ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຢູ​ເຄ​ຣນ ແລະ ຣັດ​ເຊຍ ລາຍ​ການ​ວ່າ ​ໄດ້​ທຳ​ລາຍ​ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ


ທະ​ຫານ ຢູ​ເຄ​ຣນ ທົດ​ລອງ​ປືນ​ຕໍ່​ຕ້ານ​ໂດ​ຣນ​ໃນ​ລະ​ຫວ່າງ​ສະ​ແດງ ກ່ຽວ​ກັບ ສົງ​ຄາມ​ອີ​ເລັກ​ໂທ​ນິກຄື້ນ​ວິ​ທະ​ຍຸ ແລະ ລະ​ບົບ​ສືບ​ລັບ​ອີ​ເລັກ​ໂທ​ຣ​ນິກ​ຄື້ນ​ວິ​ທະ​ຍຸ ຂອງ​ບໍ​ລິ​ສັດ Kvertus ໃນ​ພາກ​ພື້ນ ລີ​ວິບ, 28 ພ​ຶດ​ສະ​ພາ 2024.
ທະ​ຫານ ຢູ​ເຄ​ຣນ ທົດ​ລອງ​ປືນ​ຕໍ່​ຕ້ານ​ໂດ​ຣນ​ໃນ​ລະ​ຫວ່າງ​ສະ​ແດງ ກ່ຽວ​ກັບ ສົງ​ຄາມ​ອີ​ເລັກ​ໂທ​ນິກຄື້ນ​ວິ​ທະ​ຍຸ ແລະ ລະ​ບົບ​ສືບ​ລັບ​ອີ​ເລັກ​ໂທ​ຣ​ນິກ​ຄື້ນ​ວິ​ທະ​ຍຸ ຂອງ​ບໍ​ລິ​ສັດ Kvertus ໃນ​ພາກ​ພື້ນ ລີ​ວິບ, 28 ພ​ຶດ​ສະ​ພາ 2024.

ກອ​ງ​ທັບ​ຂອງ ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ມື້ນີ້​ວ່າ​ກອງ​ກຳ​ລັງ ຣັດ​ເຊຍ ໄດ້​ທຳ​ການ​ໂຈມ​ຕີ​ເມື່ອ​ຂ້າມ​ຄືນ​ທີ່​ຜ່ານ​ມາ​ດ້ວຍ​ລູກ​ສອນ​ໄຟ 19 ລູກ ແລະ ໂດ​ຣນ 32 ລຳ ທີ່​ຖືກ​ຍິງ​ໂດຍ​ກົງ​ໃສ່​ບໍ​ລິ​ເວນ​ຕ່າງໆ​ທົ່ວ​ ຢູ​ເຄ​ຣນ, ໃນ​ຂະ​ນະ​ທີ່ ຣັດ​ເຊຍ ໄດ້​ລາຍ​ງານ​ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ທາງ​ອາ​ກາດ ແລະ ທາງ​ທະ​ເລ​ໂດຍ ຢູ​ເຄ​ຣນ.

ກອງ​ທັບ​ອາ​ກາດ ຢູ​ເຄ​ຣນ ໄດ້​ກ່າວ​ວ່າ​ລະ​ບົບ​ປ້ອງ​ກັນ​ອາ​ກາດ​ຂອງ​ປະ​ເທດ​ໄດ້​ຍິງ​ໂດ​ຣນ​ຕົກ​ທັງ​ໝົດ 32 ລຳ, ພ້ອມ​ກັບ​ລູກ​ສອນ​ໄຟ 7 ລູກ.

ທ່ານ ເຊີ​ຮີ ລີ​ແຊັກ, ຜູ້​ປົກ​ຄອງ​ພາກ​ພື້ນ ດ​ນິບ​ໂປ​ຣ​ເປ​ຕ​ຣອບ ໃນ​ພາກ​ກາງ​ຂອງ ຢູ​ເຄ​ຣນ, ໄດ້​ກ່າວ​ວ່າ​ໂດ​ຣນ 7 ລຳ​ແມ່ນ​ຖືກ​ຍິງ​ຕົກ​ຢູ່​ທີ່​ນັ້ນ, ດ້ວຍ​ຊາກ​ຫັກ​ພັງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ເຮືອນຫຼັງ​ນຶ່ງ ແລະ ສາຍ​ໄຟ​ຟ້າ.

