ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນ​ທຶກ​ສຽງ ການ​ສົນ​ທະ​ນາ ສະ​ແດງ​ໃຫ້​ເຫັນ​ວ່າ ອີ​ຣ່ານ ຮູ້​ຈັກດີ ເຮືອ​ບິນ​ໂດຍ​ສານ ຢູ​ເຄ​ຣນ ຖືກ​ຍິງ​ຕົກ ໂດຍ​ລູກ​ສອນ​ໄຟ


ພາບ​ທົ່ວ​ໄປ​ຂອງ​ເຮືອ​ບິນ​ສາ​ການ​ບິນ​ນາ​ນາ​ຊາດ​ຂອງ​ຢູ​ເຄ​ຣນ, ​ຖ້ຽວ​ບິນ PS752, ​ຂອງ​ເຮືອ​ບິນ​ໂບອິ້ງ 737-800 ທີ່​ຕົກ ຫຼັງ​ຈາກ​ບິນ​ຂຶ້ນ​ຈາກ​ສະ​ໜາມ​ບິນ Imam Khomeini ຂອງ​ອີ​ຣ່ານ ຢູ່​ຊານ​ເມືອງ​ຂອງ​ນະ​ຄອນ​ເຕ​ຫະ​ຣ່ານ, ​ວັນ​ທີ 8 ມັງ​ກອນ 2020
ພາບ​ທົ່ວ​ໄປ​ຂອງ​ເຮືອ​ບິນ​ສາ​ການ​ບິນ​ນາ​ນາ​ຊາດ​ຂອງ​ຢູ​ເຄ​ຣນ, ​ຖ້ຽວ​ບິນ PS752, ​ຂອງ​ເຮືອ​ບິນ​ໂບອິ້ງ 737-800 ທີ່​ຕົກ ຫຼັງ​ຈາກ​ບິນ​ຂຶ້ນ​ຈາກ​ສະ​ໜາມ​ບິນ Imam Khomeini ຂອງ​ອີ​ຣ່ານ ຢູ່​ຊານ​ເມືອງ​ຂອງ​ນະ​ຄອນ​ເຕ​ຫະ​ຣ່ານ, ​ວັນ​ທີ 8 ມັງ​ກອນ 2020

ບັນ​ທຶກສຽງ​ການ​ສົນ​ທະ​ນາ​ແລກ​ປ່ຽນ​ກັນ ລະ​ຫວ່າງ ຜູ້​ຄວບ​ຄຸມ​ການ​ສັນ​ຈອນ​ທາງ​ອາ​ກາດ​ຂອງ​ອີ​ຣ່ານ ກັບ ນັກ​ບິນ​ຂອງອີ​ຣ່ານ ທີ່​ໄດ້​ຮົ່ວ​ໄຫລ​ອອກ​ມາ​ນັ້ນ ປາ​ກົດ​ວ່າ ສະ​ແດງ​ໃຫ້​ເຫັນ​ ທາງ​ການ​ຂອງ​ອີ​ຣ່ານ ​ຮູ້ຈັກ​ໃນ​ທັນ​ທີ່​ທັນ​ໃດ ​ທີ່ລູກ​ສອນ​ໄຟ​ເຮັດ​ໃຫ້​ເຮືອ​ບິນ​ອາ​ຍ​ພົ່ນ​ໂດຍ​ສານ​ຂອງ​ຢູເຄ​ຣນ ຕົກ ຫຼັງ​ຈາກ​ທີ່​ໄດ້​ບິນ​ຂຶ້ນ​ຈາກ​ນະ​ຄອນຫຼວງ​ເຕ​ຫະ​ຣ່ານ ໂດຍ​ໄດ້​ສັງ​ຫານ 176 ຄົນ​ທັງ​ໝົດ ຢູ່​ເທິງ​ເຮືອ​ບິນ ເຖິງ​ແມ່ນ​ວ່າ ​ປະ​ເທດ​ສາ​ທາ​ລະ​ນະ​ລັດ​ແຫ່ງ​ອິ​ສ​ລາມນີ້ ຈະ​ໄດ້​ປະ​ຕິ​ເສດມາຫຼາຍ​ວັນ​ກໍ​ຕາມ.

ປະ​ທາ​ນາ​ທິ​ບໍ​ດີຂອງ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເສ​ເລນ​ສ​ກີ ໄດ້​ຮັບ​ຮູ້​ເຖິງຄວາມ​ແທ້​ຈິງ​ຂອງ​ບັນ​ທຶກ​ສຽງດັ່ງ​ກ່າວ ໃນ​ລາຍ​ງານ​ທີ່​ໄດ້​ຖ່າຍ​ທອດ​ອອກ​ອາ​ກາດ ​ໂດຍຊ່ອງ​ໂທ​ລະ​ພາບຂອງ​ຢູ​ເຄ​ຣນ ໃນ​ຄືນ​ວັນ​ອາ​ທິດ​ວານນີ້.

