ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ລາຍງານວ່າ ໄດ້ຍິງເຮືອບິນບໍ່ມີຄົນຂັບຂອງ ຣັດເຊຍ ຕົກ 17 ລໍາ ຈາກທັງໝົດ 22 ລໍາ


ທັດສະນີຍະພາບທາງອາກາດ ຂອງບັນດາເຮືອນທີ່ໄດ້ຮັບຄວາມເສຍຫາຍ ໃນລະຫວ່າງການສູ້ລົບກັບກອງທັບຣັດເຊຍ ໃນ ບ້ານ ຄາເມນກາ (Kamenka), ພາກພື້ນຄາກີຟ (Kharkiv), ຢູເຄຣນ, ວັນທີ 17 ມີນາ 2024. ບ້ານ ຄາເມນກາ (Kamenka) ໄດ້ຖືກຍຶດກັບຄືນມາ ໃນລະດູໃບໄມ້ຫຼົ່ນ ປີ 2022 ຫຼັງຈາກໄດ້ຖືກຍຶດຄອງໂດຍທະຫານຣັດເຊຍ.
ທັດສະນີຍະພາບທາງອາກາດ ຂອງບັນດາເຮືອນທີ່ໄດ້ຮັບຄວາມເສຍຫາຍ ໃນລະຫວ່າງການສູ້ລົບກັບກອງທັບຣັດເຊຍ ໃນ ບ້ານ ຄາເມນກາ (Kamenka), ພາກພື້ນຄາກີຟ (Kharkiv), ຢູເຄຣນ, ວັນທີ 17 ມີນາ 2024. ບ້ານ ຄາເມນກາ (Kamenka) ໄດ້ຖືກຍຶດກັບຄືນມາ ໃນລະດູໃບໄມ້ຫຼົ່ນ ປີ 2022 ຫຼັງຈາກໄດ້ຖືກຍຶດຄອງໂດຍທະຫານຣັດເຊຍ.

ກອງທັບ​ຢູ​ເຄຣນ​ລາຍ​ງານ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ​ໄດ້​ຍິງ​ເຮືອບິນບໍ່ມີຄົນຂັບ 17 ລໍາ ​ໃນ​ຈຳນວນ 22 ລຳ ຕົກ ​ທີ່ຣັດ​ເຊຍ ໄດ້ສົ່ງຂຶ້ນ ໃນການ​ໂຈມ​ຕີ​ຊ່ວງຂ້າມຄືນ ​ທີ່​ແນເປົ້າ​ໃສ່​ເຂດ​ຕ່າງໆ ​ໃນ​ທົ່ວ​ປະ​ເທດ.

ກອງທັບ​ອາກາດ​ຢູ​ເຄຣນ​ກ່າວ​ວ່າ ການ​ໂຈມ​ຕີ​ຂອງຣັດ​ເຊຍ ​ຍັງ​ລວມທັງ​ລູກ​ສອນ​ໄຟ 5 ລູກ ​ທີ່​ແນ​ເປົ້າ​ໃສ່​ເຂດ ຄາກີຟ (Kharkiv) ທີ່​ຕັ້ງ​ຢູ່​ຕາມແນວ​ຊາຍ​ແດນ​ຢູ​ເຄຣນ-ຣັດ​ເຊຍ ​ແລະ​ລູກ​ສອນ​ໄຟ​ອີກ​ສອງ​ລູກ ​ທີ່​ແນ​ເປົ້າ​ໃສ່​ເຂດ ຊູມີ (Sumy) ທີ່​ຢູ່ໃກ້​ຄຽງ.

ເຮືອບິນບໍ່ມີຄົນຂັບດັ່ງກ່າວ ໄດ້ແຜ່ຂະຫຍາຍໄປຢ່າງກວ້າງຂວາງ, ໂດຍກອງທັບຢູເຄຣນ ກ່າວວ່າ ການຂັດຂວາງຂອງຕົນ ໄດ້ເກີດຂຶ້ນໃນເຂດ ກີຢິບ (Kyiv), ໂປລຕາວາ (Poltava), ຄະເມລນິສກີ (Khmelnytskyi), ເຊີກາຊີ (Cherkasy), ຄີໂຣໂວຣາດ (Kirovohrad), ດນິບໂປຣເປໂທຣບ (Dnipropetrovsk), ວິນນິດເຊຍ (Vinnytsia), ຊາໂປຣິສເຊຍ (Zaporizhzhya), ແລະ ຣີບນີ (Rivne).

ທ່ານ ເຊີຮີ ລີຊັກ (Serhiy Lysak) ຜູ້ປົກຄອງພາກພື້ນ ດນິບໂປຣເປໂທຣບ (Dnipropetrovsk) ລາຍງານວ່າ ມີຊາກຫັກພັງ ຕົກໃສ່ເທິງຫລັງຄາຂອງອາຄານທີ່ຢູ່ອາໄສແຫ່ງນຶ່ງ ແລະເຮັດໃຫ້ເກີດໄຟໄຫມ້.

ການ​ໂຈມ​ຕີ​ດ້ວຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ ​ຍັງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ ໃຫ້​ແກ່​ຕຶກ​ອາ​ຄານ​ທີ່​ຢູ່​ອາ​ໄສ​ ແລະ​ໂຮງງານ​ອຸດ​ສາ​ຫະ​ກຳ​ໃນ​ພາກ​ພື້ນ ຄີໂຣໂວຣາດ (Kirovohrad), ອີງຕາມ​ການກ່າວຂອງຜູ້ປົກຄອງ​ພາກ​ພື້ນ ທ່ານ ອັງດຣີ ເຣໂຄວິຊ (Andriy Raykovych).

ປະທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ ປູຕິນ (Vladimir Putin) ກ່າວໃນວັນອາທິດວານນີ້ວ່າ ກອງກຳລັງຂອງທ່ານ ໄດ້ປຽບໃນສະໜາມລົບໃນຢູເຄຣນ ແລະ ມັນອາດຈະມີຄວາມຈຳເປັນສຳລັບກຳລັງຂອງຣັດເຊຍ ໃນການສ້າງເຂດກັນຊົນ ຢູ່ຊາຍແດນຢູເຄຣນ ເພື່ອປ້ອງກັນການໂຈມຕີໃສ່ດິນແດນຂອງຣັດເຊຍ.

ຄໍາ​ເຫັນ​ຂອງ​ທ່ານ ປູຕິນ ມີ​ຂຶ້ນ​ຫຼັງ​ຈາກ​ການ​ໂຈມ​ຕີ​ດ້ວຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ຢູເຄຣນ ​ຄັ້ງ​ຫລ້າ​ສຸດ ​ໃສ່​ໂຮງ​ກັ່ນ​ນ້ຳມັນ​ຂອງຣັດ​ເຊຍ ແລະ ທ່ານ ປູຕິນ ອ້າງວ່າ ໄດ້​ຮັບ​ຕໍາແໜ່ງໃນວາລະ​ໃໝ່ ອີກ 6 ປີ​ ໃນ​ການ​ເລືອກ​ຕັ້ງ​ທີ່ບໍ່ໜ້າເຊື່ອຖືໃນລະດັບ​ສາກົນ.

ປະທານາທິບໍດີ​ຢູ​ເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ (Volodymyr Zelenskyy) ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ “ທຸກ​ສິ່ງ​ທຸກ​ຢ່າງ​ທີ່ຣັດ​ເຊຍ​ເຮັດ​ຢູ່​ໃນ​ເຂດ​ດິນ​ແດນ​ຂອງ​ຢູ​ເຄຣນ​ແມ່ນ​ອາດຊະຍາ​ກຳ.”

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG