ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ແລະ ຣັດເຊຍ ເລີ້ມຕົ້ນປີໃໝ່ ດ້ວຍການດຳເນີນການບຸກໂຈມຕີ


ປະຊາຊົນໃນທ້ອງຖິ່ນ ກວດກາເບິ່ງຄວາມເສຍຫາຍ ຢູ່ນອກຕິກອາພາດເມັນ ຫຼັງນຶ່ງ ພາຍຫຼັງການໂຈມຕີຊ່ວງຂ້າມຄືນດ້ວຍເຮືອບິນບໍ່ມີຄົນຂັບຂອງຣັດເຊຍ ໃນເມືຶອງ Kharkiv, ວັນທີ 31 ທັນວາ 2023, ທ່າມກາງການບຸກໂຈມຕີຂອງຣັດເຊຍ ໃນຢູເຄຣນ.
ປະຊາຊົນໃນທ້ອງຖິ່ນ ກວດກາເບິ່ງຄວາມເສຍຫາຍ ຢູ່ນອກຕິກອາພາດເມັນ ຫຼັງນຶ່ງ ພາຍຫຼັງການໂຈມຕີຊ່ວງຂ້າມຄືນດ້ວຍເຮືອບິນບໍ່ມີຄົນຂັບຂອງຣັດເຊຍ ໃນເມືຶອງ Kharkiv, ວັນທີ 31 ທັນວາ 2023, ທ່າມກາງການບຸກໂຈມຕີຂອງຣັດເຊຍ ໃນຢູເຄຣນ.

ຣັດ​ເຊຍ​ ແລະ​ຢູ​ເຄຣນ​ລາຍ​ງານ​ການ​ໂຈມ​ຕີທີ່ຮ້າຍ​ແຮງ​ໃນ​ວັນ​ຈັນ​ມື້​ນີ້, ​ໃນ​ຂະນະ​ທີ່​ທັງສອງ​ຝ່າຍ​ ໄດ້ດຳເນີນການ​ໂຈມ​ຕີ​ດ້ວຍປືນໃຫຍ່ ແລະ​ການ​ໂຈມ​ຕີ​ດ້ວຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ ​ແລະ​ຢູ​ເຄຣນ​ໄດ້​ເລີ່​ມປະຕິບັດການຂັບໄລ່ການຮຸກຮານຂອງຣັດເຊຍ ​ອີກ​ນຶ່ງ​ປີ​.

ຫົວໜ້າເຂດຢຶດ​ຄອງ​ໂດເນັດ (Donetsk) ທີ່ຖືກ​ແຕ່ງ​ຕັ້ງໂດຍຣັດ​ເຊຍ​ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ກ່າວ​ວ່າ ການ​ຍິງ​ປືນໃຫຍ່​ໃສ່​ເມືອງ ໂດເນັດ (Donetsk) ​ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ ​ແລະໄດ້ຮັບບາດເຈັບ ​ອີກ 13 ຄົນ​.

ຢູ່​ທາງ​ພາກ​ໃຕ້​ຂອງ​ຢູ​ເຄຣນ, ຜູ້ປົກຄອງພາກພື້ນ ທ່ານ ໂອເລ ຄິບເປີ້ (Oleg Kiper) ກ່າວ​ວ່າ ​ຊາກ​ຫັກ​ພັງ​ທີ່​ຕົກລົງມາ​ຈາກ​ການ​ໂຈມ​ຕີ​ດ້ວຍ​ ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຂອງຣັດ​ເຊຍ ​ໄດ້​ຕົກ​ໃສ່​ຕຶກ​ອາ​ຄານ​ທີ່​ຢູ່​ອາ​ໄສ​ໃນ​ເມືອງໂອເດຊາ (Odesa) ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 1 ຄົນ ແລະ​ບາດ​ເຈັບ​ອີກ 3 ຄົນ.

ການ​ປ້ອງ​ກັນ​ທາງອາກາດ​ຂອງ​ຢູ​ເຄຣນ​ ໄດ້​ຍິງ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຫລາຍ​ລຳ​ຕົກ​ຢູ່​ເຂດລະວິບ (Lviv) ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ຢູ​ເຄຣນ. ບັນດາ​ເຈົ້າ​ໜ້າ​ທີ່ຢູ່​ທີ່​ນັ້ນ​ກ່າວ​.

ໂດຍ​ລວມ​ແລ້ວ, ກອງທັບ​ອາກາດ​ຢູ​ເຄຣນກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຣັດ​ເຊຍ​ໄດ້​ສົ່ງ​ເຮືອບິນບໍ່ມີຄົນຂັບ ​ຫຼາຍ​ເປັນ​ປະ​ຫວັດ​ການ 90 ລຳ​ ມາ​ໂຈມ​ຕີ​ເປັນຫຼາຍໆ​ຄື້ນ​ແຕ່​ລະບົບ​ປ້ອງ​ກັນ​ໄພທາງ​ອາກາດ​ຂອງ​ຢູເຄຣນ ​ໄດ້​ຍິງ 87 ລຳ​ຕົກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG