ບັນດາເຈົ້າໜ້າທີ່ ຢູເຄຣນ ໄດ້ກ່າວໃນວັນພຸດມື້ນີ້ວ່າການໂຈມຕີຂອງ ຣັດເຊຍ ໃສ່ນະຄອນຫຼວງ ກີຢິບ ຂອງ ຢູເຄຣນ, ດ້ວຍເຮືອບິນບໍ່ມີຄົນຂັບ ຫຼື ໂດຣນທີ່ເຮັດໂດຍ ອີຣ່ານ ໄດ້ສ້າງຄວາມເສຍຫາຍຕໍ່ຕຶກລັດຖະບານສອງຫຼັງ.
ເຈົ້າຄອງນະຄອນຫຼວງ ກີຢິບ ທ່ານ ວິຕາລີ ກລິຈໂກ ໄດ້ລາຍງານການລະເບີດໃນເມືອງ ເຊັຟເຊັນກິຟສກີ (Shevchenkivski) ໃນໃຈກາງນະຄອນຫຼວງ ກີຢິບ. ມັນຍັງບໍ່ເປັນທີ່ຈະແຈ້ງໃນທັນທີວ່າມີຜູ້ບາດເຈັບຫຼືເສຍຊີວິດບໍ່.
ກອງທັບຂອງ ຢູເຄຣນ ໄດ້ກ່າວວ່າລະບົບປ້ອງກັນອາກາດຂອງເຂົາເຈົ້າໄດ້ຍິງໂດຣນ ຊາເຮັດ (Shahed) ຕົກ 13 ລຳ, ເປັນຊະນິດດຽວທີ່ ຣັດເຊຍ ໄດ້ໃຊ້ເພື່ອຕຳເຂົ້າໃສ່ເປົ້າໝາຍໃນການໂຈມຕີຢ່າງກວ້າງຂວາງໃນຫຼາຍຕົວເມືອງຂອງ ຢູເຄຣນ.
ກະຊວງປ້ອງກັນປະເທດ ຢູເຄຣນ ໄດ້ຂຽນຂໍ້ຄວາມໃນທວິດເຕີວ່າ “ເກີດການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຂະໜາດໃຫຍ່ອີກຄັ້ງນຶ່ງໃສ່ນະຄອນຫຼວງ ກີຢິບ. ມັນເຫັນໄດ້ຊັດວ່າກອງທັບ ຣັດເຊຍ ຮູ້ສຶກໝັ້ນໃຈເວລາທຳການໂຈມຕີເມືອງທີ່ງຽບສະຫງົບເທົ່ານັ້ນ.”
ສະຫະພາບຢູໂຣບ ໄດ້ເພີ່ມມາດຕະການລົງໂທດຕໍ່ປະເທດ ອີຣ່ານ ໃນອາທິດນີ້ສຳລັບບົດບາດຂອງພວກເຂົາໃນການພັດທະນາ ແລະ ສະໜອງໂດຣນທີ່ ຣັດເຊຍ ກຳລັງໃຊ້ໃນສົງຄາມຂອງພວກເຂົາໃນ ຢູເຄຣນ.
ໃນຕອນເຊົ້າວັນພຸດມື້ນີ້, ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ໄດ້ຮຽກຮ້ອງປະເທດ ນິວ ຊີແລນ ໃຫ້ເອົາບົດບາດໃນການສ້າງການສະໜັບສະໜູນສຳລັບແຜນການສັນຕິພາບທີ່ລວມມີການເພັ່ງເລັງໃສ່ຜົນກະທົບຕໍ່ສິ່ງແວດລ້ອມຂອງສົງຄາມດົນ 10 ເດືອນຂອງ ຣັດເຊຍ ຕໍ່ ຢູເຄຣນ.
ທ່ານ ເຊເລັນສກີ ໄດ້ກ່າວຄຳປາໄສຜ່ານທາງວິດີໂອຕໍ່ສະພາແຫ່ງຊາດຂອງ ນິວ ຊີແລນ, ບອກບັນດາສະມາຊິກສະພາວ່າການໂຈມຕີຂອງ ຣັດເຊຍ ໄດ້ເຮັດໃຫ້ແມ່ນ້ຳຕ່າງໆປົນເປື້ອນ, ຖ້ວມບໍ່ຖ່ານຫີນ ແລະ ໄດ້ທຳລາຍສະຖານທີ່ເຄມີ. ທ່ານໄດ້ກ່າວວ່າເຂດແດນ ຢູເຄຣນ 174,000 ຕາກິໂລແມັດແມ່ນປົນເປື້ອນດ້ວຍລະເບີດຝັງດິນ ແລະ ລະເບີດທີ່ບໍ່ທັນແຕກ.
ທ່ານ ເຊເລັນສກີ ໄດ້ກ່າວວ່າ “ເສດຖະກິດ ແລະ ພື້ນຖານໂຄງລ່າງທີ່ຖືກທຳລາຍແມ່ນສາມາດສ້າງຄືນໄດ້. ມັນຈະໃຊ້ເວລາຫຼາຍປີ. ແຕ່ເຈົ້າຈະບໍ່ສາມາດສ້າງຄືນທຳມະຊາດທີ່ຖືກທຳລາຍ. ຄືກັບເຈົ້າບໍ່ສາມາດນຳເອົາຊີວິດທີ່ຖືກທຳລາຍກັບຄືນມາ.”