ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ຢູເຄຣນ ລາຍງານວ່າ ໄດ້ຍິງໂດຣນຂອງ ຣັດເຊຍ ຕົກ 5 ລໍາ ໃນຂະນະທີ່ສະພາສູງ ໃກ້ຈະລົງຄະແນນສຽງກ່ຽວກັບຮ່າງກົດໝາຍການຊ່ວຍເຫຼືອ


ພະນັກງານດັບເພີງ ປະຕິບັດງານຢູ່ທີ່ສະຖານທີ່ເກີດເຫດ ໃນບ່ອນທີ່ອຄານທີ່ຢູ່ອາໄສຂອງປະຊາຊົນ ໄດ້ຮັບຄວາມເສຍຫາຍໂດຍການໂຈມຕີຈາກລູກສອນໄຟຂອງຣັດເຊຍ, ທ່າມກາງການໂຈມຕີໃສ່ ຢູເຄຣນ ຂອງ ຣັດເຊຍ, ໃນພາກພື້ນໂອເດຊາ, ຢູເຄຣນ, ວັນທີ 20 ເມສາ 2024.
ພະນັກງານດັບເພີງ ປະຕິບັດງານຢູ່ທີ່ສະຖານທີ່ເກີດເຫດ ໃນບ່ອນທີ່ອຄານທີ່ຢູ່ອາໄສຂອງປະຊາຊົນ ໄດ້ຮັບຄວາມເສຍຫາຍໂດຍການໂຈມຕີຈາກລູກສອນໄຟຂອງຣັດເຊຍ, ທ່າມກາງການໂຈມຕີໃສ່ ຢູເຄຣນ ຂອງ ຣັດເຊຍ, ໃນພາກພື້ນໂອເດຊາ, ຢູເຄຣນ, ວັນທີ 20 ເມສາ 2024.

ກອງທັບ​ຢູ​ເຄຣນກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຣັດ​ເຊຍ​ໄດ້​ທໍາການໂຈມ​ຕີ​ປະ​ເທດຂອງຕົນ​ໃນຕອນກາງ​ຄືນ​ດ້ວຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ 7 ລຳ ​ແລະ​ລູກ​ສອນ​ໄຟ​ນຳ​ວິຖີອີກ 3 ລູກ.

ກອງທັບ​ອາກາດ​ຢູ​ເຄຣນກ່າວ​ວ່າ ກອງກໍາລັງ​ປ້ອງ​ກັນ​ທາງ​ອາກາດ​ຂອງຕົນໄດ້​ຍິງ​ເຮືອບິນ​ບໍ່​ມີ​ຄົນ​ຂັບ 5 ລຳ​ຕົກ, ​ໂດຍ​ການ​ສະກັດ​ກັ້ນ​ທັງ​ໝົດເກີດ​ຂຶ້ນ​ຢູ່ບໍລິເວນພາກພື້ນ ໂອເດຊາ ທີ່ຕັ້ງຢູ່ທາງ​ພາກ​ໃຕ້​ຂອງ​ຢູ​ເຄຣນ.

ທ່ານໂອເລ ຄິບເປີ້, ຜູ້ປົກຄອງພາກພື້ນໂອເດຊາກ່າວໃນເທເລກຣາມວ່າ ການໂຈມຕີທາງອາກາດ ໄດ້ທໍາລາຍອາຄານສາງເກັບເຄື່ອງ ແລະເຄື່ອງຈັກດ້ານການກະສິກໍາ ພ້ອມດ້ວຍເຄື່ອງຂອງອື່ນໆ.

ທ່ານ ຄິບເປີ້ ກ່າວວ່າ ບໍ່ມີລາຍງານກ່ຽວກັບການບາດເຈັບໃດໆ.

ການ​ໂຈມ​ຕີ​ຄັ້ງ​ລ່າ​ສຸດ ​ມີ​ຂຶ້ນ​ໃນ​ຂະນະ​ທີ່ສະພາ​ສູງ​ສະຫະລັດຄາດວ່າ ​ຈະ​ໃຫ້ການ​ອະນຸມັດຕໍ່​ຮ່າງ​ກົດໝາຍໃນອາທິດນີ້ ເຊິ່ງລວມມີ​ການ​ຊ່ວຍ​ເຫຼືອຈໍານວນ 60 ຕື້​ໂດລາໃຫ້​ແກ່​ຢູ​ເຄຣນ.

ມາດ​ຕະການ​ດັ່ງກ່າວ ​ແມ່ນໄດ້ຮັບການຜ່ານ​ຢູ່ໃນສະພາ​ຕໍ່າຂອງສະຫະລັດແລ້ວ ​ແລະ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ປະທານາທິບໍດີ ທ່ານໂຈ ໄບເດັນ ອີກດ້ວຍ.

ປະທານາທິບໍດີ​ຢູ​ເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ກ່າວ​ຢູ່ຄຳ​ປາ​ໄສ​ໃນ​ຕອນ​ກາງຄືນວັນ​ອາທິດ​ວານ​ນີ້ຂອງທ່ານ​ວ່າ ຊຸດ​ການຊ່ວຍເຫຼືອດັ່ງກ່າວ​ລວມມີ “​ອຸປະກອນຕ່າງໆ​ທີ່​ບັນດາ​ນັກລົບແນວໜ້າ​ຂອງ​ພວກ​ເຮົາຄາດ​ຫວັງ​ຫຼາຍ​ທີ່ສຸດ.”

ທ່ານ ເຊເລັນສກີ ກ່າວ​ວ່າ ໄລຍະເວລາ​ລະຫວ່າງ​ການ​ຜ່ານ​ຮ່າງ​ກົດໝາຍ ​ແລະ​ການ​ຊ່ວຍ​ເຫຼືອ​ດ້ານການ​ທະຫານ​ ກໍາລັງກ້າວເຂົ້າ​ສູ່​ກຳມື​ຂອງ​ທະຫານ​ຢູ​ເຄຣນ “ມີຄວາມເປັນໄປໄດ້ວ່າ ໃນເວລາອັນໃກ້ນີ້.”

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG