣນ ໄດ້ກ່າວຫາຣັດເຊຍວ່າ ໃຫ້ການຊ່ອຍເຫລືອ ແກ່ພວກ
ແບ່ງແຍກດິນແດນ ນິຍົມຣັດເຊຍ ທຳລາຍຫລັກຖານຕ່າງໆ ຢູ່ ບ່ອນທີ່ເຮືອບິນໂດຍສານຂອງສາຍການບິນມາເລເຊຍຖືກຍິງ
ຕົກ ພ້ອມດ້ວຍ 298 ຄົນ ທີ່ຢູ່ເທິງເຮືອບິນ.

ລັດຖະບານຢູເຄຣນກ່າວໃນວັນເສົາມື້ນີ້ວ່າ ພວກກະບົດໄດ້ຍົກ
ຍ້າຍ 38 ສົບ ໄປຈາກບໍລິເວນເຮືອບິນຕົກແລະນຳເອົາສົບເຫຼົ່າ
ນັ້ນໄປຍັງເມືອງ Donetsk ທີ່ພວກກະບົດຄວບຄຸມ.

ຢູເຄຣນເວົ້າວ່າ ພວກກະບົດແບ່ງແຍກດິນແດນໄດ້ຂົນຊາກສົບ
ເຫລົ່ານີ້ ໂດຍໄດ້ຮັບການຊ່ອຍເຫລືອຈາກພວກນັກຊ່ຽວຊານທີ່
ປາກພາສາມີສຳນຽງແບບຣັດເຊຍ.

ຣັດເຊຍ ຍັງບໍ່ທັນໃຫ້ຄວາມເຫັນໃດໆເທື່ອ ກ່ຽວກັບການກ່າວຫາ ຂອງຢູເຄຣນ.

ລັດຖະມົນຕີຂົນສົ່ງຂອງມາເລເຊຍ ກ່າວໃນວັນເສົາມື້ນີ້ວ່າ ຫຼັກຖານທີ່ສຳຄັນຢູ່ບ່ອນເຮືອ ບິນຕົກໃນຢູເຄຣນ ໄດ້ຖືກປັບປ່ຽນທຳລາຍ ແລະທ່ານເອີ້ນວ່າ ເປັນການທໍລະຍົດຕໍ່ພວກ ທີ່ສູນເສຍຊີວິດ ໃນເຫດຮ້າຍຄັ້ງນີ້.

ທ່ານ Liow Tiong Lai ກ່າວວ່າ ສະພາບຂອງບ່ອນທີ່ເຮືອບິນຕົກໄດ້ຖືກລົບກວນແລະມີ ຮ່ອງຮອຍສະແດງໃຫ້ເຫັນວ່າ ຫລັກຖານສຳຄັນໆບໍ່ໄດ້ຖືກຮັກສາໄວ້.

MALAYSIA UKRAINE PLANE CNPK
please wait

No media source currently available

0:00 0:02:06 0:00

ຄະນະສືບສວນ ຂອງນາໆຊາດ ຫາກໍມີລາຍງານວ່າ ໄດ້ຮັບອະນຸຍາດເພີ້ມຕື່ມ ໃຫ້ເຂົ້າໄປ ເບິ່ງບ່ອນທີ່ເຮືອບິນຕົກໃນວັນເສົາມື້ນີ້. ພວກກະບົດທີ່ຄວບຄຸມເຂດດັ່ງກ່າວໄດ້ອະນຸຍາດ ແບບຈຳກັດ ໃນມື້ວັນສຸກວານນີ້ ໃຫ້ເຈົ້າໜ້າທີ່ສືບສວນ ຂອງອົງການ ວ່າດ້ວຍຄວາມໝັ້ນ ຄົງແລະການຮ່ວມມືໃນຢູໂຣບ ຫຼື OSCE ເຂົ້າໄປໃນບໍລິເວນທີ່ເຮືອບິນຖືກຍິງຕົກ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວໃນມື້ວັນສຸກວານນີ້ວ່າ ສະຫະລັດ ມີຄວາມເຊື່ອໝັ້ນວ່າ ລູກສອນໄຟແຕ່ພື້ນດິນຫາອາກາດ ໄດ້ຍິງເຮືອບິນໂດຍສານ ມາເລ ເຊຍຕົກ ໃນເຂດນ່ານຟ້າຂອງຢູເຄຣນ ແລະຍິງຂຶ້ນ ຈາກເຂດທີ່ຄວບຄຸມ ໂດຍພວກແບ່ງ ແຍກດິນແດນນິຍົມຣັດເຊຍ.

US Calls On Putin to Withdraw Support of Ukrainian Separatists
please wait

No media source currently available

0:00 0:02:30 0:00

ທ່ານໂອບາມາເອີ້ນການເສຍຊີວິດຂອງຜູ້ໂດຍສານແລະພະນັກງານ 298 ຄົນວ່າມັນເປັນ ການກະທຳທີ່ໂຫດຫ້ຽມ ໃນລະດັບທີ່ຮ້າຍແຮງຈົນບໍ່ສາມາດ ອະທິບາຍເປັນຄຳເວົ້າໄດ້.

ປະທານາທິບໍດີ ບໍ່ໄດ້ຖິ້ມໂທດໂດຍກົງໃສ່ບຸກຄົນໃດບຸກຄົນນຶ່ງຫລືກຸ່ມໃດກຸ່ມນຶ່ງຢ່າງເປັນ ການສະເພາະໃນການຍິງເຮືອບິນໂດຍສານມາເລເຊຍ ແຕ່ທ່ານກໍເວົ້າວ່າພວກແບ່ງແຍກ ດິນແດນໃນຢູເຄຣນ ແມ່ນເປັນທີ່ຮູ້ກັນດີວ່າ ໄດ້ຮັບການສະໜັບສະໜຸນຢ່າງຕໍ່ເນື່ອງຈາກ ຣັດເຊຍ ຮວມທັງອາວຸດຊະນິດຕ່າງໆ ອາວຸດຕໍ່ຕ້ານເຮືອບິນຕະຫຼອດທັງການຝຶກແອບນຳ ດ້ວຍ.

US Confident Missile Came From Separatist-Held Territory
please wait

No media source currently available

0:00 0:02:29 0:00

ທ່ານໂອບາມາ ກ່າວວ່າ ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ເປັນຜູ້ຄວບຄຸມ ສະຖານະການໄດ້ຫຼາຍທີ່ສຸດ ຢູ່ໃນຢູເຄຣນ ແຕ່ບໍ່ໄດ້ໃຊ້ການຄວບຄຸມດັ່ງກ່າວ ໄປສູ່ການ ແກ້ໄຂບັນຫາດ້ວຍສັນຕິວິທີ.

ຣັດເຊຍ ໄດ້ຖິ້ມໂທດທັງໝົດ ໃສ່ຢູເຄຣນແຕ່ພຽງຜູ້ດຽວ. ເອກອັກຄະລັດຖະທູດ Vitaly Churkin ກ່າວວ່າ ຢູເຄຣນໄດ້ອະນຸຍາດໃຫ້ເຮືອບິນອາຍພົ່ນໂດຍສານ ບິນຜ່ານເຂດທີ່ ເກີດບັນຫາຂັດແຍ້ງ. ທ່ານຮຽກຮ້ອງໃຫ້ທຳການສືບສວນ ແບບຍຸດຕິທຳແລະເປີດກວ້າງ.

ນາຍົກລັດຖະມົນຕີອອສເຕຣເລຍທ່ານ Tony Abbot ກ່າວວ່າ ໃນວັນເສົາມື້ນີ້ວ່າ ຄວາມ ຄິດທີ່ວ່າຣັດເຊຍ ສາມາດລ້າງມື ໃນການເອົາຄວາມຮັບຜິດຊອບຍ້ອນເລື່ອງດັ່ງກ່າວເກີດ ຂຶ້ນຢູ່ໃນເຂດນ່ານຟ້າຂອງຢູເຄຣນນັ້ນ ແມ່ນບໍ່ສາມາດ ທີ່ຈະຢືນຢູ່ໄດ້ ເວລາມີການກວດ ສອບຢ່າງຈິງຈັງ.

XS
SM
MD
LG