ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ມອດໄຟຟ້າແບບສຸກເສີນ ລຸນຫຼັງ ຣັດເຊຍ ໂຈມຕີໃສ່ຕາໜ່າງສາຍສົ່ງໄຟຟ້າ


ແຟ້ມຮູບ-ພະນັກງານຕິດຕັ້ງພື້ນຖານໂຄງລ່າງພະລັງງານທີ່ສໍາຄັນ ທີ່ຖືກທໍາລາຍໂດຍການໂຈມຕີດ້ວຍລູກສອນໄຟຂອງ ຣັດເຊຍ, ພາກັນຍ່າງຜ່ານບໍລິເວນພື້ນທີ່ບາງສ່ວນທີ່ຖືກທໍາລາຍ ທ່າມກາງການໂຈມຕີ ຢູເຄຣນ ຂອງ ຣັດເຊຍ, ໃນພາກພື້ນຄາກີບ, ພາກເໜືອຂອງຢູເຄຣນ, ວັນທີ 10 ເມສາ 2024.
ແຟ້ມຮູບ-ພະນັກງານຕິດຕັ້ງພື້ນຖານໂຄງລ່າງພະລັງງານທີ່ສໍາຄັນ ທີ່ຖືກທໍາລາຍໂດຍການໂຈມຕີດ້ວຍລູກສອນໄຟຂອງ ຣັດເຊຍ, ພາກັນຍ່າງຜ່ານບໍລິເວນພື້ນທີ່ບາງສ່ວນທີ່ຖືກທໍາລາຍ ທ່າມກາງການໂຈມຕີ ຢູເຄຣນ ຂອງ ຣັດເຊຍ, ໃນພາກພື້ນຄາກີບ, ພາກເໜືອຂອງຢູເຄຣນ, ວັນທີ 10 ເມສາ 2024.

ການມອດໄຟຟ້າສຸກ​ເສີນ​ ​ຖືກ​ປະຕິບັດທົ່ວ ​ຢູ​ເຄຣນ ​ໃນ​ວັນ​ອາທິດ​ວານ​ນີ້, ເຊິ່ງເປັນເວລານຶ່ງ​ມື້ລຸນ​ຫລັງ​ ຣັດ​ເຊຍ ​ໄດ້​ທຳລາຍ​ພື້ນຖານ​ໂຄງ​ລ່າງທາງດ້ານ​ພະລັງງານ​ຂອງ​ປະ​ເທດ​ດ້ວຍ​ເຮືອບິນບໍ່ມີຄົນຂັບ 100 ລຳ​ ແລະ​ລູກ​ສອນ​ໄຟອີກຫຼາຍລູກ ແລະອ້າງ​ວ່າ ​ພວກເຂົາ​ໄດ້​ເຂົ້າຢຶດຄອງພາກພື້ນຂອງແຂວງ ໂດເນສຄ໌ ທີ່ຕັ້ງຢູ່ທາງພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ.

ມີຜູ້ໄດ້ຮັບບາດເຈັບຢ່າງ​ໜ້ອຍ 19 ຄົນ​ຈາກການ​ໂຈມ​ຕີ​ຄັ້ງ​ໃຫຍ່​ໃນ​ວັນ​ເສົາ​ແລ້ວ​ນີ້. ເນື່ອງຈາກຂາດການປ້ອງກັນທາງອາກາດທີ່ບໍ່ພຽງພໍເພື່ອຕ້ານການໂຈມຕີ ຢ່າງຕໍ່ເນື່ອງຂອງ ຣັດເຊຍ ແລະເພື່ອຟື້ນຟູລະບົບພະລັງງານຂອງ ຢູເຄຣນ ໃນບໍ່ເທົ່າໃດອາທິດທີ່ຜ່ານມານີ້, ລັດຖະບານກີຢິບ ຕ້ອງໄດ້ບັງຄັບໃຫ້ມີການ ມອດໄຟຟ້າໃນທົ່ວປະເທດ ເພື່ອຊົດເຊີຍການຂາດເຂີນພະລັງງານໃນລະຫວ່າງ ລະດູຮ້ອນ ແລະລະດູຫນາວທີ່ຂົມຂື່ນ.

ຣັດ​ເຊຍ ​ອ້າງ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ຕົນ​ໄດ້​ເຂົ້າ​ຄວບ​ຄຸມ​ໝູ່​ບ້ານ ອູແມນສກີ (Umanske) ​ໃນ​ບໍລິເວນພາກພື້ນ ໂດເນສຄ໌ ທີ່​ຖືກຍຶດຄອງ​ເປັນ​ບາງ​ສ່ວນໂດຍ ຣັດເຊຍ ​ໃນ​ຂະນະ​ທີ່ພວກເຂົາ​ຍັງ​ໄດ້​ບຸກ​ໂຈມ​ຕີ​ເຂົ້າ​ບໍລິເວນຂົງເຂດ ຊູມີ (Sumy) ​ແລະ ເຊີນີຮີບ (Chernihiv) ທີ່ຕັ້ງຢູ່ບໍລິເວນ​ພາກ​ເໜືອ​ຂອງ​ຢູ​ເຄຣນ ອີກດ້ວຍ.

ຜູ້ປົກຄອງພາກພື້ນ ທ່ານວີຢາເຊັສລາບ ກລາດກອບ (Vyacheslav Gladkov) ກ່າວໃນວັນອາທິດວານນີ້ວ່າ ຢູ່ ຣັດເຊຍ ມີຜູ້ໄດ້ຮັບບາດເຈັບຈາກ ການຍິງປືນໃຫຍ່ຂອງ ຢູເຄຣນ ໃສ່ເມືອງ ເຊເບກິໂນ (Shebekino) ໃນພາກ ພື້ນ ເບລໂກຣອດ ທີ່ມີຊາຍແດນຕິດກັບ ຢູເຄຣນ ຢ່າງໜ້ອຍ 6 ຄົນ, ທ່ານ ກລາດກອບ ຍັງໄດ້ກ່າວອີກວ່າ ເຈົ້າໜ້າທີ່ທ້ອງຖິ່ນຄົນນຶ່ງ ເຊິ່ງ​ເປັນຮອງຫົວໜ້ າເຂດ ໂຄໂຣຊານສກີ (Korochansky) ເສຍຊີວິດຍ້ອນ “ການລະເບີດຂອງ ລູກປືນ.”

ໃນພາກພື້ນ ເຄີສຄ໌ (Kursk) ທີ່ຢູ່ໃກ້ຄຽງ, ມີຜູ້ໄດ້ຮັບບາດເຈັບ 3 ຄົນໃນວັນ ອາທິດວານນີ້ ເມື່ອອຸປະກອນລະເບີດໄດ້ຖືກຖິ້ມລົງມາຈາກເຮືອບິນບໍ່ມີຄົນຂັບ, ອີງຕາມຮັກສາການຫົວຫນ້າພາກພື້ນ ທ່ານອາເລັກຊີ ສເມຍນັອບ (Alexey Smirnov).

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG