ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ລາຍງານກ່ຽວກັບ ການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຂອງຣັດເຊຍ ໃສ່ເຂດມິໂກລິຟ ແລະ ໂອເດຊາ


ເຈົ້າໜ້າທີ່ແພດ ຊ່ວວແມ່ຍິງຄົນນຶ່ງ ຢູ່ໃນເດີ່ນຂອງຕຶກອາພາດເມັ້ນ ທີ່ໄດ້ຖືກທຳລາຍ ຫຼັງຈາກການໂຈມຕີຂອງຣັດເຊຍ ໃນນະຄອນຫຼວງກີຢິບ ຂອງຢູເຄຣນ, ວັນທີ 7 ກຸມພາ 2024.
ເຈົ້າໜ້າທີ່ແພດ ຊ່ວວແມ່ຍິງຄົນນຶ່ງ ຢູ່ໃນເດີ່ນຂອງຕຶກອາພາດເມັ້ນ ທີ່ໄດ້ຖືກທຳລາຍ ຫຼັງຈາກການໂຈມຕີຂອງຣັດເຊຍ ໃນນະຄອນຫຼວງກີຢິບ ຂອງຢູເຄຣນ, ວັນທີ 7 ກຸມພາ 2024.

ເຈົ້າ​ໜ້າ​ທີ່​ຢູ​ເຄຣນ​ລາຍ​ງານ​ໃນ​ວັນ​ພະ​ຫັດ​ມື້​ນີ້​ວ່າ ຣັດ​ເຊຍ​ໄດ້​ໂຈມ​ຕີ​ໃນຊ່ວງຂ້າມ​ຄືນ​ດ້ວຍ​ເຮືອບິນບໍ່ມີຄົນຂັບ 17 ລຳ ຊຶ່ງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ ໃນເຂດມິໂກລິຟ (Mykolaiv) ແລະ ໂອເດຊາ (Odesa) ແຕ່​ບໍ່​ມີ​ລາຍ​ງານ​ຜູ້​ໄດ້ຮັບບາດ​ເຈັບ.

ກອງທັບ​ອາກາດ​ຢູ​ເຄຣນ​ກ່າວ​ວ່າ ​ການ​ປ້ອງ​ກັນ​ທາງອາກາດ​ຂອງ​ປະ​ເທດ​ ​ໄດ້​ທຳລາຍເຮືອບິນບໍ່ມີຄົນຂັບ 11 ລຳ​ ​ຢູ່​ເໜືອ​ເຂດ ມິໂກລິຟ (Mykolaiv), ໂອເດຊາ (Odesa), ວິນນິດເຊຍ (Vinnytsia) ​ແລະ ດະນີໂປຣເປໂຕຣບກ໌ (Dnipropetrovsk).

ທ່ານວີຕາລີ ກິມ (Vitaliy Kim), ຜູ້ປົກຄອງພາກພື້ນມິໂກລິຟ (Mykolaiv), ກ່າວໃນ ເທເລແກຼມ ວ່າ ຕຶກອາຄານທີ່ຢູ່ອາໄສ ແລະໂຮງງານອຸດສາຫະກໍາ ໄດ້ຮັບຄວາມເສຍຫາຍ.

ຢູ່ໃນເຂດ ໂອເດຊາ (Odesa), ຜູ້ປົກຄອງພາກພື້ນ, ທ່ານ ໂອເລ ຄີເປີ້ (Oleh Kiper), ໄດ້ລາຍງານຄວາມເສຍຫາຍຕໍ່ຕຶກອາຄານສູງທີ່ຍັງກໍ່ສ້າງບໍ່ສຳເລັດ ແລະ ໂຮງຮຽນຫຼັງນຶ່ງ.

ກອງທັບຣັດ​ເຊຍ​ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ຕົນ​ໄດ້​ຍິງ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ຢູ​ເຄຣນ​ຕົກ ຊຶ່ງ​ແນ​ເປົ້າ​ໄປທີ່ແຫຼມໄຄຣເມຍ (Crimea).

ການໂຈມຕີດັ່ງກ່າວ ໄດ້ມີຂຶ້ນບໍ່ເທົ່າໃດຊົ່ວໂມງ ຫຼັງຈາກປະທານາທິບໍດີ ຢູເຄຣນ ທ່ານ ໂວໂລມີເມຍ ເຊເລັນສກີ (Volodymyr Zelenskyy) ໄດ້ໃຫ້ຄຳໝັ້ນສັນຍາ ໃນຄຳປາໄສ ທຸກໆຄືນ ຂອງທ່ານວ່າ ຈະ "ຕອບໂຕ້ ຣັດເຊຍ" ຕໍ່ລູກສອນໄຟທຸກໆລູກ ແລະ ເຮືອບິນບໍມີຄົນຂັບທຸກໆລຳ ທີ່ຣັດເຊຍຍິງຂຶ້ນ. ທ່ານ ເຊເລັນສກີ (Zelenskyy) ຍັງ​ກ່າວ​ອີກວ່າ ຢູ​ເຄ​ຣນ ຈະ​ພະຍາຍາມ​ເສີມ​ຂະ​ຫຍາຍ​ ການ​ປ້ອງ​ກັນ​ທາງ​ອາ​ກາດ​ຂອງ​ຕົນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG