ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຢູເຄຣນ ລາຍງານວ່າ ​ການສູ້ລົບ​ ໄດ້​ຫລຸດ​ລົງ ຢ່າງຫຼວງຫຼາຍ


US, British Lawmakers Discuss Response to Russia's Aggression
please wait

No media source currently available

0:00 0:03:01 0:00

ກອງທັບ​ຢູ​ເຄຣນ ລາຍ​ງານເປັນ​ມື້​ທີສອງ​ລຽນ​ຕິດ​ວ່າ ມີການ
ໂຈມຕີ “​ຫລຸດ​ລົງ​ຢ່າງຫຼວງຫຼາຍ” ໂດຍພວກ​ກະບົດ​ແບ່ງ​ແຍກ
​ດິນ​ແດນ​ນິຍົມຣັດ​ເຊຍ ​ແຕ່​ກໍກ່າວ​ວ່າ ການ​ຢຸດ​ຍິງ​ຍັງ​ບໍ່​ທັນ​ໄດ້ຮັບການປະຕິບັດຢ່າງເຖິງຖອງເທື່ອ ​ຢູ່​ໃນພາກ​ຕາ​ເວັນ​
ອອກ​ຂອງ​ຢູ​ເຄຣນ.

ພວກ​ກະບົດ ​ໄດ້​ທຳ​ການ​ໂຈມ​ຕີ 19 ​ເທື່ອ​ແລະແນເປົ້າ​ໝາຍ
ໃສ່ເຂດຄວບຄຸມ ຂອງ​ລັດຖະບານ ໃນໄລຍະ ​24 ຊົ່ວ​ໂມງ​ທີ່​
ຜ່ານ​ມາ ອີງ​ຕາມການ​ຖະ​ແຫລ​ງ ຂ່າວ ທີ່ນຳອອກເຜີຍແຜ່ທາງ
Facebook ​ໃນ​ວັນ​ພຸດມື້ນີ້ ​ໂດຍ​ສູນ​ກາງຂ່າວ ຂອງ​ກອງທັບ
​ຢູເຄຣນ.

​ໃນ​ວັນ​ອັງຄານ​ວານ​ນີ້ ພວກະບົດ​ໄດ້​ເລີ້ມ​ຖອນ​ອາວຸດ​ໜັກ​ ອອກ​ຈາກເຂດ​ແນວ​ໜ້າ ດັ່ງ​ທີ່
ໄດ້ບັງຄັບໄວ້ ຢູ່ໃນການຢຸດຍິງທີ່ໄກ່ເກ່ຍໂດຍ​ນາໆ​ຊາດ ​ຊຶ່ງ​ຄວນຈະເລີ້ມ​ມີຜົນບັງຄັບໃຊ້
ໃນ​ວັນ​ທີ 15 ​ເດືອນ​ກຸ​ມພາຜ່ານມາ.

ລັດຖະບານ​ຢູ​ເຄຣນ ກ່າວ​ວ່າ ຕົນ​ຈະ​ບໍ່​ຖອນ​ອາວຸດ​ຈົນ​ກວ່າວ່າ ການ​ໂຈມ​ຕີ​ຂອງ​ພວກ
​ກະບົດ​ຢຸດເຊົາ​ລົງຢ່າງສິ້ນເຊີງ. ນອກນັ້ນ ລັດຖະບານ​ຍັງ​ກ່າວ​ວ່າ ຕົນໄດ້​ປະ​ຕິ​ບັດ​ຕາມ
ເງື່ອນໄຂຕ່າງໆຂອງ​ຂໍ້​ຕົກລົງຢຸດ​ຍິງ ​ແຕ່ກໍຂໍສະຫງວນ​ສິດ​ໃນການ ​ຍິງ​ຕອບ​ໂຕ້​ຄືນ.

ບັນດາ​ລັດຖະມົນຕີ​ຕ່າງປະ​ເທດ ຣັດ​ເຊຍ ຢູ​ເຄຣນ ​ເຢຍຣະມັນ ​ແລະ​ຝຣັ່ງ ​ໄດ້​ພົບ​ປະກັນ​
ໃນ​ວັນ​ອັງຄານ​ວານ​ນີ້ ​ທີ່ນະຄອນ​ປາຣີ ​ແຕ່​ຕົກລົງກັນບໍ່ໄດ້ ​ກ່ຽວກັບ​ວ່າ ຈະ​ຖິ້ມໂທດໃສ່
ກຸ່ມໃດ​ທີ່​ລະເມີດການຢຸດ​ຍິງ.

UKRAINE CNPK
please wait
Embed

No media source currently available

0:00 0:02:32 0:00

XS
SM
MD
LG