ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເກຣນແລະຣັດເຊຍ


ລັດຖະສະ​ພາ​ຢູ​ເກຣນ ​ໄດ້​ລົງມະຕິ​ຮັບເອົາ​ການ​ຕໍ່​ອາຍຸ​ສັນຍາ​ເຊົ່າ​ຖານ​ທັບໃຫ້​ກອງທັບ​ເຮືອຣັດ​ເຊັຍ​ໃນ​ລະຫວ່າງ​ການປະຊຸມ​ທ່ີ​ວຸ້ນວາຍ​ໃນ​ສະພາ​ໂດຍມີ​ການ​ແກວ່ງ​ລະ​ເບີດ​ຄວັນ​ໄຟ ​ແລະ​ໄຂ່​ໃສ່​ພວກ​ນັກ​ການ​ເມືອງ​ຢູ​ເກຣນນັ້ນ. ຂໍ້​ຕົກລົງ​ຕໍ່​ສັນຍາ​ເຊົ່າ​ຖານ​ທັບ​ເຮືອຣັດ​ເຊັຍທ່ີ​ທ່າ​ເຮືອSevastopolຂອງ​ຢູ​ເກຣນມີ​ກຳນົດ​ເຖິງ​ປີ 2042 ​ແລະ​ເພື່ອ​ເປັນ​ການ​ຕອບ​ສະໜອງ​ນັ້ນ ທາງຣັດ​ເຊັຍ​ຈະ​ຫລຸດ​ຄ່າ​ແກສ​ທັມມະ​ຊາດ​ທ່ີ​ທາງ​ຢູ​ເກຣນສັ່ງ​ຈາກຣັດ​ເຊັຍ​ນັ້ນລົງ.

ພວກ​ປະ​ທ້ວງ​ ຊາວ​ຢູ​ເກຣນຫລາຍ​ພັນ​ຄົນ​ພາກັນ​ໂຮມ​ຊຸມນຸມ​ກັນ​ໃນ​ວັນ​ອັງຄານ​ມື້​ນີ້​ຄັດຄ້ານຕໍ່​ການ​ຕໍ່​ອາຍຸ​ສັນຍາ​ເຊົ່າ​ທ່ີ​ຈະ​ອະນຸມັດ​ໃຫ້ຣັດ​ເຊັຍ​ໃຊ້​ຖານ​ທັບ​ຂອງ​ຕົນ​ຕໍ່​ໄປ​ໃນ​ເຂດ​ທະ​ເລ​ດຳ​ນັ້ນ.ໄດ້​ມີ​ການ​ປະກາດ​ໃຫ້​ຮູ້​ກ່ຽວ​ກັບ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ຕໍ່​ອາຍຸ​ສັນຍາ​ເຊົ່າຖານ​ທັບ​ແລະ​ການ​ຫລຸດ​ຄ່າ​ແກ​ສທັມມະ​ຊາດ​ໃນ​ສັບປະດາ​ແລ້ວ​ນີ້ ຫລັງ​ຈາກ​ປະທານາທິບໍດີ​ຢູ​ເກຣນ ທ່ານ Viktor Yanukovych ພົບປະ​ກັບ​ປະທານາທິບໍດີ Dmitri Medvedev ​ແຫ່ງຣັດ​ເຊັຍ​ໃນ​ເມືອງKharkiv ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເກຣນນັ້ນ.

ກ່ຽວຂ້ອງກັນ

XS
SM
MD
LG