ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານເຊເລັນສກີ ​ປົດຜູ້ບັນຊາການທະຫານສູງສຸດ ອອກ

ປະທານາທິບໍດີຢູເຄຣນ ໂວໂລດີເມຍ ເຊເລັນສກີ, ຊ້າຍ, ຈັບມືກັບນາຍພົນ ວາເລຣີ ຊາລຸສນີ ລະຫວ່າງການພົບປະຂອງພວກທ່ານ ໃນນະຄອນຫຼວງກີຢິບ ໃນວັນທີ 8 ກຸມພາ 2024, ເຊິ່ງທ່ານ ເຊເລັນສີ ໄດ້ປົດ ທ່ານ ຊາລຸສນີ ຈາກການເປັນຫົວໜ້າກອງທັບຂອງຢູເຄຣນ. (ຫ້ອງການຂ່າວຂອງປະທານາທິບໍດີຢູເຄຣນ ຜ່ານທາງອົງການຂ່າວ ເອພີ)

ຫຼັງ​ຈາກ​ທີ່​ມີ​ການ​ຄາດ​ຄະ​ເນ​ມາ​ຫຼາຍ​ມື້​ໃນ​ຢູ​ເຄຣນ, ປະທານາທິບໍດີ ໂວໂລດີເມຍ ເຊເລັນສກີ (Volodymyr Zelenskyy) ໃນ​ວັນ​ພະຫັດ​ວານ​ນີ້ ​ໄດ້​ປົດ​ນາຍ​ພົນ ວາເລຣີ ຊາລຸສນີ (Valerii Zaluzhnyi), ຜູ້​ບັນຊາການທະຫານສູງ​ສຸດ ​ຂອງ​ປະ​ເທດ ຜູ້​ທີ່​ໄດ້​ນຳພາ​ການ​ຕໍ່ສູ້ ​ຕ້ານ​ການ​ຮຸກ​ຮານ​ຂອງຣັດ​ເຊຍ​ ເປັນ​ເວລາ 2 ປີ, ​ແລະ​ແຕ່ງຕັ້ງນາຍພົນ ໂອເລັກແຊນເດີ ຊີຣສະກີ (Oleksandr Syrskyi) ເຂົ້າ​ຮັບ​ຕຳ​ແໜ່ງແທນທ່ານ.

ເນື່ອງຈາກສົງຄາມເບິ່ງຄືວ່າ ຈະມາຮອດທາງຕັນ, ທ່ານເຊເລັນກີ ກ່າວໃນຖະ ແຫຼງການວ່າທ່ານໄດ້ພົບກັບ ທ່ານ ຊາລຸສນີ (Zaluzhnyi), ເຊິ່ງບາງຄົນເບິ່ງວ່າເປັນວິລະຊົນແຫ່ງຊາດໃນການປົກປ້ອງຢູເຄຣນ, ແລະຂອບໃຈທ່ານ ສໍາລັບການນໍາພາການສູ້ລົບ ກັບກອງກຳລັງຂອງມົສກູ ໃນຂະນະທີ່ ນັກວິເຄາະທາງທະຫານຫຼາຍຄົນຄິດວ່າ ຢູເຄຣນຈະຖືກຮຸກຮານຢ່າງໄວວາ.

ແນວໃດກໍຕາມ, ທ່ານເຊເລັນສກີ ກ່າວວ່າ ມັນເຖິງເວລາແລ້ວ ທີ່ຈະຕ້ອງປ່ຽນ ແປງຜູ້ນໍາພາຂອງກອງທັບ.

ທ່ານ ເຊເລັນສກີ ກ່າວໃນເວທີສື່ສັງຄົມ X ເຊິ່ງໃນເມື່ອກ່ອນເອີ້ນ ທວີຕເຕີ ວ່າ "ຕອນນີ້ແມ່ນເວລາສຳລັບການປ່ຽນແປງໃໝ່."

"ພວກເຮົາໄດ້ປຶກສາຫາລືກ່ຽວກັບ ການປ່ຽນແປງໃຫມ່ທີ່ກອງທັບຢູເຄຣນຕ້ອງ ການ. ພວກເຮົາຍັງໄດ້ປຶກສາຫາລືວ່າ ໃຜແນ່ທີ່ຈະສາມາດເປັນສ່ວນນຶ່ງຂອງການນຳພາໃໝ່ ຂອງກອງທັບຢູເຄຣນ," ທ່ານກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG