ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ເຊ​ເລັນ​ສ​ກີ ກ່າວ​ວ່າ​ ລະ​ບົບ​ປ້ອງ​ກັນ​ໄພ​ທາງອາ​ກາດ​ຂອງ ຢູ​ເຄ​ຣນ ທຳ​ລາຍ​ໂດ​ຣນ​ຂອງ ຣັດ​ເຊຍ 40 ລຳ


ເຈົ້າ​ໜ້າ​ທີ່​ສຸກ​ເສີນ ຢູ​ເຄ​ຣນ ສີດ​ນ້ຳ​ເພື່ອ​ມອດ​ໄຟ​ທີ່​ໄໝ້​ຢູ່​ຈຸດ​ເກີດ​ເຫດ​ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ໃນ​ພາກ​ພື້ນ ຄາ​ກີບ, 10 ກຸມ​ພາ 2024.
ເຈົ້າ​ໜ້າ​ທີ່​ສຸກ​ເສີນ ຢູ​ເຄ​ຣນ ສີດ​ນ້ຳ​ເພື່ອ​ມອດ​ໄຟ​ທີ່​ໄໝ້​ຢູ່​ຈຸດ​ເກີດ​ເຫດ​ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ໃນ​ພາກ​ພື້ນ ຄາ​ກີບ, 10 ກຸມ​ພາ 2024.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ, ໃນ​ລະ​ຫວ່າງ​ການ​ກ່າວ​ຄຳ​ປາ​ໄສ​ທຸ​ກ​ຄືນ​ຂອງ​ທ່ານ​ນັ້ນ, ໄດ້​ຍົກ​ຍ້ອງ​ລະ​ບົບ​ປ້ອງ​ກັນນ​ໄພ​ທາງອາ​ກາດ​ຂອງ ຢູ​ເຄ​ຣນ ສຳ​ລັບ​ການ​ຍິງ​ໂດ​ຣນ ຊາ​ເຫັດ ທີ່​ຜະ​ລິດ​ໂດຍ​ອີ​ຣ່ານ 40 ຈາກ 45 ລຳ​ຕົກ ທີ່​ບິນ​ມາ​ຈາກ ຣັດ​ເຊຍ ເພື່ອ​ໂຈມ​ຕີ ຢູ​ເຄ​ຣນ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ ກີ​ຢິບ ແມ່ນ​ກຳ​ລັງ​ເຮັດ​ວຽກ​ ເພື່ອ​ປັບ​ປຸງ​ລະ​ບົບ​ປ້ອງ​ກັນໄພ​ທາງ​ອາ​ກາດ​ຂອງ​ເຂົາ​ເຈົ້າ ແລະ ສົງ​ຄາມ​ອີ​ເລັກ​ໂທ​ຣ​ນິກ​ຂອງ​ເຂົາ​ເຈົ້າ​ໂດຍ​ເອີ້ນມັນ​ວ່າ “ນຶ່ງ​ໃນ​ບູ​ລິ​ມະ​ສິດ​ທີ່​ສຳ​ຄັນ​ຂອງ​ປີ.”

ໃນ​ການ​ໂຈມ​ຕີ​ຫ້າ​ຊົ່ວ​ໂມງ​ເຄິ່ງ​ນັ້ນ, ຣັດ​ເຊຍ ໄດ້​ໂຈມ​ຕີ ຢູ​ເຄ​ຣນ ເມື່ອ​ຂ້າມ​ຄືນ​ດ້ວຍ​ໂດ​ຣນຫຼາຍ​ສິບ​ລຳ, ເຮັດ​ໃຫ້​ພົນ​ລະ​ເຮືອນ​ບາດ​ເຈັບ​ຄົນ​ນຶ່ງ ແລະ ທໍ່​ສົ່ງ​ອາຍ​ແກັ​ສ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ພ້ອມ​ກັບ​ຕຶກ​ທີ່​ຢູ່​ອາ​ໄສ​ໃນ​ແມ່​ນ້ຳ ແລະ ທ່າ​ເຮືອ​ທະ​ເລ ມິ​ໂຄ​ລາ​ອິບ, ອີງ​ຕາມ​ກາ​ນ​ກ່າວ​ຂອງກອງ​ທັບ ຢູ​ເຄ​ຣນ ໃນ​ວັນ​ອາ​ທິດ​ວານນີ້.

ອີງ​ຕາມ​ຂໍ້​ມູນ​ເບື້ອງ​ຕົ້ນ​, ​ບໍ່​ມີ​ຜູ້​ບາດ​ເຈັບ ແລະ ເສຍ​ຊີ​ວິດ ຫຼື ການ​ທຳ​ລາຍ​ຢູ່​ໃນ ຫຼື ໃກ້​ກັບ​ໂຮງ​ໝໍ.

ໃນ​ພາກ​ໃຕ້​ຂອງ ຢູ​ເຄ​ຣນ, ກອງ​ບັນ​ຊາ​ການ​ທະ​ຫານ​ໄດ້​ກ່າວ​ໃນ Telegram ວ່າ​ລະ​ບົບ​ປ້ອງ​ກັນ​ໄພ​ທາງອາ​ກາດ​ຂອງ​ເຂົາ​ເຈົ້າ​ໄດ້​ເຮັດ​ວຽກ​ດົນ​ກວ່າ 4 ຊົ່ວ​ໂມງ ແລະ ທຳ​ລາຍ​ໂດ​ຣນ ຊາ​ເຫັດ 26 ລຳ​ທີ່​ຖືກ​ປ່ອຍ​ຈາກ ຣັດ​ເຊຍ ໃນ​ພາກ​ໃຕ້ຫຼາຍ​ແຫ່ງ, ສ່ວນ​ໃຫຍ່​ແມ່ນ​ຢູ່​ໃນ​ພາກ​ພື້ນ ມິ​ໂຄ​ລາ​ອິບ ໃກ້​ກັບ​ທະ​ເລ​ດຳ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG