ກອງທັບຢູເຄຣນກ່າວໃນວັນພະຫັດມື້ນີ້ ວ່າ ໄດ້ທໍາການຍິງໂດຣນຂອງກອງທັບ ຣັດເຊຍ ທີ່ໃຊ້ໃນການໂຈມຕີເຂດພາກກາງ ແລະພາກຕາເວັນອອກຂອງ ຢູເຄຣນ ຕົກ 46 ລໍາ ຈາກທັງໝົດ 70 ລໍາ.
ກອງທັບອາກາດຢູເຄຣນກ່າວວ່າ ເສດຊາກຈາກການໂຈມຕີທີ່ຕົກລົງມາ ສ້າງຄວາມເສຍຫາຍໃຫ້ກັບບ້ານເຮືອນຢູ່ໃນພາກພື້ນ ເຊີກາຊີ, ຄາຄິຟ ແລະ ຊູມີ.
ລະບົບປ້ອງກັນໄພທາງອາກາດຂອງ ຢູເຄຣນ ຍັງໄດ້ຍິງໂດຣນຕົກໃນຂົງເຂດ ເຊີນີຮິຟ, ດນີໂປຣເປຕຣອຟ, ເຄີຊອນ, ກີຢິບ, ໄມໂຄລາອິຟ, ໂປລຕາວາ ແລະພາກພື້ນອື່ນໆອີກ.
ການໂຈມຕິດັ່ງກ່າວ ເກີດຂື້ນນຶ່ງວັນຫຼັງຈາກທີ່ລູກສອນໄຟຂີປະນາວຸດຂອງ ຣັດເຊຍ ໂຈມຕີໃສ່ຂົງເຂດ ຊາໂປຣິສເຊຍ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 13 ຄົນ ແລະ ບາດເຈັບອີກ 30 ຄົນ.
ປະທານາທິບໍດີຂອງຢູເຄຣນ ທ່ານ ໂວໂລດີເມຍ ເຊເລນສກີ ກ່າວເມື່ອວັນພຸດວານນີ້ວ່າ “ບໍ່ມີຫຍັງໂຫດຮ້າຍໄປກ່ວາການຍິງລະເບີດທາງອາກາດໃສ່ເມືອງ ເຊິ່ງຮູ້ດີວ່າ ພົນລະເຮືອນທົ່ວໄປຈະຕ້ອງໄດ້ຮັບຄວາມເດືອດຮ້ອນ.”
ກະຊວງປ້ອງກັນປະເທດຂອງຣັດເຊຍກ່າວໃນວັນພະຫັດມື້ນີ້ວ່າ ຕົນໄດ້ຍິງໂດຣນຂອງຢູເຄຣນຕົກ 15 ລໍາ ລວມທັງບໍລິເວນຢູ່ເໜືອພາກພື້ນ ເບລໂກຣອດ, ບຣັນສ໌ ແລະ ຄຣັສໂນດາຣ ທີ່ຕັ້ງຢູ່ລຽບຕາມຂົງເຂດຊາຍແດນ ຣັດເຊັຍ-ຢູເຄຣນ.
ຜູ້ປົກຄອງນະຄອນ ຄຣັສໂນດາຣ ທ່ານ ຄອນດຣາຕເຍຟ ກ່າວຜ່ານເທເລກຣມວ່າ ເສດຊາກຂອງໂດຣນທີ່ຕົກລົງມາ ໄດ້ສ້າງຄວາມເສຍຫາຍໃຫ້ກັບບ້ານເຮືອນຫຼັງນຶ່ງ ແຕ່ບໍ່ມີຜູ້ໃດໄດ້ຮັບບາດເຈັບ ຫຼື ເສຍຊີວິດຈາກການໂຈມຕິຂອງຢູເຄຣນ.
ອ່ານຂ່າວນີ້ໃນພາສາອັງກິດ
Ukraine’s military said Thursday it shot down 46 of 70 drones that Russian forces used in attacks targeting areas in central and eastern Ukraine.
Falling debris from downed drones damaged houses in the Cherkasy, Kharkiv and Sumy regions, the Ukrainian air force said.
Ukraine’s air defenses also shot down drones in the Chernihiv, Dnipropetrovsk, Kherson, Kyiv, Mykolaiv and Poltava and regions.
The attacks came a day after Russian missiles struck the city of Zaporizhzhia, killing at least 13 people and wounding 30 others.
“There is nothing crueler than launching aerial bombs on a city, knowing that ordinary civilians will suffer,” Ukrainian President Volodymyr Zelenskyy said Wednesday.
Russia’s Defense Ministry said Thursday it shot down 15 Ukrainian drones, including over the Belgorod, Bryansk and Krasnodar regions along the Russia-Ukraine border.
Krasnodar Governor Veniamin Kondratyev said on Telegram that drone debris damaged a home, but that there were no casualties from the Ukrainian attack.
ຟໍຣັມສະແດງຄວາມຄິດເຫັນ