ເມື່ອ​ວັນ​ຈັນ​ມື້ນີ້ ຢູ່​ໃນ​ນະ​ຄອນ​ເຕ​ຫະ​ຣ່າ​ນ ຫົວ​ໜ້າ​ທີມ​ສືບ​ສວນ​ສອບ​ສວນ​ຂອງ​ອີ​ຣ່ານ ທ່ານ​ຮາ​ສ​ຊານ ຣີ​ຊາ​ອີ​ຟາ​ຣ ໄດ້​ຮັບ​ຮູ້​ເຖິງ​ບັນ​ທຶກ​ສຽງ​ນັ້ນ ແມ່ນຖືກ​ຕ້ອງ ແລະ​ໄດ້​ກ່າວ​ວ່າ ມັນ​ໄດ້​ຖືກ​ນຳ​ສົ່ງ​ໃຫ້​ແກ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂອງ​ຢູ​ເຄ​ຣນ.

ຫຼັງ​ຈາກ​ເຫດ​ໂສກ​ນາ​ຕະ​ກຳ ​ໃນ​ວັນ​ທີ 8 ມັງ​ກອນ ລັດ​ຖະ​ບານ​ພົນ​ລະ​ເຮືອນ​ຂອງ​ອີ​ຣ່ານ ກໍ​ຍັງ​ໄດ້​ຢືນ​ຢັນມາ​ເປັນ​ເວ​ລາຫຼາຍ​ວັນວ່າ ຕົນ​ບໍ່​ຮູ້​ຈັກ ແລະ ກອງ​ກຳ​ລັງ​ປະ​ຕິ​ວັດ​ພິ​ທັກ​ຊາດ ຮັບ​ຄຳ​ສັ່ງ​ໄດ້ ​ຈາກຜູ້ນຳສູງ​ສຸດ​ແຕ່​ພຽງ​ຜູ້​ດຽວເທົ່າ​ນັ້ນ.

ອາ​ຢາ​ໂທ​ລາ ອາ​ລີ ຄາ​ເມ​ນີ ໄດ້​ຍິງ​ເຮືອ​ບິນ​ຕົກ. ການ​ຍິງ​ຕົກ​ຂອງ​ເຮືອ​ບິນ​ໂດຍ​ສານ ເກີດ​ຂຶ້ນ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກ​ທີ່ ກຳ​ລັງ​ພິ​ທັກ​ຊາດ ໄດ້​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ໂຈມ​ຕີ​ຕໍ່ຖານ​ທັບ​ຕ່າງໆ ຢູ່​ໃນອີ​ຣັກ ​ທີ່​ນຳ​ໃຊ້​ເປັນ​ທີ່​ພັກ​ອາ​ໄສ​ຂອງກອງ​ກຳ​ລັງ​ສະ​ຫະ​ລັດ ໃນ​ການ​ຕອບ​ໂຕ້​ສຳ​ລັບ ການ​ໂຈມ​ຕີ​ທາງ​ອາ​ກາດ​ໂດ​ຍ​ເຮືອ​ບິນບໍ່​ມີ​ຄົນ​ຂັບ​ຂອງ​ອາ​ເມ​ຣິ​ກາ ທີ່​ໄດ້​ສັງ​ຫານ​ ນາ​ຍ​ພົນ​ລະ​ດັບ​ສູງ​ຂອງ​ກອງ​ກຳ​ລັງ​ພິ​ທັກ​ຊາດ ທ່ານ​ກາສເຊມ ຊູ​ເລ​ມານີ ຢູ່​ໃນ​ນະ​ຄອນ​ແບັກ​ແດດ.

ບົດ​ຄວາມ​ຂອງ​ບັນ​ທຶກ​ສຽງນັ້ນ ໄດ້​ຖືກ​ພິມ​ອອກ​ເຜີຍ​ແຜ່ໂດຍ ໂທ​ລະ​ພາບ ຊ່ອງ 1 ບອກ 1 ຂອງ​ຢູ​ເຄ​ຣນ ໂດຍ​ມີ​ຂໍ້​ຄວາມ​ການ​ສົນ​ທະ​ນາ​ໃນ​ພາ​ສາ​ຟາ​ຣ​ຊີ ລະ​ຫວ່າງ ຜູ້​ຄວບ​ຄຸມ​ການ​ສັນ​ຈອນ​ທາງ​ອາ​ກາດ ກັ​ບ​ນັກ​ບິນ​ຜູ້​ນຶ່ງ ອີງ​ຕາມ​ລາຍ​ງານ​ແລ້ວ ເປັນ​ຜູ້​ທີ່​ຂັບ​ເຮືອ​ບິນ​ອາຍ​ພົ່ນ​ ລຸ້ນ Fokker 100 ​ສາຍ​ການ​ບິນ Aseman ຂອງ​ອີ​ຣ່ານ ຈາກ​ເມືອງ​ຊີ​ຣາ​ຊ ທາງ​ພາກ​ໃຕ້ ໄປ​ຍັງ ນະ​ຄອນເຕ​ຫະ​ຣ່ານ.

ນັກ​ບິນ​ເອີ້ນ​ໄປ​ຫາ​ຜູ້​ຄວບ​ຄຸມ​ວ່າ “ແສງ​ໄຟ​ຕິດ​ຕໍ່​ກັນ ຄື……ແມ່ນ​ແລ້ວ ມັນ​ແມ່ນ​ລູກ​ສອນ​ໄຟ, ມີ​ຫຍັງ​ບໍ່?”


ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG