ກອງທັບຢູເຄຣນ ກ່າວໃນວັນຈັນມື້ນີ້ວ່າ ກອງກໍາລັງປ້ອງກັນທາງອາກາດຂອງຕົນ ໄດ້ຍິງເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ 28 ລຳໃນຈຳນວນ 31 ລຳຕົກ ທີ່ ຣັດເຊຍ ໄດ້ສົ່ງເຂົ້າມາ ໃນເວລາຕອນກາງຄືນທີ່ຜ່ານມາ.
ກອງທັບອາກາດຢູເຄຣນກ່າວວ່າ ເຮືອບິນບໍ່ມີຄົນຂັບໄດ້ຖືກທຳລາຍຢູ່ໃນຫຼາຍຂົງເຂດ, ໃນນັ້ນມີພາກພື້ນ ໂອເດຊາ, ເຄີສັນ, ມີໂກໄລວ໌ ແລະພາກພື້ນໂດເນດສ໌.
ຜູ້ປົກຄອງພາກພື້ນໂອເດຊາ ທ່ານໂອເລ ຄິບເປີ້ (Oleh Kiper) ກ່າວໃນເທເລກຣາມວ່າ ມີໂດຣນ 17 ລໍາຖືກຍິງຕົກຢູ່ທີ່ນັ້ນ, ພ້ອມດ້ວຍຊາກຫັກພັງຂອງໂດຣນລໍານຶ່ງ ທີ່ໄດ້ທໍາລາຍພື້ນຖານໂຄງລ່າງຂອງທ່າກໍາປັ່ນໃນຂົງເຂດໂອເດຊາ.
ກອງທັບຢູເຄຣນຍັງລາຍງານອີກວ່າ ໄດ້ທຳລາຍລູກສອນໄຟຂອງຣັດເຊຍ 2 ລູກອີກດ້ວຍ.
ໃນການກ່າວຄຳປາໄສຜ່ານທາງວີດີໂອ ປະຈຳວັນໃນຕອນກາງຄືນຂອງມື້ກ່ອນວັນຄຣິສມາສ ຫຼື Christmas Eve, ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ກ່າວວ່າ ວັນຄຣິສມາສນີ້ ເປັນຄັ້ງທີສອງຕິດຕໍ່ກັນໃນລະຫວ່າງສົງຄາມຂອງ ຣັດເຊຍ ຕໍ່ ຢູເຄຣນ ເຊິ່ງເປັນອົງປະກອບທີ່ສຳຄັນທີ່ສຸດ ສຳລັບຄອບຄົວຊາວຢູເຄຣນທີ່ “ບໍ່ແມ່ນອາຫານອັນໃດຢູ່ເທິງໂຕະ, ແຕ່ແມ່ນຜູ້ຄົນຢູ່ທີ່ໂຕະ. ແລະມັນມີຄ່າພຽງໃດທີ່ມີພວກເຂົາມາຮ່ວມຢູ່ອ້ອມຮອບ.”
ທ່ານ ເຊເລັນສກີ ໄດ້ເນັ້ນຢໍ້າວ່າ ຄຸນຄ່າ ແລະຄວາມປາດຖະຫນາຂອງຊາວຢູເຄຣນ ມີການປ່ຽນແປງຕັ້ງແຕ່ເລີ້ມຕົ້ນສົງຄາມແລ້ວ.