ໃນວັນເສົາມື້ນີ້ ຊາວຢູເຄຣນ ພາກັນລະນຶກເຖິງຂີດໝາຍວັນຄົບ
ຮອບ 80 ປີຂອງໄພອຶດຫິວ Holodomor ທີ່ມະນຸດສ້າງຂື້ນມາ
ເອງ ຊຶ່ງນັກປະຫວັດສາດ ກ່າວວ່າ ເຮັດໃຫ້ມີຜູ້ເສຍຊີວິດຫລາຍ
ເກືອບ 10 ລ້ານຄົນ.
ທໍານຽບຂາວ ຮ້ອງໂອກາດອັນເສົ້າໂສກນີ້ວ່າ ເປັນໂຕຢ່າງໄພພິ
ບັດຮ້າຍແຮງສຸດທີ່ມະນຸດສ້າງຂື້ນ ແລະເປັນໂອກາດທີ່ສະທ້ອນ
ຄືນເຖິງຄວາມບໍ່ດີ ທີ່ພວກມະນຸດສາມາດກະທໍາໄດ້.
ນອກນັ້ນ ທຳນຽບຂາວຍັງກ່າວອີກວ່າ ປະຊາຊົນຊາວຢູເຄຣນ ໄດ້ສະແດງເຖິງຄວາມສາມາດໃນການປັບໂຕໄດ້ຢ່າງໃຫຍ່ຫຼວງ ແລະຄວາມກ້າຫານ ແລະບໍ່ເຄີຍຍອມແພ້ໃນຄວາມຫວັງຂອງການເປັນເອກກະລາດ.
ລະຫວ່າງປີ 1932 ຫາ 1933 ພວກເຈົ້າໜ້າທີ່ໂຊຫວຽດ ໄດ້ຍຶດເອົາໄຮ່ນາຮົ້ວສວນ ແລະຜົນລະປູກ ຂອງຊາວຢູເຄຣນ ອັນເປັນພາກສ່ວນນຶ່ງ ໃນນະໂຍບາຍຜະເດັດການ ຂອງທ່ານ Josef Stallin ທີ່ບັງຄັບໃຫ້ມີການເຮັດນາຮວມ.
ຜູ້ໃດທີ່ຖືກຈັບສະສົມອາຫານ ຫລືລັກເອົາອາຫານປະເພດເມັດ ແມ່ນແຕ່ນ້ອຍນຶ່ງ ກໍໄດ້ຖືກລົງໂທດຢ່າງໜັກ ຫລືຖືກປະຫານຊີວິດກໍມີ.
ບາງຄົນໄດ້ພາກັນກິນໄມ້ ກິນໜູ ແລະແມ່ນກະທັງໄດ້ກາຍມາກິນຄົນກໍມີ.
ຊາວຢູເຄຣນ ກ່າວວ່າ ທ່ານ Stalin ໄດ້ພະຍາຍາມທໍາລາຍຄວາມເປັນຊາດນິຍົມຂອງຊາວຢູເຄຣນ ແລະໄດ້ກວດລ້າງປາບປາມປະຊາຊົນຊາວຢູເຄຣນ.