ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເມືອງ​ຂອງ​ຢູ​ເຄ​ຣນ ທີ່​ເປັນ​ຈຸດ​ສຸມ ຂອງ​ການ​ສູ້​ລົບ​ຢ່າງ​ໜັກນັ້ນ ເຫັນ​ວ່າ 'ອັນ​ໃດ​ກໍ​ຕາມ​ ທີ່​ສາ​ມາດ​ໄໝ້​ໄດ້​ ແມ່ນ​ຖືກໄຟ​ຈູດ​ເຜົາ​ ຈົນ​ໝົດ'


ຊາຍ​ຜູ້​ນຶ່ງ​ຢືກ​ຢູ່​ໃກ້​ສິ່ງ​ກັນ​ຫົນ​ທາງ​ທີ່​ເຮັດ​ດ້ວຍ​ລົດ​ຕຳ​ຫລວດ​ທີ່​ຖືກ​ທຳ​ລາຍຢູ່​ເມືອງ Lysychansk ໃນ​ວັນ​ທີ 21 ມິ​ຖຸ​ນາ, 2022 ຂະ​ນະ​ທີ່ຢູ​ເຄ​ຣນ​ເວົ້າ​ວ່າ ການ​ຍິງ​ປືນ​ຂອງ​ຣັດ​ເຊຍໃສ່​ເມືອງນັ້ນ ໄດ້ '​ນຳ​ເອົາ “ການ​ທຳ​ລາຍທີ່ຫາຍ​ຍະ​ນະ” ມາ​ສູ່​ເມືອງອຸດ​ສາ​ຫະ​ກຳແຫ່ງນັ້ນ.
ຊາຍ​ຜູ້​ນຶ່ງ​ຢືກ​ຢູ່​ໃກ້​ສິ່ງ​ກັນ​ຫົນ​ທາງ​ທີ່​ເຮັດ​ດ້ວຍ​ລົດ​ຕຳ​ຫລວດ​ທີ່​ຖືກ​ທຳ​ລາຍຢູ່​ເມືອງ Lysychansk ໃນ​ວັນ​ທີ 21 ມິ​ຖຸ​ນາ, 2022 ຂະ​ນະ​ທີ່ຢູ​ເຄ​ຣນ​ເວົ້າ​ວ່າ ການ​ຍິງ​ປືນ​ຂອງ​ຣັດ​ເຊຍໃສ່​ເມືອງນັ້ນ ໄດ້ '​ນຳ​ເອົາ “ການ​ທຳ​ລາຍທີ່ຫາຍ​ຍະ​ນະ” ມາ​ສູ່​ເມືອງອຸດ​ສາ​ຫະ​ກຳແຫ່ງນັ້ນ.

ຢູ​ເຄ​ຣນ​ລາຍ​ງານ​ວ່າ ໃນ​ວັນ​ອັງ​ຄານ​ວານນີ້ ມີ​ການ​ໂຈ​ມ​ຕີ​ຢ່າງ​ໜັກ ຢູ່​ໃນ​ເຂດຊີວີ​ໂຣ​ໂດ​ແນັດ (Sievierodonetsk) ຂະ​ນະ​ທີ່​ຣັດ​ເຊຍ​ໄດ້​ຜັກ​ດັນ​ເພື່ອ​ເຂົ້າຄວບ​ຄຸມ​ເອົາ​ເມືອງ​ທີ່​ຕັ້ງ​ຢູ່​ທາງຕາ​ເວັນ​ອອກຂອງ​ປະ​ເທດ​ແຫ່ງນັ້ນໄດ້​ຢ່າງ​ເຕັມ​ສ່ວນ.

ປະທານາທິບໍດີຢູເຄຣນ, ທ່ານໂວໂລດິເມຍ ເຊເລັນສ໌ກີ ກ່າວ​ຢູ່​ໃນ​ວີ​ດິ​ໂອຂອງ​ທ່ານ ​ທີ່​ສົ່ງ​ອອກ​ໃນ​ຕອນ​ກາງ​ຄືນວ່າ ສະ​ພາບ​ການທະ​ຫານ​ໃນ​ເຂດ​ລູ​ຮານ ທີ່​ຢູ່​ພາກ​ຕ​າ​ເວັນ​ອອກນັ້ນ “ເປັນ​ຂົງເຂດທີ່​ໜັກ​ໜ່ວງ​ທີ່​ສຸດ​ແທ້ໆ ໃນ​ເວ​ລານີ້. ພວກ​ຍຶດ​ຄອງດິນ​ແດນ ​ກຳ​ລັງ​ທຳ​ການ​ກົດ​ດັນ​ຢ່າງ​ໜັກ​ເຊັ່ນ​ກັນ​ໄປ​ທາງເຂດໂດເນັດ.”

ທ່ານ​ກ່າວ​ອີກວ່າ ຣັດ​ເຊຍ​ໄດ້​ເພີ້ມ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ຂັບ​ໄລ່​ທະ​ຫານຢູ​ ເຄ​ຣນ​ ໃຫ້​ອອກ​ໄປ​ຈາກ​ຂົງ​ເຂດ​ທີ່​ສຳ​ຄັນ.

ໂຄ​ສົກ​ຂອງ​ເສ​ນາ​ທິ​ການ​ໃຫຍ່​ຂອງກອງ​ທັບ​ຢູ​ເຄ​ຣນ ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ລາຍ​ງານ​ຫຍໍ້​ປະ​ຈຳ​ວັນ​ວ່າ ການ​ສູ້​ລົບ​ຢູ່​ໃນ​ເມືອງຊີວີ​ໂຣ​ໂດ​ແນັດແມ່ນ​ຮ້າຍ​ກາດ ໂດຍ ທີ່​ຣັດ​ເຊຍ​ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ທາງ​ອາ​ກາດແລະ​ຍິງ​ຖະ​ຫລົ່ມ​ໃສ່​ຈຸດທີ່​ທະ​ຫານຢູ​ເຄ​ຣນ​ຢູ່.

ທ່ານເຊີຮີ ຮາຍໄດ (Serhiy Haidai), ຜູ້ປົກຄອງເຂດລູຮານສ໌ ໄດ້ກ່າວ​ຕໍ່ ອົງ ການ​ຂ່າວເອ​ພີ ໂດຍຂ​ຽນ​ເປັນ​ຂໍ້​ຄວາມ​ວ່າ “ຢູ່​ໜີ້​ມັນ​ຄື​ກັນ​ກັບ​ນະ​ຮົກ. ທຸກ​ສິ່ງ​ທຸກ​ຢ່າງ​ແມ່ນ​ມີ​ແປວ​ໄຟ​ລຸກ​ໄໝ້​ຈົນ​ໝົດ. ການ​ຍິງ​ປືນ​ໃສ່​ບໍ່​ໄດ້ຢຸດໄດ້​ຢ່ອນ ​ແມ່ນແຕ່​ຊົ່ວ​ໂມງ​ດຽວ.”

ເດັກ​ນ້ອຍ​ພາ​ກັນ​ຂີ່​ລົດ​ຖີບ ແລະ​ລົດ​ສະ​ກູດ​ເຕີຫລິ້ນ ​ຢູ່​ຕໍ່​ໜ້າຕຶກ​ທີ່​ຖືກ​ທຳ​ລາຍຢູ່ນອກ​ບ້ານ Novoselivka, ຊານ​ເມືອງ​ຂອງ​ນະ​ຄອນ Chernigiv, ວັນ​ທີ 21 ມິ​ຖຸ​ນາ, 2022.
ເດັກ​ນ້ອຍ​ພາ​ກັນ​ຂີ່​ລົດ​ຖີບ ແລະ​ລົດ​ສະ​ກູດ​ເຕີຫລິ້ນ ​ຢູ່​ຕໍ່​ໜ້າຕຶກ​ທີ່​ຖືກ​ທຳ​ລາຍຢູ່ນອກ​ບ້ານ Novoselivka, ຊານ​ເມືອງ​ຂອງ​ນະ​ຄອນ Chernigiv, ວັນ​ທີ 21 ມິ​ຖຸ​ນາ, 2022.

ທ່ານຮາຍໄດກ່າວ​ຕໍ່​ໄປ​ວ່າ “ໃນ​ມື້ນີ້ ອັນ​ໃດ​ກໍ​ຕາມ​ທີ່​ສາ​ມາດ​ໄໝ້​ໄດ້​ ແມ່ນ​ຖືກໄຟ​ຈູດ​ເຜົາ​ຈົນ​ໝົດ.” ທ່ານ​ລາຍ​ງານ​ວ່າ​ມີ​ການ​ສູ້​ລົບ​ກັນ​ຢ່າງ​ໜັກ​ຢູ່​ໃນ​ໂຮງ​ງານ​ເຄ​ມີ ອາ​ຊົດໃນ​ເມືອງຊີວີ​ໂຣ​ໂດ​ແນັດ ບ່ອນ​ທີ່​ນັກ​ລົບ​ຢູ​ເຄ​ຣນ ແລະ​ພົນ​ລະ​ເຮືອນ ປະ​ມານ 500 ຄົນ ​ພາ​ກັນ​ໄປຫລົບ​ໄພ​ຢູ່​ນັ້ນ.

ກຳ​ລັງ​ທະ​ຫານ​ຣັດ​ເຊຍ ​ຄວບ​ຄຸມປະ​ມານ 95 ເປີ​ເຊັນ ​ຂອງ​ເຂດ​ລູ​ຮານ, ຕາ​ມ ການລາຍ​ງານ​ຂອງອົງການ​ຂ່າວເອ​ພີ ໂດຍ​ທີ່​ທະ​ຫານ​ຂອງ​ຢູ​ເຄ​ຣນ​ຄວບ​ຄຸມໄວ້​ໄດ້​ພຽງ​ແຕ່ໂຮງ​ງານ​ເຄ​ມີອາ​ຊົດເທົ່າ​ນັ້ນ ຢູ່ໃນ​ເມືອງຊີວີ​ໂຣ​ໂດ​ແນັດ.

ທ່ານຮາຍໄດ ຍັງກ່າວອີກວ່າ ກຳ​ລັງ​ທະ​ຫານ​ຣັດ​ເຊຍ ໄດ້​ນຳ​ເອົາ “ການ​ທຳ​ລາຍທີ່ຫາຍ​ຍະ​ນະ” ມາ​ສູ່​ເມືອງລິຊີ​ຈານສ໌ຄ (Lysychansk) ຊຶ່ງ​ເປັນ​ເມືອງ​ອຸດ​ສາ​ຫະ​ກຳ ​ທີ່​ຕັ້ງ​ຢູ່​ຄົນ​ລະ​ຟາກ​ນ້ຳ​ ​ກັ​ບເມືອງຊີວີ​ໂຣ​ໂດ​ແນັດ.

ທ່ານເຊເລັນສ໌ກີ ໄດ້ຍອມຮັບຮູ້ວ່າ​ມີ​ຄວາມຍາກລຳບາກ ໃນການປົກປ້ອງຂົງ ເຂດທາງພາກຕາເວັນອອກຂອງປະເທດ ແຕ່ກໍໄດ້ກ່າວວ່າ ກອງກຳລັງຂອງ ຣັດເຊຍຈະສືບຕໍ່ປະ​ເຊີນກັບການຕໍ່ຕ້ານຈາກຊາວຢູເຄຣນ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG