ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໓ ຕຸລາ ໒໐໒໓

ຢູເຄຣນ ແລະຣັດເຊຍ ຕໍ່ເວລາ ການເຈລະຈາ ເລື້ອງແກັສ ຫຼັງຈາກ ບໍ່ຄືບໜ້າ


ລັດຖະມົນຕີພະລັງງານ ຣັດເຊຍ ທ່ານ Alexander Novak ເດີນທາງໄປເຖິງນະຄອນບຣັສເຊີລ ເພຶ່ອເຈລະຈາ ລະຫວ່າງ ສະຫະພາບຢູໂຣບ ຣັດເຊຍ ແລະຢູເຄຣນ.

ການ​ເຈລະ​ຈາ​ສາມຝ່າຍ ​ທີ່ນະຄອນບຣັສ​ເຊີ​ລ ​ເພື່ອໃຫ້ຣັດເຊຍ
​ເລີ້ມ​ສົ່ງ​ແກັສ ໄປໃຫ້ຢູ​ເຄຣນອີກ ຈະ​ດຳ​ເນີນ​ຕໍ່ໄປ​ໃນ​ວັນ​ພະຫັດ​
ມື້​ນີ້ ຫລັງ​ຈາກຝ່າຍ​ຕ່າງໆ​ບໍ່ສາມາດ​ບັນລຸ​ການ​ຕົກລົງ​ ໃນ​ວັນ​ທຳ​
ອິດ​ຂອງ​ການ​ເຈລະຈາກັນ.

​ເຖິງ​ແມ່ນ​ໄດ້ເກີດຄວາມເຄັ່ງຕຶງ ​ໃນຄວາມສຳພັນລະຫວ່າງ​ມົສກູ
​ແລະ​ປະ​ເທດ​ຕາ​ເວັນ​ຕົກກໍຕາມ ບັນດາຜູ້ຕາງໜ້າຂອງຣັດ​ເຊຍ
ສະຫະພາບຢູ​ໂຣບ ​ແລະ​ຢູ​ເຄຣນໄດ້​ພົບ​ປະກັນ​ໃນ​ວັນ​ພຸດ​ວານ​ນີ້ ​ເພື່ອແກ້ໄຂບັນຫາຂັດແຍ້ງກ່ຽວກັບເລື້ອງ​ແກັສທີ່ເປັນໄພຂົ່ມຂູ່ຕໍ່
​ຢູ​ເຄຣນ ທີ່​ເພິ່ງພາອາ​ໄສ​ພະລັງງານຈາກຕ່າງປະເທດນັ້ນ ​ໃນ​ຂະ
ນະ​ທີ່​ລະດູ​ໜາວ​ກຳລັງຫ​ຍັບໃກ້​ເຂົ້າ​ມາ.

ທ່ານ Jose Mannuel Barroso ປະທານກຳມາທິການຢູໂຣບ ກ່າວ​ວ່າ ການ ຕົກລົງ
ດັ່ງກ່າວນີ້ສາມາດບັນລຸກັນໄດ້ ແລະຮຽກຮ້ອງໃຫ້ປະເທດທັງສອງເຮັດໃຫ້ ການເຈລະ
ຈາບັນລຸຜົນ.

UKRAINE RUSSIA GAS VO
please wait
Embed

No media source currently available

0:00 0:00:30 0:00

ໃນ​ເດືອນ​ມິ​ຖຸນາຜ່ານມາ​ໃນ​ຂະນະ​ທີ່​ການສູ້ລົບກັນ​ໄດ້ລະເບີດຂື້ນລະຫວ່າງກອງ ກຳ
ລັງຂອງ Kyiv ​ແລະພວກແບ່ງ​ແຍກ​ດິນ​ແດນ​ນິຍົມຣັດ​ເຊຍ ​ໃນພາກຕາເວັນ ອອກ​
ຢູ​ເຄຣນນັ້ນ ມົສກູ​ໄດ້​ຢຸດ​ການ​ສົ່ງ​ແກັສ​ໄປໃຫ້​ຢູ​ເຄຣນ ໃນອັນທີ່ຣັດເຊຍເວົ້າ ວ່າ ຢູ
ເຄຣນບໍ່​ຈ່າຍ​ຄ່າແກັສ ປະມານ 5 ພັນ​ລ້ານ​ໂດ​ລາ.

ຣັດ​ເຊຍ ທວງໃຫ້ຢູເຄຣນຈ່າຍເງິນຈຳນວນດັ່ງກ່າວ ກ່ອນຕົນຈະເລີ້ມສົ່ງແກັສ ໄປໃຫ້
ສຳລັບລະດູໜາວນີ້ ​ໃນ​ຂະນະ​ທີ່ Kyiv ກ່າວ​ວ່າ ຕົນ​ກຳລັງ​ດຳເນີນ​ງານ​ເພື່ອຊອກ​ຫາ​
ເງິນ​ຈາກ​ຕ່າງປະ​ເທດ ມາ​ຈ່າຍຄ່າ​ແກັສທີ່ຕົນຍັງຕິດໜີ້​ຢູ່​ນັ້ນ.

ກຳມາທິການ​ຢູ​ໂຣບ ກຳລັງ​ພິຈາລະນາ ຄໍາ ຮ້ອງຂອງຢູ​ເຄຣນ ຫວ່າງ​ມໍ່ໆມາ​ນີ້ ​ເພື່ອ​ຂໍ
​ຢືມ​ເງິນ​ຈຳນວນປະມານ 2 ພັນ​ 5 ຮ້ອຍລ້ານ​ໂດ​ລາ.

UKRAINE SOT
please wait
Embed

No media source currently available

0:00 0:00:34 0:00

XS
SM
MD
LG