ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກກະບົດ ໃນຢູເຄຣນ ເລີ້ມຖອນປືນໃຫຍ່ ພາຍໃຕ້ ຂໍ້ຕົກລົງ ສັນຕິພາບ (ສະໄລດ໌/ວີດີໂອ)


ພວກແບ່ງ​ແຍກ​ດິນ​ແດນ​ນິຍົມ​ຣັດ​ເຊຍ ຢູ່​ທາງ​ພາກ​ຕາ​ເວັນ​ອອກ
​ຂອງ​ຢູ​ເຄຣນ ກ່າວ​ວ່າ ພວກ​ເຂົາ​ເຈົ້າ ​ໄດ້​ເລີ້ມ​ຖອນ​ປືນໃຫຍ່​
ຈາກທີ່ຕັ້ງໃນເຂດແນວ​ໜ້າ ທີ່​ເປັນ​ຂໍ້ບັງຄັບ​ ຂອງ​ແຜນ​ສັນຕິພາບ
​ທີ່ມີ​ເປົ້າໝາຍ​ເພື່ອ​ຍຸດຕິ​ວິ​ກິດ​ການ​ອັນ​ແກ່ຍາວ​ມາ​ເປັນ​ເວລາ 5
​ເດືອນ ກັບ Kyiv​ ນັ້ນ.

ຫົວໜ້າພວກ​ກະບົດ ທ່ານ Alexander Zakharchenko ກ່າວ
​ຕໍ່ອົງການຂ່າວ Interfax ຂອງຣັດ​ເຊຍ ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ
ການ​ຖອນປືນໃຫຍ່​ອອກນັ້ນ ​ເປັນ​ການ​ຕອບ​ສະໜອງ ຕໍ່​ການ
​ເຄື່ອນ​ໄຫວ​ແບບດຽວກັນຂອງ​ກອງ​ກຳລັງ​ຢູ​ເຄຣນ. ທ່ານ​ກ່າວ​ວ່າ
​ເຖິງ​ຢ່າງ​ໃດ​ກໍ່ຕາມ ການ​ຖອນ​ປືນໃຫຍ່ອອກ​ນັ້ນ ​ຈະມີ​ຂຶ້ນ​ຢູ່​ບໍລິ​ເວນບ່ອນທີ່ທະຫານ​ຢູ​ເຄຣນ ​ໄດ້​ປະຕິບັດ​ເຊັ່ນ​ດຽວ​ກັນ ​ແຕ່​ບໍ່​ແມ່ນ​ຢູ່​ໃນ​ບໍລິ​ເວນ​ບ່ອນ​ທີ່​ພວກ​ເຂົາ​ເຈົ້າ​ຍັງ​ຄົງມີໜ້າ​ຢູ່​ຕໍ່​ໄປ.

​ໃນ​ວັນ​ຈັນ​ວານ​ນີ້ ​ເຈົ້າໜ້າ​ທີ​ຢູ​ເຄຣນກ່າວວ່າ ຕົນໄດ້​ເລີ້ມຖອນ​ທະຫານ ​ແລະ​ປືນ​ໃຫຍ່ຕ່າງໆ ອອກ​ຈາກ​ເຂດແນວ​ໜ້າ ພາຍ​ໃຕ້​ເງື່ອນໄຂ ຂອງ​ຂໍ້​ຕົກ​ລົງ​ທີ່​ຮຽກຮ້ອງ​ໃຫ້​ຈັດ​ຕັ້ງ​ເຂດ​ກັນ​ຊົນຂຶ້ນ ​ໄລຍະ 30 ຫລັກ​ກິ​ໂລ​ແມັດ​ນັ້ນ.

​ເຖິງ​ແມ່ນ​ວ່າ​ໄດ້​ມີການເຊັນ​ສັນ​ຍາ​ຢຸດ​ຍິງ​ກັນ ​ໃນ​ວັນ​ທີ 5 ກັນຍາ​ຜ່ານ​ມານີ້ ແລ້ວກໍຕາມ
ແຕ່ການຍິງປືນ​ໃຫຍ່ໂຈມຕີ ​ແລະ​ການຍິງ​ກັນ ​ຍັງ​ດຳ ເນີນ​ຢູ່​ຕໍ່ມາ ພາຍໃນແລະ​ອ້ອມບໍລິ​ເວນ​ຈຸດ​ເດືອດເຂດ​ເມືອງ Donetsk ນັ້ນ.

UKRAINE VOSOT
please wait
Embed

No media source currently available

0:00 0:02:39 0:00

XS
SM
MD
LG