ການ​ສະ​ກັດ​ກັ້ນ​ລູກ​ສອນ​ໄຟ ແລະ ໂດ​ຣນ ກໍ​ຍັງ​ໄດ້​ເກີດ​ຂຶ້ນ​ຢູ່​ທ້ອງ​ຟ້າ​ຂອງພາກ​ພື້ນ ເຊີ​ກາ​ຊີ, ເຄີ​ສັນ, ຄ​ແມ​ລ​ນິດ​ສ​ກີ, ຄີ​ໂຣ​ໂວ​ຣາດ, ກີ​ຢິບ, ໂອ​ເດ​ຊາ, ວິນ​ນິດ​ເຊຍ ແລະ ຊາ​ໂປ​ຣິ​ສ​ເຊຍ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ ຣັດ​ເຊຍ ໄດ້​ກ່າວ​ວ່າ​ພວກ​ເຂົາ​ໄດ້​ທຳ​ລາຍ​ໂດ​ຣນ​ທາງ​ອາ​ກາດ​ຂອງ ຢູ​ເຄ​ຣນ 5 ລຳ​ຢູ່​ພາກ​ພື້ນ ຄຣາ​ສ​ໂນ​ດາ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະ​ເທດ.

ລະ​ບົບ​ປ້ອງ​ກັນ​ອາ​ກາດ​ຂອງ ຣັດ​ເຊຍ ຍັງ​ໄດ້​ຍິງ​ລູກ​ສອນ​ໄຟ​ຍຸດ​ທະ​ວິ​ທີ​ຕົກ 8 ລູກ​ຢູ່​ເໜືອ​ທະ​ເລ ອາ​ຊອ​ຟ ແລະ ໂດ​ຣນ 8 ລຳ​ໃກ້​ກັບ​ແຫຼມ ໄຄ​ຣ​ເມຍ ທີ່​ຖືກ​ຄວບ​ຄຸມ​ໂດຍ ຣັດ​ເຊຍ. ໂດ​ຣນ​ທາງ​ທະ​ເລ​ສອງ​ລຳ​ຂອງ ຢູ​ເຄ​ຣນ ທີ່​ມຸ່ງ​ໜ້າ​ໄປ​ສູ່​ແຫຼມ ໄຄ​ຣ​ເມຍ ແມ່ນ​ຖືກ​ທຳ​ລາຍ​ໃນ​ທະ​ເລ​ດຳ, ອີງ​ຕາ​ມ​ການ​ກ່າວ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ຂໍ້​ຄວາມ​ທາງວິ​ດີ​ໂອ​ເມື່ອ​ແລງວັນ​ພຸດ​ວານນີ້​ວ່າ ເກືອບ 100 ປະ​ເທດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ເຂົ້າ​ຮ່ວມ​ໃນ​ກອງ​ປະ​ຊຸມ​ໃຫຍ່​ສັນ​ຕິ​ພາບ ທີ່​ຈະ​ຖືກ​ຈັດ​ຂຶ້ນ​ກາງ​ເດືອນ​ມິ​ຖຸ​ນາ​ໃນ​ປະ​ເທດ ສວິດ​ເຊີ​ແລນ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ​ລັດ​ຖະ​ບານ​ຂອງ​ທ່ານ​ໄດ້​ພົບ​ການ​ສະ​ໜັບ​ສະ​ໜູນ​ສຳ​ລັບ​ຄວາມ​ພະ​ຍາ​ຍາມ​ດັ່​ງ​ກ່າວ ເຖິງ​ແມ່ນ​ຈະ​ມີ​ສິ່ງ​ທີ່​ທ່ານ​ອະ​ທິ​ບາຍ​ດັ່ງ​ກັບ ການ​ພະ​ຍາ​ຍາມ​ຂອງ ຣັດ​ເຊຍ ເພື່ອຫຼົ້ມ​ກອງ​ປະ​ຊຸມ​ນັ້ນ​ກໍ​ຕາມ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG