ກອງທັບຢູເຄຣນລາຍງານໃນວັນອັງຄານມື້ນີ້ວ່າ ຕົນໄດ້ທຳລາຍເຮືອບິນບໍ່ມີຄົນຂັບ ຫຼື ໂດຣນຂອງ ຣັດເຊຍ 15 ໃນຈຳນວນ 16 ລຳ ຈາກການໂຈມຕີທາງອາກາດຄັ້ງຫຼ້າສຸດ ກ່ອນການລົງຄະແນນສຽງຂອງສະພາສູງສະຫະລັດ ກ່ຽວກັບຊຸດຄວາມໝັ້ນຄົງ ທີ່ລວມມີການຊ່ວຍເຫລືອຄັ້ງໃໝ່ສໍາລັບ ຢູເຄຣນ ໃນຈໍານວນ 61 ຕື້ໂດລາ.
ກອງທັບອາກາດຢູເຄຣນກ່າວວ່າ ການໂຈມຕີຂອງ ຣັດເຊຍ ຍັງລວມມີລູກສອນໄຟຂີປະນາວຸດ 2 ລູກ, ເຊິ່ງກອງກໍາລັງປ້ອງກັນທາງອາກາດຂອງຢູເຄຣນ ໄດ້ຍິງໂດຣນຂອງຣັດເຊຍຕົກຢູ່ໃນພາກພື້ນ ເຊີກາຊີ (Cherkasy), ກີຢິບ (Kyiv), ມີໂຄລາອີບ (Mykolaiv) ແລະ ໂອເດຊາ.
ຜູ້ປົກຄອງພາກພື້ນໂອເດຊາ, ທ່ານໂອເລ ຄິບເປີ້ ກ່າວວ່າ ການໂຈມຕີດ້ວຍໂດຣນເຫຼົ່ານັ້ນ ໄດ້ສ້າງຄວາມເສຍຫາຍຕໍ່ອາຄານທີ່ພັກອາໄສຫຼາຍຫຼັງ ແລະມີຜູ້ໄດ້ຮັບບາດເຈັບອີກຢ່າງໜ້ອຍ 9 ຄົນ.
ຜູ້ປົກຄອງພາກພື້ນ ມິໂຄລາອີບ ທ່ານວິທາລີ ຄິມ (Vitaliy Kim) ກ່າວວ່າ ຊາກຫັກພັງຂອງໂດຣນທີ່ຕົກລົງມານັ້ນ ໄດ້ເຮັດໃຫ້ມີຜູ້ບາດເຈັບນຶ່ງຄົນ ແລະສ້າງຄວາມເສຍຫາຍໃຫ້ແກ່ສູນການຄ້າແຫ່ງນຶ່ງອີກດ້ວຍ.
ກະຊວງປ້ອງກັນປະເທດຂອງຣັດເຊຍກ່າວໃນວັນອັງຄານມື້ນີ້ວ່າ ການປ້ອງກັນທາງອາກາດຂອງຕົນ ໄດ້ທຳລາຍລູກສອນໄຟຂອງຢູເຄຣນ 4 ລູກຢູ່ເໜືອພາກພື້ນ ເບລໂກຣອດ (Belgorod).
ທ່ານວີເຊັສລາບວ໌ ກລາດໂຄບວ໌ (Vyacheslav Gladkov), ເຊິ່ງເປັນຜູ້ປົກຄອງພາກພື້ນ ເບລໂກຣອດ ໄດ້ລາຍງານກ່ຽວກັບຄວາມເສຍຫາຍຂອງອາຄານທີ່ຢູ່ອາໄສ ແຕ່ບໍ່ມີຜູ້ໃດໄດ້ຮັບບາດເຈັບ.
ທຳນຽບຂາວກ່າວວ່າ ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ໃຫ້ຄຳໝັ້ນວ່າຈະໃຫ້ “ຊຸດການຊ່ວຍເຫຼືອດ້ານຄວາມໝັ້ນຄົງທີ່ສໍາຄັນອັນໃໝ່ໄວໆນີ້ ເພື່ອຕອບສະໜອງຕໍ່ຄວາມຕ້ອງການດ້ານການສູ້ລົບ ແລະການປ້ອງກັນທາງອາກາດອັນຮີບດ່ວນຂອງຢູເຄຣນ” ໃນທັນທີທັນໃດ ເມື່ອສະພາສູງຜ່ານຮ່າງກົດໝາຍດ້ານຄວາມໝັ້ນຄົງ, ດັ່ງທີ່ ທ່ານ ໄບເດັນ ໄດ້ໂອ້ລົມກັບປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ໃນວັນຈັນວານນີ້.
ຟໍຣັມສະແດງຄວາມຄິດເຫັນ