ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ລາຍງານວ່າ ຕົນໄດ້ຍິງໂດຣນຂອງ ຣັດເຊຍຕົກ ທັງໝົດ 17 ລໍາ


ຕົ້ນໝາກຄາຍ ກໍາລັງອອກດອກເບັ່ງບານຢູ່ຕໍ່ໜ້າຕຶກອາຄານທີ່ຖືກທໍາລາຍ ໃນພາກພື້ນ ອິຊຽມ, ແລະ ຄາກີບ, ຢູເຄຣນ, ວັນທີ 6 ເມສາ 2024.
ຕົ້ນໝາກຄາຍ ກໍາລັງອອກດອກເບັ່ງບານຢູ່ຕໍ່ໜ້າຕຶກອາຄານທີ່ຖືກທໍາລາຍ ໃນພາກພື້ນ ອິຊຽມ, ແລະ ຄາກີບ, ຢູເຄຣນ, ວັນທີ 6 ເມສາ 2024.

ກອງທັບ​ຢູ​ເຄຣນກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຕົນ​ໄດ້​ຍິງເຮືອບິນບໍ່ມີຄົນຂັບ ຫຼື ​ໂດຣນຂອງ ຣັດ​ເຊຍ 17 ລຳ ​ແລະ​ລູກ​ສອນ​ໄຟ​ນຳ​ວິຖີ​ອີກ 1 ລູກຕົກ, ເຊິ່ງ​ມີ​ສ່ວນ​ຮ່ວມ​ໃນ​ການ​ໂຈມ​ຕີ​ໃນ​ຕອນ​ກາງຄືນ​ທີ່​ແນ​ເປົ້າ​ໃສ່​ຫຼາຍຂົງ​ເຂດ​ຂອງ​ຢູ​ເຄຣນ.

ກອງທັບ​ອາກາດ​ຢູ​ເຄຣນ​ກ່າວ​ວ່າ ຣັດ​ເຊຍ​ໄດ້​ໂຈມ​ຕີ​ດ້ວຍໂດຣນທັງໝົດ 24 ລຳ. ພວກເຂົາກ່າວວ່າ ໂດຣນ 17 ລໍາ ທີ່ຖືກສະກັດກັ້ນ ໄດ້ຖືກທໍາລາຍໃນຂົງເຂດເມືອງໂອເດຊາ, ມິໂຄລາອີບ, ຄິໂຣໂວຣາດ, ຄເມລນີສກີ ແລະ ຊີໂຕເມຍ.

ທ່ານໂອເລ ຄິບເປີ (Oleh Kiper), ຜູ້ປົກຄອງພາກພື້ນໂອເດຊາ ກ່າວວ່າ ໂດຣນ 4 ລຳ ໄດ້ຖືກທຳລາຍຢູ່ໃນພາກພື້ນທາງໃຕ້, ແຕ່ການໂຈມຕີດັ່ງກ່າວ ໄດ້ທຳລາຍຄ້າຍພະລາທິການທາງທະຫານ ແລະສະຖານີຂົນສົ່ງ ພ້ອມທັງສະຖານີນ້ຳມັນອີກດ້ວຍ.

ທ່ານ ຄິບເປີ ກ່າວວ່າ ບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດໃດໆ.

ການ​ໂຈມ​ຕີ​ທາງ​ອາກາດ​ຄັ້ງ​ຫຼ້າ​ສຸດ​ຂອງຣັດ​ເຊຍ​ ​ມີ​ຂຶ້ນພຽງ​ບໍ່​ພໍ​ເທົ່າ​ໃດ​ຊົ່ວ​ໂມງ​ຫລັງ​ຈາກ​ປະທານາທິບໍດີ​ຢູ​ເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນສໍາລັບ​ບັນດາປະເທດ​ພັນທະ​ມິດ ໃນການຮີບໂຮມ “ຄວາມ​ຕັ້ງ​ໃຈ​ທາງ​ການ​ເມືອງ” ​ເພື່ອ​ສະໜອງ​ລະບົບ​ປ້ອງ​ກັນໄພທາງ​ອາກາດ​ໃຫ້​ແກ່​ຢູ​ເຄຣນ.

ທ່ານ ເຊເລັນສກີ ກ່າວປາ​ໄສ​ປະຈຳ​ຕອນ​ກາງຄືນ​ຂອງ​ທ່ານວ່າ “ເຫັນໄດ້ຢ່າງຈະ​ແຈ້ງ​ແລ້ວ​ວ່າ ຄວາມອາດ​ສາມາດໃນການ​ປ້ອງ​ກັນ​ທາງ​ອາກາດ​ສໍາລັບພວກ​ເຮົາ​ຢູ່​ໃນ​ຢູ​ເຄຣນ ​ແມ່ນ​ບໍ່​ພຽງ​ພໍ, ແລະໃນທີ່ສຸດ ໂລກກໍຕ້ອງໄດ້ຍິນຄວາມເຈັບປວດທີ່ພວກກໍ່ການຮ້າຍຣັດເຊຍໄດ້ກະທໍາຕໍ່ເມືອງຄາກີບ, ເມືອງຄູປຽນສຄ໌ (Kupiansk), ເມືອງໂດເນັສຄ໌, ເມືອງຊາໂປຣິສເຊຍ, ພາກພື້ນຊູມີ, ແລະຊຸມຊົນຕ່າງໆຂອງຢູເຄຣນ."

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG