ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຢູ​ເຄ​ຣນ​ ປະ​ຕິ​ເສດ​ການ​ກ່າວ​ອ້າງ​ຂອງ ຣັດ​ເຊຍ ກ່ຽວ​ກັບ "ລະ​ເບີດ​ສົກ​ກະ​ປົກ​"


ປະ​ຊ​າ​ຊົນ​ກວດ​ເບິ່ງ​ຄວາມ​ເສຍ​ຫາຍ​ຢູ່​ຕຶກ​ອາ​ພາ​ດ​ເມັ້ນ ທີ່​ຖືກ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ, ເມືອງ ມີ​ໂຄ​ລາ​ອິບ, 23 ຕຸ​ລາ 2022.
ປະ​ຊ​າ​ຊົນ​ກວດ​ເບິ່ງ​ຄວາມ​ເສຍ​ຫາຍ​ຢູ່​ຕຶກ​ອາ​ພາ​ດ​ເມັ້ນ ທີ່​ຖືກ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ, ເມືອງ ມີ​ໂຄ​ລາ​ອິບ, 23 ຕຸ​ລາ 2022.

ຢູ​ເຄ​ຣນ ໄດ້​ປະ​ຕິ​ເສດ​ການ​ກ່າວ​ຫາ​ຂອງ​ ຣັດ​ເຊຍ ວ່າ​ກອງ​ກຳ​ລັງ ຢູ​ເຄ​ຣນ ອາດ​ລະ​ເບີດ​ວັດ​ຖຸ​ກຳ​ມັນ​ຕະ​ພາບ​ລັງ​ສີ ແລະ ໄດ້​ກ່າວ​ກ່າວ​ຫາ ຣັດ​ເຊຍ ກ່ຽວ​ກັບ ການ​ວາງ​ແຜນ​ທີ່​ຈະ​ດຳ​ເນີນ​ການ​ກະ​ທຳ​ດັ່ງ​ກ່າວ ແລະ ​ຖິ້ມ​ໂທດ​ໃສ່ ຢູ​ເຄ​ຣນ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຢູ​ເຄ​ຣນ ທ່ານ ດ​ມິ​ໂຕ​ຣ ຄູ​ເລ​ບາ ໄດ້​ຂຽນ​ຂໍ້​ຄວາ​ມ​ໃນ​ທວິດ​ເຕີ​ວ່າ “ຣັດ​ເຊຍ ໄດ້​ຕົວະ ກ່ຽວ​ກັບ ການ​ກ່າວ​ຫາ​ວ່າ ຢູ​ເຄ​ຣນ ກຳ​ລັງ​ວາງ​ແຜນ​ທີ່​ຈະ​ໃຊ້ “ລະ​ເບີດ​ສົກ​ກະ​ປົກ​ນັ້ນ” ແມ່ນ​ບໍ່​ເປັນ​ຄວາມ​ຈິງ ໃນ​ຂະ​ນະ​ທີ່​ມັນ​ອັນ​ຕະ​ລາຍ.”

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ລະ​ຫວ່າງ​ຄຳ​ປາ​ໄສ​ປະ​ຈຳ​ທຸກ​ຄືນ​ຂອງ​ທ່ານ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ຣັດ​ເຊຍ ເປັນ​ພຽງ​ຜູ້​ດຽວ​ໃນ​ພາກ​ພື້ນ​ທີ່​ມີ​ຄວາມ​ສາ​ມາດ​ໃນ​ການ​ໃຊ້​ອາ​ວຸດ​ນິວ​ເຄ​ລຍ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ “ຖ້າ ຣັດ​ເຊຍ ເອີ້ນ ແລະ ເວົ້າ​ວ່າ​ ຢູ​ເຄ​ຣນ ແມ່ນ​ກຳ​ລັງ​ກະ​ກຽມ​ບາງ​ຢ່າງ​ຢູ່​ນັ້ນ, ມັນ​ໝາຍ​ເຖິງ​ຢ່າງ​ດຽວຄື: ຣັດ​ເຊຍ ແມ່ນ​ໄດ້​ກະ​ກຽມ​ໝົດ​ທຸກ​ຢ່າງນີ້​ແລ້ວ. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ຕອນນີ້​ໂລກ​ຄວນ​ສະ​ແດງ​ປະ​ຕິ​ກິ​ລິ​ຍາ​ຕອບ​ໂຕ້​ດ້ວຍ​ວິ​ທີ​ທີ່​ຮຸນ​ແຮງ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້.”

ກະ​ຊວງ​ປ້ອງ​ກັນ​ປະ​ເທດຂອງ ຣັດ​ເຊຍ ໄດ້​ກ່າວ​ວ່າ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ ເຊີ​ເກ ຊອຍ​ກູ ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ໃນ​ວັນ​ອາ​ທິດ​ວານນີ້​ຕໍ່​ຄູ່​ຮ່ວມ​ຕຳ​ແໜ່ງ​ຂອງ​ທ່ານ​ຈາກ ສະ​ຫະ​ລັດ, ອັງ​ກິດ, ຝ​ຣັ່ງ ແລະ ເທີ​ກີ ກ່ຽວ​ກັບ “ການ​ຍຸ​ແຍ່​ທີ່​ອາດ​ເປັນ​ໄປ​ໄດ້​ຂອງ ຢູ​ເຄ​ຣນ ທີ່​ປະ​ກອບ​ມີ “ລະ​ເບີດ​ສົກ​ກະ​ປົກ.”

“ລະ​ເບີດ​ສົກ​ກະ​ປົກ” ແມ່ນ​ວັດ​ຖຸ​ທີ່​ໃຊ້​ລະ​ເບີ​ດ​ທົ່ວ​ໄປ​ທີ່​ກະ​ຈາຍ​ວັດ​ຖຸ​ກຳ​ມັນ​ຕະ​ພາບ​ລັງ​ສີ. ຄະ​ນະ​ກຳ​ມະ​ກາ​ນ​ຄວບ​ຄຸ​ມ​ນິວ​ເຄ​ລຍ ສະ​ຫະ​ລັດ ເວົ້າ​ວ່າ​ລະ​ເບີດ​ສົກ​ກະ​ປົກ​ສ່ວນຫຼາຍ “ຈະ​ບໍ່​ປ່ອຍ​ກຳ​ມັນ​ຕະ​ພາບ​ລັງ​ສີຫຼາຍ​ພໍ​ເພື່ອ​ຂ້າ​ຄົນ ຫຼື ກໍ່​ໃຫ້​ເກີດ​ການ​ລົ້ມ​ປ່ວຍ,” ແຕ່​ສາ​ມາດ​ສ້າງ​ຄວາມ​ຕົກ​ໃຈ ແລະ ເຮັດ​ໃຫ້​ວັດ​ຖຸ​ຊັບ​ສິນ​ປົນ​ເປື້ອນ. ​ລະ​ເບີດ​ນິວ​ເຄ​ລຍ, ເມື່ອ​ທຽບ​ໃສ່​ກັນ​ແລ້ວ, ມີ​ການ​ລະ​ເບີດ​ທີ່​ຮຸນ​ແຮງກວ່າຫຼາຍ​ລ້ານ​ເທົ່າ, ອີງ​ຕາມ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ, ອັງ​ກິດ ແລະ ຝ​ຣັ່ງ ໄດ້​ກ່າວ​ຢ້ຳ​ການ​ສະ​ໜັບ​ສະ​ໜູນຂອງ​ເຂົາ​ເຈົ້າ​ສຳ​ລັບ ຢູ​ເຄ​ຣນ ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ເມື່ອ​ແລງວັນ​ອາ​ທິດ​ວານນີ້, ແລະ ໄດ້​ກ່າວ​ວ່າ​ບັນ​ດາ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ເຂົາ​ເຈົ້າ​ໄດ້​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ຕໍ່​ທ່ານ​ ຊອຍ​ກູ ກ່ຽວກັບ ກາ​ນ​ປະ​ຕິ​ເສດ​ຂອງ​ເຂົາ​ເຈົ້າ​ຕໍ່ “ການ​ກ່າວ​ຫາ​ທີ່​ປາ​ກົດ​ວ່າ​ບໍ່​ຖືກ​ຕ້ອງ​ຢ່າງ​ໂປ່ງ​ໃສ​ຂອງ ຣັດ​ເຊຍ.”

ບັນ​ດາ​ລັດ​ຖະ​ມົນ​ຕີ​ຂອງ ສະ​ຫະ​ລັດ , ອັງ​ກິດ ແລະ ຝ​ຣັ່ງ ໄດ້​ກ່າວ​ວ່າ “ໂລກ​ຈະ​ພິ​ຈາ​ລະ​ນາ​ຜ່ານ​ທຸກໆ​ການ​ພະ​ຍາ​ຍາມ​ທີ່​ຈະ​ໃຊ້​ການ​ກ່າວ​ຫານີ້ ​ດັ່ງ​ກັບ​ຂໍ້ອ້າງ​ສຳ​ລັບ​ການ​ຂະ​ຫຍາຍ​ຄວາມ​ຮຸນ​ແຮງ. ພວກ​ເຮົາ​ປະ​ຕິ​ເສດ​ຕໍ່​ຂໍ້​ອ້າງ​ທຸກ​ຢ່າງ​ສຳ​ລັບ​ການ​ຂະ​ຫຍາຍ​ຄວາມ​ຮຸນ​ແຮງ​ໂດຍ ຣັດ​ເຊຍ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG