ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູ​ເຄ​ຣນ ທຳ​ການ​ຮຽກ​ຮ້ອງ​ຄັ້ງ​ໃໝ່ ສຳ​ລັບ​ອຸ​ປະ​ກອນ​ທາງ​ທະ​ຫານ​ເພີ່ມ​ເຕີມ ເພື່ອ​ຕໍ່​ສູ້​ກັບ ຣັດ​ເຊຍ


ທະ​ຫານ ສະ​ຫະ​ລັດ ບັນ​ຈຸ​ລະ​ບົບ​ລູກ​ສອນ​ໄຟ​ທະ​ຫານ​ບົກ​ຍຸດ​ທະ​ວິ​ທີ (ATACMS) ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ​ໃນ​ລັດ ຄວີ​ນ​ສ​ແລນ, ອອ​ສ​ເຕ​ຣ​ເລຍ, 26 ກໍ​ລະ​ກົດ 2023.
ທະ​ຫານ ສະ​ຫະ​ລັດ ບັນ​ຈຸ​ລະ​ບົບ​ລູກ​ສອນ​ໄຟ​ທະ​ຫານ​ບົກ​ຍຸດ​ທະ​ວິ​ທີ (ATACMS) ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ​ໃນ​ລັດ ຄວີ​ນ​ສ​ແລນ, ອອ​ສ​ເຕ​ຣ​ເລຍ, 26 ກໍ​ລະ​ກົດ 2023.

ບັນ​ດາ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ໃນ​ອາ​ທິດນີ້​ໄດ້​ທຳ​ການ​ຮຽກ​ຮ້ອງ​ຄັ້ງ​ໃໝ່​ຕໍ່​ບັນ​ດາ​ພັນ​ທະ​ມິດ​ ສຳ​ລັບ​ອຸ​ປະ​ກອນ​ທາງ​ທະ​ຫານ​ເພີ່ມ​ເຕີມ ແລະ ວັດ​ຖຸ​ຕ່າງໆ​ເພື່ອ​ສູ້​ກັບ​ກອງ​ກຳ​ລັງ ຣັດ​ເຊຍ ທີ່​ບຸກ​ລຸກ​ເຂົ້າ​ໃນ​ປະ​ເທດ.

ລຸນຫຼັງ​ການ​ເຈ​ລະ​ຈາ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເຢຍ​ຣະ​ມັນ ທ່າ​ນນາງ ແອນ​ນາ​ເລ​ນາ ແບ​ບັອກ ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາງ​ໃນ​ນະ​ຄອນຫຼວງ ກີ​ຢິບ ນັ້ນ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຢູ​ເຄ​ຣນ ທ່ານ ດິ​ມິ​ໂຕ​ຣ ຄູ​ເລ​ບາ ໄດ້​ກ່າວ​ວ່າ​ທ່ານ​ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ຮີບ​ດ່ວນ​ເຖິງ​ການ​ນຳ​ເອົາ​ລູກ​ສອນ​ໄຟ​ນຳ​ວິ​ຖີ ໂທ​ຣັ​ສ (Taurus) ມາ​ໃຫ້ ຢູ​ເຄ​ຣນ ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້, ອີງ​ຕາມ​ການ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ ຣອ​ຍ​ເຕີ.

ທ່ານ ຄູ​ເລ​ບາ ໄດ້​ກ່າວ​ໃນ​ການ​ຕອບ​ຄຳ​ຖາມ​ຢູ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຮ່ວມ​ວ່າ “ຈັ່ງ​ໃດ​ເຈົ້າ​ກໍ​ຈະ​ເຮັດ, ມັນ​ກ່ຽວ​ກັບ​ເວ​ລາ​ເທົ່າ​ນັ້ນ, ແລະ ຂ້າ​ພະ​ເຈົ້າ​ບໍ່​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ພວກ​ເຮົາ​ຈຶ່ງ​ເສຍ​ເວ​ລາ. ພວກ​ເຮົາ​ສາ​ມາດ​ບັນ​ລຸ​ຄວາມ​ສຳ​ເລັດ​ຫຼາຍກວ່າ​ເກົ່າ​ ແລະ ຊ່ວຍ​ຊີ​ວິດ​ຂອງ​ທະ​ຫານ ແລະ ພົນ​ລະ​ເຮືອນ ຢູ​ເຄ​ຣນ ໄດ້ຫຼາຍກວ່າ​ເກົ່າ ຖ້າ​ພວກ​ເຮົາ​ມີ​ລູກ​ສອນ​ໄຟ ໂທ​ຣັ​ສ ແລ້ວ.”

ທ່ານ ຄູ​ເລ​ບາ ຍັງ​ໄດ້​ຂໍ​ລູກ​ສອນ​ໄຟ​ໄລ​ຍະ​ໄກ ATACMS. ໃນ​ຂະ​ນະ​ທີ່​ສື່ມວນ​ຊົນ​ໄດ້​ລາຍ​ງານ​ໃນ​ອາ​ທິດນີ້ວ່າ, ລັດ​ຖະ​ບານ​ທ່ານ ໄບ​ເດັນ ແມ່ນ​ໃກ້​ທີ່​ຈະ​ທຳ​ການ​ຕັດ​ສິນ​ໃຈ ກ່ຽວ​ກັບ ການ​ສະ​ໜອງ​ລະ​ບົບ​ລູກ​ສອນ​ໄຟ​ກອງ​ທັບ​ບົກ​ຍຸດ​ທະ​ວິ​ທີໃຫ້ ຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG